ຫ້ອງວ່າການປະທານປະເທດ ເຜີຍແຜ່ຄໍາສັ່ງ ກ່ຽວກັບການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

19/05/2020 14:55
Email Print 1307
KPL ຂປລ. ຫ້ອງວ່າການປະທານປະເທດ ໄດ້ເຜີຍແຜ່ຄໍາສັ່ງແນະນໍາເພີ່ມເຕີມ ເລກທີ 08/ຄລສພ ລົງວັນທີ 11 ພຶດສະພາ 2020 ກ່ຽວກັບການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

ຂປລ. ຫ້ອງວ່າການປະທານປະເທດ ໄດ້ເຜີຍແຜ່ຄໍາສັ່ງແນະນໍາເພີ່ມເຕີມ ເລກທີ 08/ຄລສພ ລົງວັນທີ 11 ພຶດສະພາ 2020 ກ່ຽວກັບການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ໃນວັນທີ 19 ພຶດສະພາ 2020 ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ປະທານປະເທດ, ພ້ອມ​ດ້ວຍ​ພະນັກງານ ​ພາຍ​ໃນ​ເຂົ້າ​ຮ່ວມ.

ທ່ານ ຄໍາເມິງ ພົງທະດີ ​ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນ ຂອງຄຳແນະນຳເພີ່ມເຕີມ ກ່ຽວກັບ ກະກຽມດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເປັນຕົ້ນ ໃຫ້ຄະນະພັກ ກະຊວງ-ອົງການ, ຄະ ນະພັກແຂວງ-ນະຄອນ ຫລວງ ແລະ ເມືອງ-ນະຄອນ ກໍຄື ຄະນະຮັບຜິດຊອບ ກະກຽມດໍາເນີນ ກອງປະ ຊຸມໃຫຍ່ອົງຄະນະພັກ ແຕ່ລະຂັ້ນສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນເນື້ອໃນ ມະຕິກົມການເມືອງສູນ ກາງພັກ, ຄໍາສັ່ງຂອງຄະນະເລຂາ ທິການສູນກາງພັກ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ ກັບການກະກຽມ ດໍາເນີນ ກອງປະຊຸມໃຫຍ່, ກໍາແໜ້ນບາດກ້າວ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດ ແຕ່ລະວຽກໃຫ້ ເລິກເຊິ່ງ;  ໃຫ້ຄະນະພັກ, ກະຊວງ-ອົງການ, ແຂວງ-ນະຄອນຫລວງ ກວດກາປັບປຸງຄືນ ດ້ານການຈັດ ຕັ້ງ, ການຊີ້ນໍາ-ນໍາພາ, ການແຕ່ງຕັ້ງຄະນະຮັບຜິດຊອບ ກະກຽມດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫລວງ ສ້າງແຜນດໍາເນີນງານ ແຕ່ນີ້ຮອດກອງປະຊຸມໃຫຍ່ ອົງຄະນະພັກຕົນ;  ໃຫ້ຄະນະພັກ ແຂວງ-ນະຄອນຫລວງ ສືບຕໍ່ນໍາພາ-ຊີ້ນໍາ ກະກຽມດໍາເນີນ ກອງປະຊຸມໃຫຍ່ ອົງ ຄະນະພັກເມືອງ ແລະ ຮາກຖານພັກອ້ອມຂ້າງ ແຂວງ-ນະຄອນຫລວງ ໃຫ້ສໍາເລັດພາຍໃນ ເດືອນມິຖຸນາ 2020;  ໃຫ້ຄະນະພັກກະຊວງ-ອົງການ ເພີ່ມທະວີການນໍາພາ-ຊີ້ນໍາ ກະກຽມດໍາເນີນກອງ ປະຊຸມໃຫຍ່ ບັນດາຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກຕົນ ໃຫ້ສໍາເລັດພາຍໃນເດືອນກໍລະກົດ 2020;  ກະກຽມດໍາເນີນກອງປະຊຸມໃຫຍ່ ໃຫ້ເອົາໃຈໃສ່ນໍາພາ-ຊີ້ນໍາ 3 ວຽກງານຕົ້ນຕໍ ເຊັ່ນ: ວຽກຂະບວນການ, ວຽກເນື້ອໃນ ແລະ ວຽກງານບຸກ ຄະລາກອນ;  ເອົາໃຈໃສ່ກະກຽມ ດໍາເນີນຊີວິດການເມືອງ ຄະນະບໍລິຫານງານພັກທ້າຍສະໄໝ ໃຫ້ເລິກເຊີ່ງ ເຖິງຖອງ, ກ້າຕໍານິກ້າຕິຊົມ​ເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ, ກົງໄປກົງມາ ແລະ ສ້າງສັນ;  ການດໍາເນີນ ກອງປະຊຸມໃຫຍ່ ອົງຄະນະພັກ ກະຊວງ-ອົງການ ແລະ ແຂວງນະຄອນຫລວງ ສູ້ຊົນໃຫ້ສໍາເລັດພາຍໃນ ເດືອນພະຈິກ 2020,  ຫລຸດຜ່ອນດ້ານຕ່າງໆ ທີ່ບໍ່ຈໍາເປັນລົງເຊັ່ນ: ຫລຸດຈໍານວນແຂກຖືກເຊີນ, ຢຸດການມອບ ຊໍ່ດອກໄມ້, ການເຂົ້າອວຍພອນຂອງມວນຊົນ, ຈໍາກັດເວລາດໍາເນີນກອງປະຊຸມໃຫຍ່, ການຈັດງານລ້ຽງ, ງານມວນຊົນ ແລະ ອື່ນໆ ເພື່ອປ້ອງກັນ ແລະ ສະ ກັດກັ້ນການລະບາດ ໂຄວິດ-19 ແລະ ຫລີກລຽງຄວາມສ່ຽງ ການຕິດເຊື້ອພະຍາດດັ່ງກ່າວ.

