ສສ ຫວຽດນາມ-ເຢຍລະມັນ ເຊັນຖະແຫລງການຮ່ວມກ່ຽວກັບການສ້າງຄູ່ຮ່ວມມືພະລັງງານ

06/07/2025 14:44
Email Print 155
KPL ທ່ານ ຫງວຽນຮ່ວາງລອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ທ່ານ ສະເຕຟານ ຮູເອັນຮໍຟ(Stefan Rouenhoff)ລັດຖະມົນຕີ ກະຊວງ ເສດຖະກິດ ແລະ ພະລັງງານ ເຢຍລະມັນ ໄດ້ເຊັນຖະແຫລງການຮ່ວມ ສ້າງຕັ້ງ ຄູ່ຮ່ວມມື ພະລັງງານ ຫວຽດນາມ-ເຢຍລະມັນ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ແບັກລິນ ປະເທດ ເຢຍລະມັນ, ທ່ານ ຫງວຽນຮ່ວາງລອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ທ່ານ ສະເຕຟານ ຮູເອັນຮໍຟ(Stefan Rouenhoff)ລັດຖະມົນຕີ ກະຊວງ ເສດຖະກິດ ແລະ ພະລັງງານ ເຢຍລະມັນ ໄດ້ເຊັນຖະແຫລງການຮ່ວມ ສ້າງຕັ້ງ ຄູ່ຮ່ວມມື ພະລັງງານ ຫວຽດນາມ-ເຢຍລະມັນ, ພາຍໃຕ້ ການເປັນສັກຂີພິຍານ ຂອງທ່ານ ນາງ ຫວໍທິແອັງຊວນ ຮອງປະທານປະເທດ ຫວຽດນາມ. ບັນດາຂົງເຂດສອງປະເທດ ໃຫ້ບຸລິມະສິດ ຮ່ວມມືລວມມີ: ສ້າງນະໂຍບາຍ ໃຫ້ສົມບູນແບບ, ພັດທະນາ ພະລັງງານ ທົດແທນ, ຫັນຂະແໜງໄຟຟ້າ ເປັນດີຈີຕອນ, ຍົກສູງປະສິດທິຜົນ ໃນການນຳໃຊ້ ພະລັງງານ, ຫັນຕາຄ່າຍໄຟຟ້າ ເປັນທັນສະໄໝ ແລະ ໜູນຊ່ວຍ ການລົບລ້າງ ທາດກາກບອນ ສຳລັບ ບັນດາຂະແໜງ ຍາກທີ່ຈະຫລຸດຜ່ອນ ການປ່ອຍອາຍພິດ. ຈາກນັ້ນ ທ່ານ ຫງວຽນຮ່ວາງລອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫຮູ້ວ່າ: ການລົງນາມ ຂໍ້ຕົກລົງຮ່ວມມື ສ້າງການພົວພັນ ຄູ່ຮ່ວມມື ພະລັງງານ ກັບ ເຢຍລະມັນ ໄດ້ຍົກລະດັບການພົວພັນສອງຝ່າຍ ໃນຂົງເຂດ ພະລັງງານ ແລະ ອຸດສາຫະກຳ.ນອກນີ້ ຍັງເປີດ ຂອບເຂດ ການຮ່ວມມືໃໝ່, ສ້າງເງື່ອນໄຂສະດວກ ໃຫ້ແກ່ ບັນດາວິສາຫະກິດ, ພິເສດ ແມ່ນວິສາຫະກິດ ເຢຍລະມັນ ເຂົ້າມາລົງທຶນ, ດຳເນີນທຸລະກິດ ແລະ ຮ່ວມມື ກ່ຽວກັບ ວິທະຍາສາດ, ເຕັກໂນໂລຊີ, ຖ່າຍທອດ ເຕັກໂນໂລຢີ ກັບບັນ ດາວິສາຫະກິດ ຫວຽດນາມ ໃນຂົງເຂດພະລັງງານ ພິເສດ ແມ່ນພະລັງງານ ທົດແທນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top