KPL
ຂປລ. ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ(ສນຊ), ຫົວໜ້າອານຸກຳມະການໂຄສະນາ-ຂະບວນການ ແລະ ຍ້ອງຍໍ-ບຸກ ຄະລາກອນ ກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຂປລ. ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ(ສນຊ), ຫົວໜ້າອານຸກຳມະການໂຄສະນາ-ຂະບວນການ ແລະ ຍ້ອງຍໍ-ບຸກ ຄະລາກອນ ກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ແນວລາວສ້າງຊາດ ຢູ່ແຂວງຫົວພັນ ລະຫວ່າງ ວັນທີ 31 ພຶດສະພາ-04 ມິຖຸນາ 2025 ໂດຍໄດ້ຮັບການຕ້ອນຮັບ ແລະ ຕິດຕາມຄະນະ ຂອງ ທ່ານ ວີເຕັງ ຈື່ໄມເຕັງ ປະທານແນວລາວສ້າງຊາດແຂວງ ແລະ ພາກສ່ວນກ່ຽວຂ້ອງ ຂອງເມືອງ ເຂົ້າຮ່ວມ.

ການເຄື່ອນໄຫວຄັ້ງນີ້, ທ່ານຮອງປະທານ ສນຊ ໄດ້ພົບປະກຳມະການ ສນຊ ປະຈຳແຂວງ, ກຳມະການແນວລາວສ້າງຊາດ ແຂວງ, ເມືອງຊຳເໜືອ ເພື່ອຊຸກຍູ້ບາງວຽກ ເປັນຕົ້ນ ໄດ້ເນັ້ນຄືນນິຕິກຳຕ່າງໆ ກ່ຽວກັບການກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ເຊິ່ງການສະເຫລີມສະຫລອງ ແມ່ນຕິດພັນກັບ 3 ວັນປະຫວັດສາດ ຂອງພັກ-ຂອງຊາດ ແລະ ຂະບວນກະກຽມດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ, ທັງໄດ້ຮັບຟັງການລາຍງານ ກ່ຽວກັບການກະກຽມສະເຫລີມ ສະຫລອງວັນສໍາຄັນດັ່ງກ່າວ, ຮັບຟັງການ ແລກປ່ຽນຄໍາເຫັນ ແລະ ຄຳສະເໜີຕ່າງໆ.

ໂອກາດນີ້, ທ່ານຮອງປະທານສູນກາງ ແນວລາວສ້າງຊາດ ກໍໄດ້ລົງພົບປະກໍາມະການແນວລາວສ້າງຊາດ ບ້ານຊຽງຄໍ້ ເມືອງຊຽງຄໍ້ ໂດຍທ່ານໄດ້ຊີ້ນຳໃຫ້ກຳມະການ ແນວລາວສ້າງຊາດ ທຸກຂັ້ນ ເຕົ້າ ໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຮັກສາຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມຂອງບ້ານ ຂອງເມືອງ, ພ້ອມກັນອະນຸລັກຮັກສາທຳມະຊາດ ແລະ ຮ່ອງຮອຍປະຫວັດສາດ ຂອງການປະຕິວັດ ໄວ້ໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້-ສືບທອດ.ຈາກນັ້ນ, ໄດ້ລົງຊຸກຍູ້ວຽກງານໂຄສະນາຂົນຂວາຍ ຢູ່ເມືອງວຽງໄຊ ໂດຍໄດ້ຊີ້ນໍາກ່ຽວກັບການປັບປຸງ ຫ້ອງວາງສະແດງ ມູນເຊື້ອຄືນໃໝ່ ເພື່ອສ້າງຂະບວນການຕ້ອນຮັບ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ທີ່ຈະມາເຖິງ.
ໃນໂອກາດດັ່ງກ່າວ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ຍັງໄດ້ໄປທ່ຽວຊົມ ເຂດອະນຸສອນສະຖານຖ້ຳປະຫວັດສາດ ຂອງການປະຕິວັດລາວ ແລະ ຢ້ຽມຢາມເຂດ ດ່ານສາກົນ ນໍ້າໂສຍ-ນາແມວ, ພ້ອມທັງພົບປະໂອ້ລົມພະນັກງານປະຈໍາດ່ານ ຕື່ມອີກ.
ຂ່າວ: ພ.ບຸບຜາ
ພາບ: ອະໂນມາ
KPL