KPL
ກອງປະຊຸມ ສຸດຍອດ ຄັ້ງທຳອິດ ຂອງອົງການ ບຣິກສ ພາຍຫລັງ ໄດ້ຂະຫຍາຍ ສະມາຊິກ ຫລື ກອງປະຊຸມສຸດຍອດ “ບຣິກສໃຫຍ່” ໄດ້ຮັບຄວາມສົນໃຈ ຂອງທົ່ວໂລກ. ຜົນການສຳຫລວດ ຄວາມຄິດເຫັນ ຕໍ່ຊາວເນັດ ທົ່ວໂລກ

ຂປລ. ກອງປະຊຸມ ສຸດຍອດ ຄັ້ງທຳອິດ ຂອງອົງການ ບຣິກສ ພາຍຫລັງ ໄດ້ຂະຫຍາຍ ສະມາຊິກ ຫລື ກອງປະຊຸມສຸດຍອດ “ບຣິກສໃຫຍ່” ໄດ້ຮັບຄວາມສົນໃຈ ຂອງທົ່ວໂລກ. ຜົນການສຳຫລວດ ຄວາມຄິດເຫັນ ຕໍ່ຊາວເນັດ ທົ່ວໂລກ ຂອງວິທະຍຸ ໂທລະພາບ ສາກົນຈີນ ຫລື CGTN ຂອງວິທະຍຸ ໂທລະພາບ ສູນກາງຈີນ ຫລື CMG ສະແດງໃຫ້ເຫັນວ່າ, ຜູ້ຕອບແບບສອບຖາມ 91,2% ເຫັນວ່າ ກົນໄກ ຮ່ວມມື ກຸ່ມປະເທດ ບຣິກສ ໄດ້ກາຍເປັນ ກຳລັງສຳຄັນ ທີ່ຊຸກຍູ້ໂລກ ຫັນເປັນຫລາຍຂົ້ວ ຢ່າງສະເໝີພາບ ແລະ ເປັນລະບຽບ ແລະ ເສດຖະກິດ ໂລກາພິວັດ ແບບກວມລວມ ທີ່ໃຫ້ຜົນປະໂຫຍດ ຢ່າງທົ່ວເຖິງ. ການສຳຫລວດ ຄວາມຄິດເຫັນ ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 88,9% ຍອມຮັບຖານະບົດບາດຂອງອົງການບຣິກສ ຍົກສູງຂຶ້ນ ຢ່າງຕໍ່ເນື່ອງ, ຜູ້ຕອບແບບສອບຖາມ 91,2% ເຫັນວ່າ ອົງການ ບຣິກສ ເປັນ “ແຮງຂັບເຄື່ອນ” ທີ່ເລັ່ງການຟື້ນຕົວ ຄືນໃໝ່ ຂອງເສດຖະກິດໂລກ, ຜູ້ຕອບແບບ ສອບຖາມ 89,1% ເຫັນວ່າ ອົງການບຣິກສ ຈະຊຸກຍູ້ ໃຫ້ລະບົບ ບໍລິຫານໂລກ ມີປະຊາທິປະໄຕ ແລະ ຍຸຕິທຳ ກວ່າເກົ່າ, ຜູ້ຕອບແບບສອບຖາມ 90,4% ຕີລາຄາຢ່າງສູງ ຕໍ່ການປະກອບສ່ວນ ຂອງ ສປ ຈີນ ໃນການຮ່ວມມື ກຸ່ມປະເທດ ບຣິກສ, ຄອງຄອຍປະເທດຈີນ ສ້າງກາລະໂອກາດ ຫລາຍກວ່າເກົ່າ ໃຫ້ແກ່ ປະເທດ “ເຂດໂລກໃຕ້” ເພື່ອຫັນເປັນ ທັນສະໄໝ. ແບບສອບຖາມ ການສຳຫລວດ ຄວາມຄິດເຫັນຂອງ CGTN ຄັ້ງນີ້ໄດ້ແຈກຢາຍໂດຍ ມີພາສາອັງກິດ, ແອັສປາຍ, ຝຣັ່ງ, ອາຣັບ ແລະ ຣັດເຊຍ, ພາຍໃນເວລາ 24 ຊົ່ວໂມງມີຊາວເນັດ ຫລາຍກວ່າ 6.541 ຄົນ ເຂົ້າມາຕອບແບບສອບຖາມ ແລະ ສະແດງ ຄວາມຄິດເຫັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL