ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທ

12/08/2026 10:54
Email Print 890
KPL ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ ມອບຜູ້ຖືກຫາສັນຊາດໄທ ທີ່ລັກ ລອບເປີດເວັບຫລິ້ນການພະນັນ ອອນລາຍຕ້ອງຫ້າມ, ດໍາເນີນກິດ ຈະການກ່ຽວກັບອາຊະຍາກໍາທາງ ລະບົບຄອມພິວເຕີ ແລະ ການສໍ້ໂກງຊັບຜ່ານລະບົບທາງໂທລະຄົມ ແລະ ການສື່ສານ ຫລື ສະແກມເມີ ຕາມຄວາມຜິດໃນມາດຕາ 141, 173 ແລະ 233 ຂອງປະມວນກົດ ໝາຍອາຍາ ແຫ່ງ ສປປ ລາວ ໃຫ້ ເຈົ້າໜ້າທີ່ທາງການໄທ ນຳໄປດໍາ ເນີນຄະດີ ຈໍານວນ 41 ຄົນ, ຍິງ 30 ຄົນ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 10 ສິງຫາ 2026 ທີ່ຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ.

ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນບົດບັນທຶກມອບໂດຍທ່ານ ພັທ ແກ່ນຄຳ ແກ່ນທະວົງ ຫົວໜ້າຕຳ ຫລວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນຂົວມິດຕະພາບ ລາວໄທ ແຫ່ງທີ 1 ແລະ ຝ່າຍເຈົ້າໜ້າທີ່ ໄທ ເຊັນຮັບໂດຍທ່ານ ພັທ ທີຍາ ນະພັດ ລັງສິພາມະນະກຸນ ຮອງ ຜູ້ກຳກັບການກວດຄົນເຂົ້າເມືອງ ຈັງຫວັດໜອງຄາຍ, ພ້ອມດ້ວຍ ຄະນະທັງສອງຝ່າຍເຂົ້າຮ່ວມ. ສໍາ ລັບຜູ້ຖືກຫາຈໍານວນດັ່ງກ່າວ, ຖືກ ເຈົ້າໜ້າທີ່ສະເພາະກິດກະຊວງ ປ້ອງກັນຄວາມສະຫງົບ ຮ່ວມກັບ ກຳລັງປ້ອງກັນເຄື່ອນທີ່ກັກຕົວໃນ ລະຫວ່າງເຂົ້າກວາດຄົ້ນຕຶກອາຄານຂອງບໍລິສັດ ເອສທີ ເວກັສ (ST VEGUS) ຈຳກັດ ຜູ້ດຽວ ຕັ້ງຢູ່ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນວັນທີ 18 ກໍລະກົດ 2026. ການມອບຜູ້ຖືກຫາຄັ້ງນີ້, ແມ່ນ ປະຕິບັດຕາມກົດໝາຍວ່າດ້ວຍ ການເຂົ້າ-ອອກເມືອງ ແລະ ການ ຄຸ້ມຄອງຄົນຕ່າງປະເທດ ແຫ່ງ ສປປ ລາວ ແລະ ອີງຕາມສົນທິ ສັນຍາລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ວ່າດ້ວຍການ ໂອນຜູ້ຖືກຕັດສິນລົງໂທດ ແລະ ການຮ່ວມມືໃນການປະຕິບັດຄໍາຕັດສິນຄະດີອາຍາ, ລົງວັນທີ 20 ມີນາ 2004. ສຳລັບທ່ານໃດທີ່ພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງ ໄສເຄື່ອນໄຫວກະຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍ ດ່ວນ, ແຈ້ງເຂົ້າມາທາງເພຈ ກົມ ຕຳຫລວດເສດຖະກິດ ຫລື ແຈ້ງ ເຂົ້າສາຍດ່ວນ 1533 ໄດ້ຕະຫລອດ ເວລາ. ຂ່າວ: ລັດດາວັນ

KPL

ຂ່າວອື່ນໆ

    • ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖືວັດທະນະທຳ-ສັງຄົມ

      ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖື

      8/14/2026 8:11:40 AM

      ເນື່ອງໃນໂອກາດ ວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໄດ້ ໝູນວຽນມາຮອດອີກວາລະໜຶ່ງຊຶ່ງວຽກງານສື່ມວນຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກສື່ແບບດັ້ງເດີມຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ.

    • ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບວັດທະນະທຳ-ສັງຄົມ

      ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບ

      8/14/2026 12:35:19 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນ່ືອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ 8,32 ແມັດ ແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ.

    • ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມ

      8/14/2026 12:28:57 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນ້ໍາສູງຂ້ຶນຢ່າງຕ່ໍເນ່ືອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ.

    • ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງວັດທະນະທຳ-ສັງຄົມ

      ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

      8/14/2026 12:24:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກ ເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳ ທາ ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກ ໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 5:00 ໂມງເຊ້ົາ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸ ເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ.

    • ສື່ມວນຊົນແມ່ນເຄື່ອງມືສຳຄັນນຳເອົາແນວຄິດທິດສະດີ ແລະ ແນວທາງນະໂຍບາຍຂອງພັກ-ລັດ ໄປສູ່ປະຊາຊົນວັດທະນະທຳ-ສັງຄົມ

      ສື່ມວນຊົນແມ່ນເຄື່ອງມືສຳຄັນນຳເອົາແນວຄິດທິດສະດີ ແລະ ແນວທາງນະໂຍບາຍຂອງພັກ-ລັດ ໄປສູ່ປະຊາຊົນ

      8/11/2026 9:28:49 AM

      ມວນຊົນລາວ ແມ່ນ ເຄື່ອງມືສໍາຄັນໃນການນໍາເອົາແນວ ຄິດ, ທິດສະດີປະຕິວັດ, ແນວທາງ ນະໂຍບາຍຂອງພັກ, ລັດ ໄປສູ່ປະ ຊາຊົນ, ພ້ອມທັງນຳເອົາຄວາມຄິດເຫັນ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນມາສ່ອງແສງໃຫ້ ພັກ, ລັດ ໄດ້ຮັບຊາບເພື່ອນຳໄປພິຈາລະນາກຳນົດປັບປຸງໃຫ້ສົມບູນ ຂຶ້ນຕື່ມທາງດ້ານແນວທາງ ກໍຄແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ ເພື່ອຜົນປະໂຫຍດຂອງ ຊາດ-ຂອງປະຊາຊົນ. ທ່ານ ສີວັນ ຫອມໄຊຍະເດດ ເລຂາຄະນະພັກ, ຮັກສາການຫົວ ໜ້າບັນນາທິການໃຫຍ່ໜັງສືພິມ ປະຊາຊົນໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນ ວັນທີ 10 ສິງຫາ 2026 ນີ້ວ່າ:


Top