KPL
ທ່ານ ຕິ່ງເຊວ່ຊຽງ ກຳມະການ ປະຈຳ ກົມການເມືອງ ສູນກາງພັກກອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ໄດ້ເດີນທາງຢ້ຽມຢາມ ສິງກະໂປ ຕາມຄຳເຊີນ ແລະ ໄດ້ພົບປະກັບ ທ່ານ ລໍເຣນສ໌ ວອງ ນາຍົກລັດຖະມົນຕີ ສິງກະໂປ, ທ່ານ ລີຊຽນລຸງ ລັດຖະມົນຕີອາວຸໂສສິງກະໂປ ແລະ ທ່ານ ການກິມຢົງ ຮອງນາຍົກລັດຖະມົນຕີ ສິງກະໂປ ຕາມລຳດັບ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ລະຫວ່າງ ວັນທີ 22-23 ພະຈິກນີ້, ທ່ານ ຕິ່ງເຊວ່ຊຽງ ກຳມະການ ປະຈຳ ກົມການເມືອງ ສູນກາງພັກກອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ໄດ້ເດີນທາງຢ້ຽມຢາມ ສິງກະໂປ ຕາມຄຳເຊີນ ແລະ ໄດ້ພົບປະກັບ ທ່ານ ລໍເຣນສ໌ ວອງ ນາຍົກລັດຖະມົນຕີ ສິງກະໂປ, ທ່ານ ລີຊຽນລຸງ ລັດຖະມົນຕີອາວຸໂສສິງກະໂປ ແລະ ທ່ານ ການກິມຢົງ ຮອງນາຍົກລັດຖະມົນຕີ ສິງກະໂປ ຕາມລຳດັບ, ທັງໄດ້ຮ່ວມກັບ ທ່ານ ການກິມຢົງ ເປັນປະທານ ກອງປະຊຸມ ກົນໄກຮ່ວມມື ສອງຝ່າຍ ສປ ຈີນ-ສິງກະໂປ.ໃນເວລາພົບປະ, ທ່ານ ຕິ່ງເຊວ່ຊຽງ ກ່າວວ່າ: ພາຍໃຕ້ ການເອົາໃຈໃສ່ ແລະ ການຊີ້ນຳ ນຳພາຮ່ວມ ຂອງຜູ້ນຳສອງປະເທດ, ການຮ່ວມມື ຕົວຈິງ ລະຫວ່າງ ສອງຝ່າຍ ສປ ຈີນ-ສິງກະໂປ ໄດ້ຮັບຜົນສຳເລັດ ທີ່ເດັ່ນຊັດ. ພາຍໃຕ້ສະຖານະການສາກົນ ທີ່ສົບສົນປັ່ນປ່ວນ ໃນປັດຈຸບັນ, ສອງຝ່າຍ ຄວນສືບຕໍ່ຍຶດໝັ້ນທິດທາງ ຍຸດທະສາດ ທີ່ຖືກຕ້ອງ, ຮັກສາການພົວພັນ ແລະ ການປະສານງານຢ່າງໃກ້ຊິດ, ຊຸກຍູ້ໃຫ້ການຮ່ວມມື ລະຫວ່າງ ສອງປະເທດ ມີຄວາມໝັ້ນທ່ຽງ ແລະ ພັດທະນາ ໃນໄລຍະຍາວ ເພື່ອຮັບໃຊ້ການສ້າງ ຄວາມທັນສະໄໝຂອງໃຜລາວ. ຜູ້ນຳສິງກະໂປ ຄື: ທ່ານ ລໍເຣນສ໌ ວອງ, ທ່ານ ລີຊຽນລຸງ ແລະ ທ່ານອື່ນໆ ກ່າວວ່າ: ສິງກະໂປໃຫ້ຄວາມສຳຄັນເປັນຢ່າງສູງ ຕໍ່ການພັດທະນາສາຍພົວພັນກັບ ສປ ຈີນ, ປັດຈຸບັນ, ໂລກ ແລະ ສອງປະເທດ ສິງກະໂປ- ສປ ຈີນ ລ້ວນແຕ່ມີການປ່ຽນແປງ ອັນໃຫຍ່ຫລວງ, ສິງກະໂປ ຍິນດີຮ່ວມກັບ ສປ ຈີນ ເພີ່ມທະວີ ການເຊື່ອມຕໍ່ ດ້ານຍຸດທະສາດ ການພັດທະນາ, ສືບຕໍ່ປັບປຸງ ແລະ ເປີດກວ້າງສາຍພົວພັນ ຄູ່ຮ່ວມມື ຮອບດ້ານ, ມີຄຸນນະພາບສູງ ແລະ ມຸ່ງໄປຂ້າງໜ້າ ຢ່າງຕໍ່ເນື່ອງ. ທ່ານ ຕິ່ງເຊວ່ຊຽງ ແລະ ທ່ານ ການກິມຢົງ ໄດ້ຮ່ວມກັນເປັນປະທານກອງປະຊຸມກົນໄກຮ່ວມມືສອງຝ່າຍ 4 ປະການ. ສອງຝ່າຍເຫັນດີເປັນເອກະພາບກັນ ທີ່ຈະບັນລຸໝາກຜົນ ການຮ່ວມມື ໃຫ້ຫລາຍກວ່າເກົ່າ ແລະ ຊຸກຍູ້ການເຊື່ອມສານຈິດໃຈ ລະຫວ່າງ ປະຊາຊົນ ສອງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL