ງານວາງສະແດງການຮ່ວມມື ຈີນ-ໄທ 2026

27/07/2026 09:37
Email Print 111
KPL ງານວາງສະແດງ ການຮ່ວມມືຈີນ-ໄທ 2026 ພາຍໃຕ້ຫົວຂໍ້ “ລົງທຶນເພື່ອອະນາຄົດ ແລະ ເຕີບໂຕໄປພ້ອມກັນ” ໄດ້ຈັດຂຶ້ນ ຢູ່ນະຄອນຫລວງບາງກອກຂອງໄທ ເມື່ອບໍ່ດົນມານີ້.ງານວາງສະແດງຄັ້ງນີ້ ໄດ້ດຶງດູດວິສາຫະກິດຂອງຈີນ ແລະ ໄທ ປະມານ 270 ແຫ່ງເຂົ້າຮ່ວມ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ງານວາງສະແດງ ການຮ່ວມມືຈີນ-ໄທ 2026 ພາຍໃຕ້ຫົວຂໍ້ ລົງທຶນເພື່ອອະນາຄົດ ແລະ ເຕີບໂຕໄປພ້ອມກັນໄດ້ຈັດຂຶ້ນ ຢູ່ນະຄອນຫລວງບາງກອກຂອງໄທ ເມື່ອບໍ່ດົນມານີ້.ງານວາງສະແດງຄັ້ງນີ້ ໄດ້ດຶງດູດວິສາຫະກິດຂອງຈີນ ແລະ ໄທ ປະມານ 270 ແຫ່ງເຂົ້າຮ່ວມ, ກວມເອົາຫລາຍຂົງເຂດ ເຊັ່ນ: ນະວັດຕະກໍາ ດ້ານວິທະ ຍາສາດ ເຕັກໂນໂລຊີ, ການຜະລິດແບບອັດສະລິຍະ, ພະລັງງານສີຂຽວ, ການຈໍລະຈອນສິນຄ້າຂ້າມຊາຍແດນ ແລະ ການບໍລິໂພກ ດ້ານຜະລິດຕະພັນ ອາຫານເປັນຕົ້ນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ພະລັງຊີວິດ ທີ່ຄຶກຄື້ນຂອງການຮ່ວມມື ລະຫວ່າງ ສປ ຈີນ-ໄທ. ນອກນີ້, ເຈົ້າພາບຈັດງານວາງສະແດງຄັ້ງນີ້ ໄດ້ເຊີນສະຖາບັນການສຶກສາຊັ້ນສູງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ 30 ກວ່າແຫ່ງຂອງ ສປ ຈີນ ເຂົ້າຮ່ວມ ໂດຍໄດ້ສະໜອງທຶນ ການສຶກສາ 900 ກວ່າທຶນ ເພື່ອປະກອບສ່ວນ ເຂົ້າໃນການເພີ່ມ ຄວາມເຂົ້າໃຈ ໃຫ້ແກ່ ນັກຮຽນຮັກສຶກສາທ້ອງຖິ່ນ ຕໍ່ຊ່ອງທາງການຮຽນຕໍ່ ແລະ ທາງເລືອກໃນການຮຽນຕໍ່ຢູ່ຕ່າງປະເທດ ທັງໃນປະເທດຈີນ ແລະ ໄທ. ປັດຈຸບັນ, ສປ ຈີນ ໄດ້ກາຍເປັນຄູ່ການຄ້າ ກໍຄື ຕະ ຫລາດສົ່ງອອກ ຜະລິດ ຕະພັນ ກະສິກໍາໃຫຍ່ ອັນດັບທີ 1 ຂອງໄທ ເປັນເວລາ 13 ປີລຽນຕິດ. ໃນໄຕມາດທໍາອິດຂອງປີນີ້, ຍອດມູນຄ່າການຄ້າ ລະຫວ່າງ ສປ ຈີນ-ໄທ ບັນລຸຫລາຍກວ່າ 40 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫລາຍກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top