ສືບຕໍ່ຫາລື ແລະ ລາຍງານຄວາມຄືບໜ້າກຽມເປັນເຈົ້າພາບກອງປະຊຸມສາກົນເພື່ອທົບທວນສົນທິສັນຍາລະເບີດລູກຫວ່ານ

27/07/2026 09:37
Email Print 186
KPL ຄະນະກຳມະການຄຸ ້ມ ຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ຈັດກອງປະ ຊຸມຄະນະກຳມະການຊີ້ນໍາລະດັບ ຊາດ ແລະ ບັນດາອະນຸກຳມະການ ເພື່ອກະກຽມເປັນເຈົ້າພາບຈັດກອງ ປະຊຸມທົບທວນ ສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກ ຫວ່ານ ຮອບວຽນທີ 3 (3RC CCM) ໃນວັນທີ 23 ກໍລະກົດ 2026 ຢູ່ນະຄອນຫລວງວຽງຈັນ
ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ, ທັງເປັນຮອງປະທານຜູ້ປະ ຈຳການ ຄຊກລ, ຄະນະກຳມະການ ຊີ້ນໍາລະດັບຊາດ ແລະ ຄະນະຮັບ ຜິດຊອບອະນຸກຳມະການຕ່າງໆ ເຂົ້າຮ່ວມ ຊຶ່ງຈຸດປະສົງຂອງກອງ ປະຊຸມແມ່ນສືບຕໍ່ປຶກສາຫາລແລະ ລາຍງານຄວາມຄືບໜ້າກ່ຽວ ກັບການກະກຽມເປັນເຈົ້າພາບ ກອງປະຊຸມ 3RC-CCM ເພື່ອ ຮັບປະກັນໃຫ້ການເປັນເຈົ ້າພາບ ຈັດກອງປະຊຸມລະດັບສາກົນ ໃນ ຄັ້ງນີ້ ດໍາເນີນໄປດ້ວຍຜົນສໍາເລັດ ຢ່າງຈົບງາມ. ກອງປະຊຸມໄດ້ຮັບຟັງການລາຍ ງານຄວາມຄືບໜ້າ ຂອງການກະ ກຽມໂດຍລວມຂອງໜ້າວຽກຕ່າງໆ ໃນຂອບກອງປະຊຸມ 3RC-CCM ໂດຍກົມອົງການຈັດຕັ້ງສາກົນ ໃນນາມກອງເລຂາ ກ່ຽວກັບສະ ພາບລວມຂອງການດໍາເນີນວຽກ ງານກະກຽມໃນໄລຍະທີ່ຜ່ານມາ ຈົນມາຮອດປັດຈຸບັນ ຊຶ່ງມີຄວາມ ຄືບໜ້າໃນຫລາຍດ້ານ ໂດຍສະ ເພາະການກະກຽມດ້ານເນື້ອໃນ ລວມທັງດ້ານການຈັດຕັ້ງກອງປະ ຊຸມເຊັ່ນ: ການລົງທະບຽນ, ການ ກະກຽມ ສະຖານທີ່ຈັດປະຊຸມ ແລະ ດ້ານພິທີການ. ພ້ອມດຽວກັນ, ບັນ ດາຜູ້ເຂົ ້າຮ່ວມໄດ້ລາຍງານ ແລະ ປຶກສາຫາລືກ່ຽວກັບລາຍລະອຽດ ໜ້າວຽກຂອງບັນດາອະນຸກຳມະ ການ ຊຶ່ງມີທັງໝົດ 11 ອະນຸກຳມະ ການທີ່ກ່ຽວຂ້ອງ ເປັນຕົ້ນ ອະນຸ ກຳມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ອະນຸກຳມະການ ຂົນສົ່ງ, ອະນຸກຳມະການໂຄສະນາ ແລະ ຂ່າວສານ, ອະນຸກຳມະການ ວັດທະນະທໍາ ແລະ ການສະແດງ, ອະນຸກຳມະການສາທາລະນະສຸກ, ອະນຸກຳມະການວຽກງານເນື້ອໃນ ແລະ ເລຂານຸການ, ອະນຸກຳມະການ ສະຖານທີ່ ແລະ ພິທີການ, ອະນຸກຳ ມະການ ງົບປະມານ-ການເງິນ, ອະ ນຸກຳມະການແຂ່ງຂັນ ແລະ ຍ້ອງ ຍໍ, ວຽກງານຜູ້ຊ່ວຍວຽກ ແລະ ອາ ສາສະໝັກ ລວມເຖິງການກະກຽມ ຄວາມພ້ອມດ້ານຕ່າງໆ. ສໍາລັບ ກິດຈະກຳຢ້ຽມຢາມພາກສະໜາມ ກວດກູ້ລະເບີດບໍ ່ທັນແຕກ ທີ່ ແຂວງ ຫລວງພະບາງ ໃນວັນທີ 13 ກັນຍາ 2026 ໄດ້ມີຄວາມພ້ອມຫລາຍ ສົມຄວນ ຊຶ່ງຄະນະນໍາກະຊວງ ການຕ່າງປະເທດ ໄດ້ລົງກວດກາ ຄວາມພ້ອມຢູ່ພາກສະໜາມເປັນ ແຕ່ລະໄລຍະ ໂດຍເຮັດວຽກຮ່ວມ ກັນຢ່າງໃກ້ຊິດກັບຄະນະກຳມະ ການປົກຄອງແຂວງຫລວງພະ ບາງ ເພື່ອກະກຽມຄວາມພ້ອມໃນ ທຸກດ້ານ. ໃນຕອນທ້າຍ, ທ່ານປະທານກອງປະຊຸມໄດ້ມີຄໍາເຫັນສະຫລຸບ ເນື້ອໃນກອງປະຊຸມ ແລະ ໃຫ້ທິດຊີ້ ນໍາທີ່ສໍາຄັນ ໂດຍສະເໜີໃຫ້ທຸກ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ ່ເອົາໃຈ ໃສ່ຈັດຕັ້ງປະຕິບັດໜ້າວຽກຕາມ ພາລະບົດບາດຂອງຕົນໃຫ້ມີຄວາມ ຮັດກຸມ ແລະ ຄົບຖ້ວນ ເພື່ອຮັບປະ ກັນໃຫ້ແກ່ການເປັນເຈົ້າພາບກອງ ປະຊຸມລະດັບສາກົນໃນຄັ້ງນີ້ ດໍາ ເນີນໄປຢ່າງມີປະສິດທິຜົນ ແລະ ປະສົບຜົນສໍາເລັດຕາມລະດັບຄາດ ໝາຍທີ່ວາງໄວ້.</p><p style="text-align:justify;">ກອງປະຊຸມທົບທວນສົນທິສັນ ຍາວ່າດ້ວຍການເກືອດຫ້າມລະ ເບີດລູກຫວ່ານ ຫລື CCM ແມ່ນ ຈັດຂຶ້ນໃນທຸກໆ 5 ປີ ເພື່ອເປັນເວທີ ຫລັກໃຫ້ແກ່ບັນດາລັດພາຄີໃນການ ທົບທວນການຈັດຕັ້ງປະຕິບັດສົນທິ ສັນຍາ. ສປປ ລາວ ຈະເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບ ທວນສົນທິສັນຍາ CCM (3RC CCM) ຊຶ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 13-18 ກັນຍາ 2026 ທີ່ ນະຄອນຫລວງວຽງຈັນ. ກອງປະ ຊຸມດັ່ງກ່າວ, ເປັນຂີດໝາຍສໍາຄັນ ລະດັບຊາດ ແລະ ສາກົນ ສໍາລັບ ສປປ ລາວ ໃນຖານະເປັນໜຶ່ງໃນ ບັນດາປະເທດທີ່ໄດ້ຮັບຜົນກະທົບ ຈາກລະເບີດລູກຫວ່ານຫລາຍທີ່ສຸດ ໃນໂລກ. ຜ່ານມາ ສປປ ລາວ ເຄີຍ ເປັນເຈົ້າພາບຈັດກອງປະຊຸມລັດ ພາຄີສົນທິສັນຍາ CCM ຄັ້ງທໍາ ອິດໃນປີ 2010. ພາບ: ຂັນໄຊ
KPL

ຂ່າວອື່ນໆ


Top