KPL
ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ວັນທີ 11 ມິຖຸນາ 2024 ນີ້, ທ່ານ ບົວສອນ ບຸຜາວັນ ອະດີດນາຍົກລັດຖະມົນຕີ ໄດ້ລົງພົບປະໂອ້ລົມພະນັກງານຫລັກແຫລ່ງ, ນຳພາ-ຄຸ້ມຄອງ ເມືອງໄຊຈຳພອນ ໂດຍມີ ທ່ານ ສອນທະນູ ທຳມະວົງ ຮັກສາການເຈົ້າແຂວງບໍລິຄຳໄຊ, ມີການຳຂັ້ນສູນການ,ຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ວັນທີ 11 ມິຖຸນາ 2024 ນີ້, ທ່ານ ບົວສອນ ບຸຜາວັນ ອະດີດນາຍົກລັດຖະມົນຕີ ໄດ້ລົງພົບປະໂອ້ລົມພະນັກງານຫລັກແຫລ່ງ, ນຳພາ-ຄຸ້ມຄອງ ເມືອງໄຊຈຳພອນ ໂດຍມີ ທ່ານ ສອນທະນູ ທຳມະວົງ ຮັກສາການເຈົ້າແຂວງບໍລິຄຳໄຊ, ມີການຳຂັ້ນສູນການ,ຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

ທ່ານ ໄກສອນ ຈັນສີນາ ເຈົ້າເມືອງໄຊຈຳພອນ, ຕາງໜ້າໃຫ້ຄະນະບໍລິຫານງານພັກເມືອງ ໄດ້ລາຍງານການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂັ້ນເມືອງ ໄລຍະຜ່ານມາ ໂດຍຍົກໃຫ້ເຫັນຫລາຍວຽກງານທີ່ພົ້ນເດັ່ນ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ສາມາດຖອດຖອນໄດ້, ເມືອງໄຊຈໍາພອນ ປະກອບມີ 4 ກຸ່ມບ້ານ, ມີ 17 ບ້ານ, ມີ 1.921 ຄອບຄົວ, ເມືອງໄຊຈໍາພອນ ແມ່ນມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ມີຄວາມສະຫງົບໜັກແໜ້ນ ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນການນໍາພາຂອງພັກ ຕັ້ງໜ້າປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະ ແມ່ນການພັດທະນາຊີວິດການເປັນຢູ່ນັບມື້ດີຂຶ້ນ, ທົ່ວເມືອງມີ ຄອບຄົວພົ້ນທຸກ 971 ຄອບຄົວເທົ່າ 50,54%, ບໍ່ທັນພົ້ນທຸກ 950 ຄອບຄົວເທົ່າ 49,46%, ຄອບຄົວພັດທະນາ 725 ຄອບຄົວເທົ່າ 37,7%, ມີບ້ານພົ້ນທຸກ 4 ບ້ານເທົ່າ 23,53%, ບ້ານບໍ່ທັນພົ້ນທຸກ 13 ບ້ານເທົ່າ 76,47%, ປະກາດ ບ້ານສາມັກຄີປອງດອງ ໄດ້ 7 ບ້ານ, ຍັງ 10 ບ້ານ ແລະ ປັດຈຸບັນ ໄດ້ປະເມີນຈໍານວນ 2 ບ້ານ ເພື່ອຮັບຮອງເປັນບ້ານພົ້ນທຸກ, ທົ່ວເມືອງມີໄຟຟ້າໃຊ້ທຸກບ້ານ, ມີລະບົບນ້ຳລິນ ແລະ ນໍ້າປະປາ, ອາຊີບຂອງປະຊາຊົນສ່ວນໃຫຍ່ແມ່ນ ເຮັດອາຊີບກະສິກໍາ ເປັນຕົ້ນ ເຮັດນາ, ເຮັດໄຮ່ ແລະ ລ້ຽງສັດ. ປີຜ່ານສາມາດປະຕິບັດໄດ້ເກີນແຜນ 92,18% ແລະ ລາຍຮັບ 6 ເດືອນຕົ້ນປີ 2024 ປະຕິບັດໄດ້ 162,64%, ເກີນແຜນ 62%; ໂຄງລ່າງພື້ນຖານເສັ້ນທາງຄົມມະນາຄົມ ຈາກເມືອງຫາບ້ານ ແລະ ຈາກບ້ານຫາບ້ານ ຍັງພົບຄວາມຫຍູ້ງຍາກ, ໂທລະຄົມ ແລະ ການສື່ສານບໍ່ທົ່ວເຖິງເຂດທຳການຜະລິດມີຈຳກັດ ເປັນສາເຫດຕົ້ນຕໍໃນການປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ.

ໂອກາດນີ້, ທ່ານອະດີດນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳຫລາຍດ້ານ ເປັນຕົ້ນ ໃຫ້ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ລະຫວ່າງ ຄະນະບໍລິຫານງານພັກເມືອງ, ພະນັກງານ-ລັດຖະກອນຕະຫລອດຮອດ ພໍ່ແມ່ປະຊາຊົນບັນາເຜົ່າ, ຊຸກຍູ້ສົ່ງເສີມການປູກ ການລ້ຽງໃຫ້ຫລາຍກາຍເປັນສິນຄ້າ, ຄຸ້ມຄອງປົກປັກຮັກສາຊັບພະຍາກອນ ທາງທຳມະຊາດ, ຄົ້ນຄວ້າທ່າແຮງຈຸດພິເສດພູມມີສາດຂອງເມືອງ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ, ເປີດກວ້າງການລົງທຶນ ຈາກນັກທຸລະກິດພາຍໃນ ແລະ ຕ່າງປະ ເທດ ທັງທຶນສົມທົບ ແລະ ທຶນຊ່ວຍເຫລືອລ້າຈາກສາກົນ ເພື່ອພັດທະນາເມືອງ ໃຫ້ບັນລຸຕາມແຜນທີ່ໄດ້ກຳນົດໄວ້.
ໂອກາດນີ້, ທ່ານອະດີດນາຍົກລັດຖະມົນຕີ ກໍໄດ້ນຳເອົາຄອມພິວເຕີໂນດບຸກ 5 ເຄື່ອງ ມາມອບໃຫ້ອົງການປົກຄອງເມືອງ ເພື່ອນຳໃຊ້ເຂົ້າໃວຽກງານ ແລະ ໄດ້ນຳເອົາເຄື່ອງນຸ່ງຫົ່ມ 2 ເປົາໃຫຍ່, ພ້ອມອຸປະກອນການສຶກສາຈໍານວນໜຶ່ງ ແລະ ສັງກະສີ 3.000 ແຜ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານບໍລິຫານຕື່ມອີກ.
ຂ່າວ-ພາບ: ສາຍສະໝອນ
KPL