ຊາວໜຸ່ມອາຊຽນ ທັດສະນະສຶກສາການປະຕິບັດປະຊາທິປະໄຕປະຊາຊົນທົ່ວຂັ້ນຕອນ ຢູ່ເຂດກວາງຊີ

27/07/2026 09:37
Email Print 153
KPL ສູນກາງຈີນ,ຊາວ​ໜຸ່ມ ຫລາຍກວ່າ 90 ຄົນ​ ທີ່​ມາ​ຈາກ​ ປະ​ເທດ ​ສະ​ມາ​ຊິກ​ອາ​ຊຽນ​ ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ ຢູ່​ຫໍ​ສະ​ພາປະ​ຊາ​ຊົນ​ເຂດກວາງ​ຊີ ເພື່ອສຳ​ຜັດ​ກ່ຽວ​ກັບ​ ການ​ປະ​ຕິ​ບັດ ປະ​ຊາ​ທິ​ປະ​ໄຕ​​ ປະ​ຊາ​ຊົນ​ທົ່ວ ​ຂັ້ນ​ຕອນ​​ຢູ່ເຂດກວາງ​ຊີ ຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ຊາວ​ໜຸ່ມ ຫລາຍກວ່າ 90 ຄົນ​ ທີ່​ມາ​ຈາກ​ ປະ​ເທດ ​ສະ​ມາ​ຊິກ​ອາ​ຊຽນ​ ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ ຢູ່​ຫໍ​ສະ​ພາປະ​ຊາ​ຊົນ​ເຂດກວາງ​ຊີ ເພື່ອສຳ​ຜັດ​ກ່ຽວ​ກັບ​ ການ​ປະ​ຕິ​ບັດ ປະ​ຊາ​ທິ​ປະ​ໄຕ​​ ປະ​ຊາ​ຊົນ​ທົ່ວ ​ຂັ້ນ​ຕອນ​​ຢູ່ເຂດກວາງ​ຊີ ຂອງ ສປ ຈີນ. ຜ່ານ​ການ​ທັດ​ສະ​ນະ​ສຶກ​ສາ ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວ​, ຊາວ​ໜຸ່ມ​ອາ​ຊຽນ​ ໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ກົນ​ໄກ​​ ໃນ​ການດຳ​ເນີນ​ງານ​ຂອງ​ລະ​ບອບ​ສະ​ພາ​ປະ​ຊາ​ຊົນ ​ຢ່າງ​ເລິກ​ເຊິ່ງ, ແລະ​ສຳ​ຜັດ​ກັບ​ການ​ປະ​ຕິ​ບັດ​ຕົວ​ຈິງ ​ຂອງ​ປະ​ຊາ​ຊົນ ​ບັນ​ດາ​ເຜົ່າ​​ໃນ​ເຂດກວາງ​ຊີ ​ທີ່​ເປັນ​ເຈົ້າ​ຕົນ​ເອງ ຢ່າງ​ແທ້​ຈິງ.ກິດ​ຈະ​ກຳ​ເທື່ອ​ນີ້ ໂດຍ​ຖື​ເອົາການ​ທັດ​ສະ​ນະ​ສຶກ​ສາ ​ຂອງ​ຊາວ​ໜຸ່ມ​ເປັນ​ຂົວ​ຕໍ່, ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ ຕໍ່​ປະ​ຊາ​ທິ​ປະ​ໄຕ​ແບບ​ຈີນ​ ໃຫ້​ແກ່​ ຊາວ​ໜຸ່ມ​ອາ​ຊຽນ ​ຕື່ມ​ອີກ, ຊຸກ​ຍູ້​ຄວາມ​ສຳ​ພັນ​ລະ​ຫວ່າງ ​ປະ​ຊາ​ຊົນ​ ແລະ ​ຄວາມ​ເຂົ້າ​ໃຈ​ ເຊິ່ງ​ກັນ​ແລະ​ກັນ ​ລະ​ຫວ່າງ ສປ ​ຈີນ ​ແລະ​ ອາ​ຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top