ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມ

14/08/2026 00:28
Email Print 1454
KPL ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນ້ໍາສູງຂ້ຶນຢ່າງຕ່ໍເນ່ືອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ.

ສຳລັບລະດັບນໍ້າກໍ ຈຸດບ້ານກໍ ນ້ອຍ ເມືອງໄຊ, ລະດັບນໍ້າ ປັດຈຸບັນ 6,55 ແມັດ, ຈຸດເຕືອນໄພ 4 ແມັດ ແລະ ຈຸດອັນຕະລາຍ 6 ແມັດ.

ສ່ວນລະດັບນໍ້າແຊ ຈຸດບ້ານ ນໍ້າແຊ ເມືອງນາໝໍ້, ລະດັບນໍ້າ  ປັດຈຸບັນ 4 ແມັດ, ຈຸດເຕືອນໄພ 4 ແມັດ ແລະ ຈຸດອັນຕະລາຍ 6 ແມັດ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງ ອົງ ການຈັດຕ້ັງທຸກຂ້ັນທຸກພາກສ່ວນ, ອົງການປົກຄອງບ້ານ ແລະ ພໍ່ແມ່ ປະຊາຊົນບັນດາເຜົ່າ ເພື່ອກະກຽມ ຮັບມືກັບໄພພິບັດທີ່ເກີດຂຶ້ນ ໂດຍ ສະເພາະ ຜູ້ທີ່ອາໄສຢູ່ເຂດພື້ນທີ່ຕໍ່າ,  ເຂດແຄມແມ່ນໍ້າ ແລະ ເຂດທີ່ມີ ຄວາມສ່ຽງຕໍ່ການເກີດໄພພິບັດ ຈົ່ງ ມີສະຕິລະມັດລະວັງຕໍ່ສະພາບນໍ້າ ຖ້ວມ ແລະ ດິນເຈື່ອນ ທີ່ຈະເກີດຂຶ້ນ.  ພ້ອມນີ້, ຂໍໃຫ້ກະກຽມມ້ຽນມັດ, ຍົກຍ້າຍວັດຖຸ, ສິ່ງຂອງທີ່ຈຳເປັນ,  ສັດລ້ຽງ ໄປໄວ້ບ່ອນທີ່ສູງ-ປອດ ໄພ ແລະ ຂໍໃຫ້ຕິດຕາມການລາຍ ງານສະພາບອາກາດ ແລະ ລະດັບ ນໍ້າ ຈາກພະແນກກະສິກຳ ແລະ  ສ່ິງແວດລ້ອມແຂວງ ເປັນແຕ່ລະ ໄລຍະ.

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,


Top