ນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າ ສປ ຈີນ ແບບຍົກເວັ້ນວີຊາ ເພີ່ມຂຶ້ນເກືອບ54%

17/07/2025 14:03
Email Print 101
KPL ໃນ 6 ເດືອນ​ຕົ້ນ​ປີ​ນີ້, ນັກທ່ອງທ່ຽວ ​ຕ່າງ​ປະ​ເທດ ​ເດີນ​ທາງ​ເຂົ້າ ສປ ​ຈີນ ​ແບບ​ຍົກ​ເວັ້ນ ​ວີ​ຊາ ບັນ​ລຸ 13,64 ລ້ານ​ເທື່ອ​ຄົນ, ກວມ​ເອົາ​ 71,2% ​ຂອງຍອດຈຳ​ນວນ ​ຄົນ​ຕ່າງ​ປະ​ເທດ ​​ທີ່​ເດີນ​ທາງ ເຂົ້າ​​ປະ​ເທດ​ຈີນ, ເພີ່ມ​ຂຶ້ນ 53,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,  ໃນ 6 ເດືອນ​ຕົ້ນ​ປີ​ນີ້, ນັກທ່ອງທ່ຽວ ​ຕ່າງ​ປະ​ເທດ ​ເດີນ​ທາງ​ເຂົ້າ ສປ ​ຈີນ ​ແບບ​ຍົກ​ເວັ້ນ ​ວີ​ຊາ ບັນ​ລຸ 13,64 ລ້ານ​ເທື່ອ​ຄົນ, ກວມ​ເອົາ​ 71,2% ​ຂອງຍອດຈຳ​ນວນ ​ຄົນ​ຕ່າງ​ປະ​ເທດ ​​ທີ່​ເດີນ​ທາງ ເຂົ້າ​​ປະ​ເທດ​ຈີນ, ເພີ່ມ​ຂຶ້ນ 53,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ພາຍຫລັງ ກົມ​ຄຸ້ມ​ຄອງ ຄົນ​ເຂົ້າ​-ອອກ​ເມືອງ​ ແຫ່ງ​ຊາດ​ຈີນ​ ໄດ້​ຈັດກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວວ່າ: ໃນ 6 ເດືອນ​ ຕົ້ນ​ປີ​ນີ້, ສປ ຈີນ ​ໄດ້​ປະ​ຕິ​ບັດ​ ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວີຊາ ​ສຳ​ລັບ​ ກຸ່ມ​ນັກ​ທ່ອງ​ທ່ຽວ​ ຈາກປະ​ເທດ​ ສະ​ມາ​ຊິກ​ ອາ​ຊຽນ ​ທີ່​ຜ່ານດ່ານ​ ຢູ່​ກິ່ງ​ແຂວ​ງ​ສິບ​ສອງ​ພັ່ນ​ນາ ​ແຂວງ​ຢຸນ​ນານ ​ແລະ ​ເພີ່ມອິນ​ໂດ​ເນ​ເຊຍ​ ເຂົ້າເປັນ​ປະ​ເທດ​ ທີ່​​ສາ​ມາດ​​ນຳໃຊ້ ​ນະ​ໂຍ​ບາຍ ​ຜ່ານ​ແດນຈີນ ​ແບບ​​ຍົກ​ເວັ້ນ​ ວີ​ຊາ​ພາຍ​ໃນ 240 ຊົ່ວ​ໂມງ, ກົມ​ຄຸ້ມ​ຄອງ ຄົນ​ເຂົ້າ​-ອອກ ​ເມືອງ​ແຫ່ງ​ຊາດ​ຈີນ ໄດ້​ຮ່ວມ​ກັບ​ ພາ​ກ​ສ່ວນ​ ທີ່​ກ່ຽວ​ຂ້ອງ​ອື່ນໆ ​ຕັ້ງ​ໜ້າ ຊຸກ​ຍູ້​ ການ​ອຳ​ນວຍ ​ຄວາມ​ສະ​ດວກ ​ໃຫ້​ແກ່ ​ຄົນ​ຕ່າງ​ປະ​ເທດ​ ໃນ​ດ້ານ​ການຊຳ​ລະ​ບັນ​ຊີ, ການ​ພັກ​ເຊົາ, ​​ການຄົມ​ມະ​ນາ​ຄົມ ແລະ​ ອື່ນໆ, ເຊິ່ງ​ໄດ້​ຊຸກ​ຍູ້ ​ການ​ໄປ​ມາ​ ຫາ​ສູ່​ກັນ ​ແລະ ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ ​ການ​ຄ້າ ​ລະ​ຫວ່າງ ​ປະ​ຊາ​ຊົນ​ຈີນ​ ກັບ​ປະ​ຊາ​ຊົນ​ ຕ່າງ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top