ສື່ມວນຊົນແມ່ນເຄື່ອງມືສຳຄັນນຳເອົາແນວຄິດທິດສະດີ ແລະ ແນວທາງນະໂຍບາຍຂອງພັກ-ລັດ ໄປສູ່ປະຊາຊົນ

11/08/2026 09:28
Email Print 996
KPL ມວນຊົນລາວ ແມ່ນ ເຄື່ອງມືສໍາຄັນໃນການນໍາເອົາແນວ ຄິດ, ທິດສະດີປະຕິວັດ, ແນວທາງ ນະໂຍບາຍຂອງພັກ, ລັດ ໄປສູ່ປະ ຊາຊົນ, ພ້ອມທັງນຳເອົາຄວາມຄິດເຫັນ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນມາສ່ອງແສງໃຫ້ ພັກ, ລັດ ໄດ້ຮັບຊາບເພື່ອນຳໄປພິຈາລະນາກຳນົດປັບປຸງໃຫ້ສົມບູນ ຂຶ້ນຕື່ມທາງດ້ານແນວທາງ ກໍຄແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ ເພື່ອຜົນປະໂຫຍດຂອງ ຊາດ-ຂອງປະຊາຊົນ. ທ່ານ ສີວັນ ຫອມໄຊຍະເດດ ເລຂາຄະນະພັກ, ຮັກສາການຫົວ ໜ້າບັນນາທິການໃຫຍ່ໜັງສືພິມ ປະຊາຊົນໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນ ວັນທີ 10 ສິງຫາ 2026 ນີ້ວ່າ:

 ສື່ມວນຊົນລາວເປັນຜູ້ຢັ້ງຢືນທັດສະ ນະທີ່ຖືກຕ້ອງ, ຕໍ່ສູ້ທັດສະນະທີ່ ຜິດເຂວ, ຕີຖອຍຖ້ອຍທຳນອງບິດ ເບືອນ, ການອອກຂ່າວດ້ານດຽວ, ລວງດຽວຂອງຄົນບໍ່ດີນັບມື້ວ່ອງ ໄວ ແລະ ຈະແຈ້ງຂຶ້ນ. ຖັນແຖວ ພະນັກງານທີ່ເຮັດວຽກສື່ມວນຊົນ ໄດ້ມີຄວາມເສຍສະລະສູງ ໃນແຕ່ລະ ໄລຍະປະຫວັດສາດ, ຖັນແຖວນັກ ຂ່າວໄດ້ເຕີບໃຫຍ່, ເຂັ້ມແຂງ ແລະ ມີຄຸນນະພາບ, ມີທັດສະນະການ ເມືອງຈະແຈ້ງ, ມີຄວາມສະດຸ້ງໄວຕໍ່ສະພາບການ, ມີຄວາມຊໍານານ ງານໃນດ້ານວິຊາການເພີ່ມຂຶ້ນ, ການນໍາໃຊ້ຄວາມກ້າວໜ້າທາງ ດ້ານວິທະຍາສາດເຕັກໂນໂລຊີໃນ ການເກັບກຳຂ່າວ, ຂຽນຂ່າວ, ໂຄ ສະນາຂົນຂວາຍ ໃນບັ້ນສໍາຄັນຂອງ ພັກ-ຂອງຊາດ ກໍມີຫລາຍຮູບຫລາຍ ສີ, ຫລາຍເນື້ອໃນ, ຫລາຍວີທີການ ທີ່ອຸດົມສົມບູນ ແລະ ສ້າງໄດ້ຄວາມ ເຊື່ອໝັ້ນຈາກພັກ-ລັດ ແລະ ປະຊາ ຊົນເຮັດໃຫ້ມີຈິດໃຈຮັກຊາດຂອງ ຄົນລາວຕໍ່ຊາດລາວ, ຄວາມເອກ ອ້າງທະນົງໃຈໃນຄວາມເປັນເອກະລາດ, ອໍານາດອະທິປະໄຕຂອງ ປະຊາຊົນລາວບັນດາເຜົ່ານັບມື້ໄດ້ ຮັບການເຊີດຊູສູງຂຶ້ນ. ນອກນີ້, ສື່ ມວນຊົນຍັງມີບົດບາດສໍາຄັນໃນ ການສຶກສາອົບຮົມການເມືອງແນວຄິດ, ສ້າງທັດສະນະຫລັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ ໃນການ ຊຸກຍູ້, ປຸກລະດົມທົ່ວປວງຊົນເຮັດ ໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ຕອບໂຕ້ຖ້ອຍທໍານອງ ຂອງພວກຄົນບໍ່ດີທີ່ຫວັງມ້າງເພ ທໍາລາຍລະບອບໃໝ່ຂອງພວກເຮົາ ທັງຢູ່ພາຍໃນ ແລະ ພາຍນອກ, ເສີມ ສ້າງຄວາມສາມັກຄີປອງດອງທົ່ວ ປວງຊົນທັງຊາດ, ໂຄສະນາດຶງດູດ ເອົາການຮ່ວມມື, ການຊ່ວຍເຫລືອ ແລະ ການລົງທຶນຈາກຕ່າງປະເທດ. ທ່ານ ສີວັນ ຫອມໄຊຍະເດດ ຍັງໃຫ້ຮູ້ອີກວ່າ: ໃນຍຸກປັດຈຸບັນ, ຍຸກ AI ຄວາມຮຽກຮ້ອງຕ້ອງການ ຂອງສັງຄົມໃນການຮັບຮູ້ຂໍ້ມູນ ຂ່າວສານນັບມື້ສູງຂຶ້ນ. ສະນັ້ນ, ສື່ ມວນຊົນລາວຕ້ອງເອົາໃຈໃສ່ເຮັດ ໜ້າທີ່ການເມືອງ ຊຶ່ງເປັນກະບອກ ສຽງໃຫ້ແກ່ພັກ-ລັດ ກໍຄືປະຊາຊົນ ເພື່ອໂຄສະນາເຜີຍແຜ່ແນວ ທາງນະໂຍບາຍຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍທີ່ລັດວາງອອກໃຫ້ ກວ້າງຂວາງ ແລະ ເລິກເຊິ່ງກວ່າ ເກົ່າ. ພ້ອມນີ້, ການໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານສື່ພວກເຮົາຕ້ອງ ກຳແໜ້ນຫລັກການ ເພື່ອວິເຄາະ ວິໄຈໃຫ້ຖືກຕ້ອງ, ຊັດເຈນຕິດແທດ ຕົວຈິງຕາມ 4 ລັກສະນະຄື: ລັກ ສະນະຕົວຈິງ, ລັກສະນະສຶກສາອົບ ຮົມ, ລັກສະນະແນະນໍາ ແລະ ລັກ ສະນະຕໍ່ສູ້. ການເຮັດວຽກຂອງສື່ ມວນຊົນ, ສິ່ງສໍາຄັນແມ່ນຕ້ອງກຳ ແໜ້ນ ແລະ ເຂົ້າໃຈແຈ້ງບັນດາມະ ຕິ, ຄຳສັ່ງຕ່າງໆຂອງພັກ, ລັດ ເພື່ອ ຊີ້ແຈງ, ແນະນໍາໃຫ້ສັງຄົມຮັບຮູ້ ເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງມີ ປະສິດທິພາບ, ປະສິດທິຜົນສູງໃນ ການສ້າງສາພັດທະນາເສດຖະກິດ ແລະ ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່ານັບມື້ດີ ຂຶ້ນ, ສືບຕໍ່ປົກປັກຮັກສາ ແລະ ພັດ ທະນາປະເທດຊາດໃຫ້ນັບມື້ຈະເລີນ ກ້າວໜ້າຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ທ່ານ ສີວັນ ຫອມໄຊ ຍະເດດ ຍັງໄດ້ຍົກໃຫ້ເຫັນເຖິງ ການເຕີບໃຫຍ່ຂະຫຍາຍຕົວຂອງ ສື່ມວນຊົນລາວຕະຫລອດໄລຍະ 76 ປີ ຜ່ານມາ, ພ້ອມທັງຍົກໃຫ້ເຫັນ ການເຕີບໃຫຍ່ຂະຫຍາຍຕົວຂອງ ໜັງສືພິມປະຊາຊົນໃນໄລຍະ 76 ປີ ຜ່ານມາ ຊຶ່ງໄດ້ມີການເຕີບໃຫຍ່ ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ຮູບການ, ຫລາຍ ຜະລິດຕະພັນ ແລະ ເນື້ອໃນອຸດົມ ສົມບູນສາມາດຕອບສະໜອງຂໍ້ ມູນຂ່າວສານແກ່ສັງຄົມໄດ້ຢ່າງ ກວ້າງຂວາງ. ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖືວັດທະນະທຳ-ສັງຄົມ

      ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖື

      8/14/2026 8:11:40 AM

      ເນື່ອງໃນໂອກາດ ວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໄດ້ ໝູນວຽນມາຮອດອີກວາລະໜຶ່ງຊຶ່ງວຽກງານສື່ມວນຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກສື່ແບບດັ້ງເດີມຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ.

    • ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບວັດທະນະທຳ-ສັງຄົມ

      ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບ

      8/14/2026 12:35:19 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນ່ືອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ 8,32 ແມັດ ແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ.

    • ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມ

      8/14/2026 12:28:57 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນ້ໍາສູງຂ້ຶນຢ່າງຕ່ໍເນ່ືອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ.

    • ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງວັດທະນະທຳ-ສັງຄົມ

      ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

      8/14/2026 12:24:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກ ເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳ ທາ ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກ ໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 5:00 ໂມງເຊ້ົາ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸ ເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ.

    • ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທວັດທະນະທຳ-ສັງຄົມ

      ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທ

      8/12/2026 10:54:54 AM

      ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ ມອບຜູ້ຖືກຫາສັນຊາດໄທ ທີ່ລັກ ລອບເປີດເວັບຫລິ້ນການພະນັນ ອອນລາຍຕ້ອງຫ້າມ, ດໍາເນີນກິດ ຈະການກ່ຽວກັບອາຊະຍາກໍາທາງ ລະບົບຄອມພິວເຕີ ແລະ ການສໍ້ໂກງຊັບຜ່ານລະບົບທາງໂທລະຄົມ ແລະ ການສື່ສານ ຫລື ສະແກມເມີ ຕາມຄວາມຜິດໃນມາດຕາ 141, 173 ແລະ 233 ຂອງປະມວນກົດ ໝາຍອາຍາ ແຫ່ງ ສປປ ລາວ ໃຫ້ ເຈົ້າໜ້າທີ່ທາງການໄທ ນຳໄປດໍາ ເນີນຄະດີ ຈໍານວນ 41 ຄົນ, ຍິງ 30 ຄົນ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 10 ສິງຫາ 2026 ທີ່ຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ.


Top