ທ່ານ ຄໍາເມິງ ພົງທະດີ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ສໍາລັບອົງຄະນະພັກ ຫ້ອງວ່າການສູນກາງພັກ, ຄະນະກວດກາ ສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະພາແຫ່ງ ຊາດ, ສູນກາງແນວລາວ ສ້າງຊາດ, ອົງການກວດສອບແຫ່ງລັດ, ສານປະຊາຊົນສູງສຸດ, ອົງການໄອຍະການ ປະຊາຊົນສູງສຸດ ແລະ ສໍານັກງານນາຍົກ ລັດຖະມົນຕີ ໃຫ້ກະກຽມດໍາເນີນ ກອງປະຊຸມໃຫຍ່ ອົງຄະນະພັກຕົນ ພາຍຫລັງ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກສໍາເລັດ; ໃຫ້ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກແບ່ງຄວາມຮັບຜິດ ຊອບລົງຊີ້ນໍາ, ຕິດຕາມ ແລະ ແຕ່ງຕັ້ງໜ່ວຍ ງານວິຊາການ ເພື່ອລົງຊ່ວຍແຂວງ ນະຄອນຫລວງ ແລະ ກະຊວງອົງການ; ໃຫ້ຄະນະພັກ ກະຊວງ-ອົງການ, ຄະນະພັກແຂວງ-ນະຄອນຫລວງ, ຄະນະພັກ ເມືອງ-ນະຄອນ ເພີ່ມທະວີ ຄວາມຮັບຜິດຊອບ ເປັນເຈົ້າການໃນ ການນໍາພາ-ຊີ້ນໍາ ການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກຕົນ ໃຫ້ສໍາເລັດ ແລະ ບັນລຸຈຸດປະສົງຄາດໝາຍທີ່ວາງໄວ້. 

ຂ່າວ: ກິດ​ຕາ

ພາບ: ​ເກດສະໜາ

KPL

ຂ່າວອື່ນໆ


Top