ສປ ຈີນ ມີຍອດມູນຄ່າການຄ້າຂາເຂົ້າ-ຂາອອກເຂດທົດລອງການຄ້າເສລີຊຽງໄຮ້ ຫລາຍກວ່າ 26%

06/07/2025 14:44
Email Print 150
KPL ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາປີນີ້, ຍອດມູນຄ່າ ການຄ້າຂາເຂົ້າ-ຂາອອກ ຂອງເຂດທົດລອງ ການຄ້າເສລີ ຊຽງໄຮ້ ບັນລຸ ຫລາຍ ກວ່າ 900 ຕື້ຢວນ, ກວມເອົາ ຫລາຍກວ່າ 26% ຂອງຍອດມູນຄ່າ ການຄ້າ ຂາເຂົ້າ-ຂາອອກ ຂອງເຂດທົດລອງ ການຄ້າເສລີ ທົ່ວປະເທດຈີນ.

ປລ.ຕາມຂ່າວຈາກ CGT,ໃນກອງປະຊຸມ ຖະແຫລງຂ່າວ ຂອງຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້  ຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງ ຂອງອົງການພາສີ ແຫ່ງ ສປ ຈີນ ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາປີນີ້, ຍອດມູນຄ່າ ການຄ້າຂາເຂົ້າ-ຂາອອກ ຂອງເຂດທົດລອງ ການຄ້າເສລີ ຊຽງໄຮ້ ບັນລຸ ຫລາຍ ກວ່າ 900 ຕື້ຢວນ, ກວມເອົາ ຫລາຍກວ່າ 26% ຂອງຍອດມູນຄ່າ ການຄ້າ ຂາເຂົ້າ-ຂາອອກ ຂອງເຂດທົດລອງ ການຄ້າເສລີ ທົ່ວປະເທດຈີນ. ທ່ານ ຕູ້ສາວຊິ່ນ ຮອງຫົວໜ້າກົມ ພັດທະນາ ເຂດການຄ້າເສລີ ແລະ ເຂດແຄວ້ນ ພິເສດ ຂອງອົງການພາສີ ແຫ່ງ ສປ ຈີນ ໄດ້ແຈ້ງໃຫ້ຮູ້ວ່າ: ການປະຕິບັດ ວຽກງານ ຢູ່ຈຸດທົດລອງ ໃນໄລຍະເບື້ອງຕົ້ນ ໄດ້ຊຸກຍູ້ ການຈັດຕັ້ງ ປະຕິບັດ ມາດຕະການ ໃຫ້ເປັນຮູບປະທຳ ຢ່າງເປັນລະບຽບ ຢູ່ຈຸດທົດລອງ, ພ້ອມທັງ ໄດ້ສະສົມ ບົດຮຽນ ອັນປະເສີດ.ສຳລັບ ຈຸດທົດລອງ ໄດ້ປັບປຸງ ມາດຕະການ ກັກກັນ ກວດກາໝາກໄມ້ ນຳເຂົ້າທີ່ໄດ້ຜ່ານ ການກັກກັນກວດກາ ຢູ່ຕ່າງປະເທດແລ້ວ ໃຫ້ກະທັດຮັດ, ຊຸກຍູ້ ການຮັບຮອງ ຂໍ້ມູນຕິດຕາມຄຸ້ມຄອງ ເຊິ່ງກັນ ແລະ ກັນ, ພາຍໃຕ້ເງື່ອນໄຂ ທີ່ຮັບປະກັນ ຄວາມປອດໄພ ຂອງຜະລິດຕະພັນອາຫານ, ຫລຸດເວລາຜ່ານດ່ານ ຂອງວິສາຫະກິດ ໃຫ້ໜ້ອຍລົງ ຢ່າງມີປະສິດທິຜົນ. ນັບມາຮອດ ປັດຈຸບັນ, ມີໝາກໄມ້ ນຳເຂົ້າ ລວມທັງໝົດ 10.500 ງວດ ໄດ້ຜ່ານດ່ານ ດ້ວຍຮູບແບບດັ່ງກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top