ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

11/11/2026 10:05
Email Print 997
KPL ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

    ຂປລ. ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ມີປະທານຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ, ການນໍາພັກ-ລັດ ຂອງນະຄອນຫລວງວຽງຈັນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V, ບັນດາປະທານ- ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການຈັດຕ້ັງພັກ-ລັດ, ແນວລາວສ້າງຊາດ ເຂົ້າຮ່ວມ. ທ່ານ ອາດສະພັງທອງ ສີພັນດອນ ໄດ້ໃຫ້ຮູ້ວ່າ: ການດໍາເນີນກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນເພາະຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງນະຄອນຫລວງວຽງຈັນ ເປັນຕົ້ນພິຈາລະນາ, ຮັບຮອງເອົາບົດລາຍງານຂອງຄະນະກຳມະການປົກຄອງນະຄອນຫລວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຂອງນະຄອນຫລວງວຽງຈັນ; ຮັບຟັງລາຍງານການຈັດຕ້ັງປະຕິບັດວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນການສ້າງແຜນປະຕິບັດງານ ແລະ ໂຄງການຢູ່ນະຄອນຫລວງວຽງຈັນ; ພິຈາລະນາ, ຮັບຮອງເອົາໂຄງການສຳຫລວດອອກແບບວາງແຜນຜັງເທສະບານເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ; ຮັບຟັງການລາຍງານຊີ້ແຈງບັນຫາສໍາຄັນຕ່າງໆຂອງນະຄອນຫລວງວຽງຈັນ ຈໍານວນ 3 ບັນຫາ ຄື: ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດ ການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອໃນນະຄອນຫລວງວຽງຈັນ; ຊີ້ແຈງກ່ຽວກັບການຈັດຕ້ັງປະຕິບັດຄຳສັ່ງເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພິ່ມທະວີຊີ້ນໍາຂອງພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍ້ໍທ້ໍຂົງເຂດຊັບພະຍາກອນທໍາມະຊາດ; ລາຍງານກ່ຽວກັບສະພາບການສຶກສາຕິດພັນກັບບັນຫາການປະລະການຮຽນຂອງນັກຮຽນໃນຊ້ັນປະຖົມ, ຊັ້ນມັດທະຍົມ ແລະ ບັນຫາການຂາດຄູສອນ ໂດຍສະເພາະຢູ່ເຂດຊານເມືອງຄື: ເມືອງສັງທອງ ແລະ ເມືອງປາກງື່ມ. ພ້ອມນີ້, ຍັງຈະໄດ້ພິຈາລະນາ, ຮັບຮອງເອົາການສ້າງນິຕິກຳຂອງນະຄອນຫລວງວຽງຈັນ ຈໍານວນ 3 ສະບັບ ຄື: ຮ່າງຂໍ້ຕົກລົງວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເຈ້ົາຂອງກິດຈະການໂຮງແຮມ, ຣີສອດ, ເຮືອນພັກ, ຄອນໂດມີນຽມ, ອາພັດເມັ້ນ, ເຮືອນໃຫ້ເຊົ່າ, ເຮືອນຫ້ອງແຖວ ແລະ ຜູ້ມາພັກເຊົາຢູ່ນະຄອນຫລວງວຽງຈັນ; ຮ່າງຂ້ໍຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທ່ີຈອດລົດໃນຕົວເມືອງນະຄອນຫລວງວຽງຈັນ; ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຊ່ວຍເຫລືອສຸກເສີນ; ພິຈາ ລະນາ, ຮັບຮອງເອົາການສະເໜີ ປັບປຸງນິຕິກໍາ ຈໍານວນ 2 ສະບັບຄື: ຂໍ້ຕົກລົງວ່າດ້ວຍການປະເມີນລາຄາ ທີ່ດິນທົ່ວນະຄອນຫລວງວຽງຈັນ (ສະບັບປັບປຸງ) ແລະ ຂ້ໍຕົກລົງວ່າດ້ວຍການຈັດສັນຄວາມບ່ໍເປັນລະ ບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນະຄອນຫລວງວຽງຈັນ (ສະບັບປັບປຸງ); ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນ ໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງ ສະພາປະຊາຊົນນະຄອນຫລວງວຽງຈັນ, ອົງການກວດສອບປະຈຳພາກກາງ 1, ອົງການກວດກາລັດ ນະຄອນຫລວງວຽງຈັນ, ອົງການ ໄອຍະການປະຊາຊົນ (ພາກກາງ ແລະ ນະຄອນຫລວງວຽງຈັນ) ແລະ ສານປະຊາຊົນ (ພາກກາງ ແລະ ນະຄອນຫລວງວຽງຈັນ).

   ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານປະຈໍາປີ 2026  ແລະ ທິດທາງແຜນການປະຈໍາ ປີ 2027 ຂອງກອງປະຕິບັດຄຳຕັດສິນຂອງສານປະຈໍານະຄອນຫລວງວຽງຈັນ; ຮັບຟັງການປະກອບຄຳເຫັນຂອງອົງການແນວ ລາວສ້າງຊາດກ່ຽວກັບການປະຕິບັດໜ້າທີ່ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V. ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການຊ້ີແຈງຂອງຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງຕໍ່ຄໍາຊັກຖາມຂອງ ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ.

KPL

ຂ່າວອື່ນໆ

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

    • ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XXການເມືອງ

      ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

      11/18/2026 9:42:26 AM

      ໃນຕອນເຊົ້າວັນທີ 15 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາ ປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

    • 8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານການເມືອງ

      8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານ

      11/17/2026 4:13:54 PM

      ເຜີຍແຜ່ 2 ດຳລັດສຳຄັນ ວ່າດ້ວຍການຄຸ້ມຄອງອົງການຕ່າງປະເທດ ແລະ ພະນັກງານທ້ອງຖິ່ນ ແນໃສ່ຍົກລະດັບການຮ່ວມມືຢູ່ 8 ແຂວງພາກເໜືອ


Top