KPL
ພາກສ່ວນ ປະຕິບັດ ກົດໝາຍ ຂອງອົງການ ປົກຄອງ ນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ ໄດ້ມ້າງສະຖານທີ່ ເພື່ອຫລອກລວງ ທາງອິນເຕີເນັດ ແຫ່ງໜຶ່ງ ແລະ ຈັບຕົວ ຜູ້ຕ້ອງຫາ ເພດຊາຍ ຊາວຕ່າງປະເທດ ຕາມກົດໝາຍ ຫລາຍຄົນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ພາກສ່ວນ ປະຕິບັດ ກົດໝາຍ ຂອງອົງການ ປົກຄອງ ນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ ໄດ້ມ້າງສະຖານທີ່ ເພື່ອຫລອກລວງ ທາງອິນເຕີເນັດ ແຫ່ງໜຶ່ງ ແລະ ຈັບຕົວ ຜູ້ຕ້ອງຫາ ເພດຊາຍ ຊາວຕ່າງປະເທດ ຕາມກົດໝາຍ ຫລາຍຄົນ. ພາກສ່ວນ ປະຕິບັດ ກົດໝາຍ ກ່າວວ່າ: ຝ່າຍທີ່ກ່ຽວຂ້ອງ ຈະສືບຕໍ່ ປາບປາມ ການຫລອກລວງ ທາງອິນເຕີເນັດ ແລະ ການກະທຳ ຕ້ອງໂທດ ຂ້າມຊາດອື່ນໆ ຢ່າງເຂັ້ມງວດ, ເພື່ອປົກປັກຮັກສາ ຄວາມເປັນລະບຽບ ຮຽບຮ້ອຍ ແລະ ຄວາມສະຫງົບ ຂອງສັງຄົມ ຢ່າງແທ້ຈິງ. ກ່ອນໜ້ານີ້ ທ່ານ ຮຸນ ມາເນດ, ນາຍົກລັດຖະມົນຕີ ທັງເປັນ ປະທານ ຄະນະກຳມະການ ປາບປາມ ການຫລອກລວງ ທາງອິນເຕີເນັດ ແຫ່ງຊາດ ກຳປູເຈຍ ໄດ້ຮຽກໂຮມເຈົ້າແຂວງ, ຫົວໜ້າກົມຕຳຫລວດ ແລະ ຜູ້ບັນຊາການ ທະຫານ ຂອງແຂວງຕ່າງໆ ເພື່ອຄົ້ນຄວ້າແລະ ວາງແຜນເຄື່ອນໄຫວ ປາບປາມ ການຫລອກລວງ ທາງອິນເຕີເນັດ ຮ່ວມກັນ, ເຊິ່ງເປັນສັນຍານ ທີ່ສະແດງ ໃຫ້ເຫັນເຖິງ ການປະຕິບັດ ກົດໝາຍ ທີ່ເຂັ້ມແຂງ. ພ້ອມທັງ ກ່າວເຕືອນວ່າ ເຈົ້າໜ້າທີ່ທີ່ ບໍ່ປະຕິບັດໜ້າທີ່ ຈະຖືກປົດຕຳແໜ່ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL