ເສດຖະກິດໝູນວຽນ ຈະຊ່ວຍລາວ ກ້າວສູ່ການປ່ອຍທາດກາກບອນໜ້ອຍລົງ

15/12/2020 13:58
Email Print 802
KPL ຂປລ. ສະຖາບັນສົ່ງເສີມພະລັງງານທົດແທນ ຮ່ວມມືກັບອົງການ ສະຫະປະຊາຊາດ ເພື່ອການພັດທະນາ ໂດຍການສະໜັບສະໜູນ ຈາກສະຫະພາບເອີລົບ ແລະ ຜູ້ໃຫ້ທືນອື່ນໆ

ຂປລ. ສະຖາບັນສົ່ງເສີມພະລັງງານທົດແທນ ຮ່ວມມືກັບອົງການ ສະຫະປະຊາຊາດ ເພື່ອການພັດທະນາ ໂດຍການສະໜັບສະໜູນ ຈາກສະຫະພາບເອີລົບ ແລະ ຜູ້ໃຫ້ທືນອື່ນໆ ໄດ້ສົມທົບກັບບັນ ດາອົງການຈັດຕັ້ງລັດ ແລະ ພາກສ່ວນເອກະຊົນ ຈັດກອງປະຊຸມສະເໜີ ກ່ຽວກັບ ເສດຖະກິດໝູນວຽນ (Circular Economy) ຄັ້ງທໍາອິດຂຶ້ນ ທີ່ ໂຮງແຮມຄຣາວພຣາຊາ ນະຄອນຫລວງວຽງຈັນ, ເມື່ອອາ ທິດຜ່ານມາ, ໂດຍການເປັນ ປະທານຂອງ ທ່ານ ຈັນໂທ ມິລັດຕະນະແພງ ຫົວໜ້າສະຖາບັນ ສົ່ງເສີມພະລັງງານທົດແທນ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ ຣີກາດາ ໄຣເກີ (Ricarda Rieger) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳລາວ.

ທ່ານ ຈັນໂທ ມິລັດຕະນະແພງ ກ່າວວ່າ: ສປປ ລາວ ກໍເປັນປະເທດໜຶ່ງ ທີ່ຖືໄດ້ວ່າຢູ່ໃນແຖວໜ້າ ຂອງບັນດາປະເທດໃນພາກພື້ນ ທີ່ລັດຖະບານໄດ້ຖືເອົາ ເສດຖະກິດໝູນວຽນ ເປັນສ່ວນໜຶ່ງ ເພື່ອຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໄປຕາມທິດທາງ ການເຕີບ ໂຕສີຂຽວ ແລະ ຍືນຍົງຂອງລັດ ທີ່ໄດ້ຮັບຮອງເອົາຢ່າງເປັນທາງການ. ດັ່ງນັ້ນ, ຈຶ່ງໄດ້ລິເລີ່ມການປະເມີນທາງເລືອກ ມາແຕ່ສົກ ປີ 2016-2017 ພາຍໃຕ້ໂຄງການທີ່ ສະໜັບສະໜູນໂດຍ ອົງການ UNDP, ເຊິ່ງເສດຖະກິດໝູນວຽນນີ້ແມ່ນອີງໃສ່ 3 ຫລັກການຕົ້ນຕໍ ຄື: ອອກແບບ ເພື່ອບໍ່ໃຫ້ ມີສິ່ງເສດເຫລືອ ແລະ ມົນລະພິດ, ສາມາດນໍາໃຊ້ຜະລິດຕະພັນ ແລະ ວັດສະດຸ ໄດ້ຕະຫລອດເວລາ ແລະ ຟື້ນຟູລະບົບນິເວດທາງທຳມະຊາດຄືນໃໝ່.

ໂຄງການນີ້, ຈະຊ່ວຍ ສປປ ລາວ ໃນການພັດທະນາ ບັນດາຍຸດທະສາດ ທີ່ກ່ຽວກັບເສດຖະກິດໝູນວຽນ ເພື່ອຊຸກຍູ້ສົ່ງເສີມ ການຮ່ວມມື ລະຫວ່າງ ລັດຖະບານ ແລະ ພາກສ່ວນເອກະຊົນ ໃຫ້ຫລາຍຂຶ້ນ ເພື່ອປະກອບສ່ວນໃນການບັນລຸ ບັນດາຈຸດປະສົງທີ່ລະບຸໄວ້ ໃນແຜນພັດທະນາ ເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ 9. ພ້ອມນີ້, ຈະຊ່ວຍໃນການຫລຸດຜ່ອນ ການປ່ອຍທາດອາຍພິດເຮືອນແກ້ວ ພາຍໃຕ້ສັນຍາປາຣີ ຜ່ານກິດຈະກຳ ຂອງ ເສດຖະກິດໝູນວຽນ ແລະ ສ້າງຍຸດທະສາດໄລຍະຍາວ ວ່າດ້ວຍການປ່ອຍ ທາດກາກບອນ (carbon) ປະລິມານຕໍ່າ ທາງເລືອກຕ່າງໆ ທີ່ໄດ້ລະບຸ ແລະ ຈັດເປັນບູລິມະສິດ ໃນການພັດທະນາ ເສດຖະກິດໝູນວຽນໃນ ສປປ ລາວ.

KPL

ຂ່າວອື່ນໆ


Top