KPL
ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງຍຸຕິທໍາ ແລະ ອົງການແບັບຊີໂຄ ປະຈໍາ ສປປ ລາວ ພາຍໃຕ້ “ໂຄງການສ້າງຄວາມເຂັ້ມແຂງ, ພັດທະນາແຜນງານ ການສຶກສາກົດໝາຍຮູບແບບຄລີນິກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ການບໍລິການທາງ ດ້ານກົດໝາຍແກ່ປະຊາຊົນ” ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຄຳພອນ ສີປະເສີດ ຫົວໜ້າກົມຮ່ວມມືສາກົນ ກະຊວງຍຸຕິທໍາ ແລະ ທ່ານ ນາງ ປາວິນາ ເທບພິທັກ ຜູ້ປະສານງານອົງການແບັບຊີໂຄ ປະຈຳ ສປປ ລາວ
ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງຍຸຕິທໍາ ແລະ ອົງການແບັບຊີໂຄ ປະຈໍາ ສປປ ລາວ ພາຍໃຕ້ “ໂຄງການສ້າງຄວາມເຂັ້ມແຂງ, ພັດທະນາແຜນງານ ການສຶກສາກົດໝາຍຮູບແບບຄລີນິກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ການບໍລິການທາງ ດ້ານກົດໝາຍແກ່ປະຊາຊົນ” ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຄຳພອນ ສີປະເສີດ ຫົວໜ້າກົມຮ່ວມມືສາກົນ ກະຊວງຍຸຕິທໍາ ແລະ ທ່ານ ນາງ ປາວິນາ ເທບພິທັກ ຜູ້ປະສານງານອົງການແບັບຊີໂຄ ປະຈຳ ສປປ ລາວ ໂດຍມີ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ ແລະ ທ່ານ ໄມໂຄ ແມ໋ກ ຄອດ ຜູ້ຕາງໜ້າຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ, ມີຕາງໜ້າຈາກຫ້ອງການບັນດາກົມຂອງກະຊວງຍຸຕິທໍາ, ສະຖາບັນຍຸຕິທໍາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງ ແລະ ເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້, ເພື່ອເພີ່ມຂີດຄວາມຮູ້, ຄວາມສາມາດ ແລະ ທັກສະ ໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທໍາແຫ່ງຊາດ ແລະ ບັນດາສາຂາຂອງສະຖາບັນຍຸຕິທໍາແຫ່ງຊາດ, ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນ ໂດຍອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ.
ໂອກາດນີ້, ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ມີຄຳເຫັນຊີ້ນຳໃຫ້ ຄະນະທີ່ຮັບຜິດຊອບໂຄງການດັ່ງກ່າວ ຈົ່ງພ້ອມໃຈກັນຈັດຕັ້ງປະຕິບັດເນື້ອໃນຂອງບົດບັນ ທຶກດັ່ງກ່າວໃຫ້ມີປະສິດທິຜົນ.
ຂ່າວ-ພາບ: ໄຊຍະສິດ
KPL