ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດແຫ່ງ ລາຊະອານາຈັກຊູແອດ ປະຈຳລາວ

29/10/2026 10:32
Email Print 1998
KPL ໃນວັນທີ 26 ຕຸລາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ຊູແອດ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ ລາຊະອານາຈັກໄທ.

ຂປລ. ໂອກາດດ່ັງກ່າວ , ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານ ນາງ ແອນນາ ຮາມມາແກຣນ ທ່ີໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ຊູແອດ ປະຈຳ ສປປ ລາວ. 

ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ຊູແອດ ເປັນເວລາກວ່າ 6 ທົດສະວັດຜ່ານມາ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອເພື່ອການພັດທະນາ ໂດຍຜ່ານຂອບການຮ່ວມມືຂອງສະຫະພາບເອີຣົບ (EU) ຊຶ່ງກາຍເປັນການປະກອບສ່ວນສໍາຄັນ ແລະ ໜັກແໜ້ນຕໍ່ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ລວມທັງການຈັດຕ້ັງປະຕິບັດວາລະ 2030 ເພ່ືອການພັດທະນາແບບຢືນຍົງ. ນອກຈາກນັ້ນ, ກໍຍັງໄດ້ແຈ້ງໃຫ້ທ່ານທູດຊາບກ່ຽວກັບຄວາມພ້ອມໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ, ພ້ອມທັງສະແດງຄວາມຫວັງເປັນຢ່າງຍ່ິງວ່າສະຫະພາບເອີຣົບ ຈະສືບຕ່ໍໃຫ້ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆທີ່ກ່ຽວຂ້ອງພາຍຫລັງທີ່ຫລຸດພ້ົນການອອກຈາກສະຖານະພາບ ປະເທດດ້ອຍພັດທະນາຢ່າງເປັນທາງການໃນທ້າຍປີ 2026 ແລະ ໄດ້ສະເໜີໃຫ້ຊູແອດພິຈາລະນາສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊຸກຍູ້ສົ່ງເສີມໃຫ້ບັນດານັກທຸລະກິດຫັນມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຍ່ິງຂ້ຶນໂດຍສະເພາະໃນຂົງເຂດພະລັງງານສະອາດ, ການທ່ອງທ່ຽວ ແລະ ຂະແໜງອື່ນໆທ່ີທັງສອງຝ່າຍມີທ່າແຮງຮ່ວມກັນລວມທັງການໄປມາຫາສູ່ລະຫວ່າງ ປະຊາຊົນຂອງສອງປະເທດ.  

ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລາຊະທູດ ນາງ ແອນນາ ຮາມມາແກຣນ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງສຸດຄວາມສາມາດເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ຊູແອດ ໃຫ້ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

KPL

ຂ່າວອື່ນໆ

    • ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IXການເມືອງ

      ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IX

      11/4/2026 12:10:18 PM

      ພິທີປະກາດຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX ຈັດຂຶ້ນໃນ ວັນທີ 30 ຕຸລາ 2026 ຜ່ານມາ, ຢุ่ນະຄອນ ຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖືກແຕ່ງຕັ້ງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX .

    • ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ

      11/4/2026 11:43:10 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ໃນວັນທີ 3 ພະຈິກ 2026, ໃຫ້ກຽດເຜີຍແຜ່ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ມີບັນດາຮອງຫົວໜ້າ ຄອສພ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງ ຄອສພ ເຂົ້າຮ່ວມ.

    • ປະທານສະພາແຫ່ງຊດ ຢ້ໜມຢາມ ສສ ຫວຽດນາມ ຢ່າງເປັນທາງການການເມືອງ

      ປະທານສະພາແຫ່ງຊດ ຢ້ໜມຢາມ ສສ ຫວຽດນາມ ຢ່າງເປັນທາງການ

      11/4/2026 11:35:04 AM

      ຕອນແລງວັນທີ 2 ພະຈິກ 2026, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນສາກົນໂນ້ຍບາຍ ນະຄອນຫລວງຮ່າໂນ້ຍເພື່ອຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງສະຫາຍ ເຈິນ ແທັງ ເໝິນ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແຕ່ວັນທີ 2-5 ພະຈິກ 2026.

    • ລະດົມຄວາມເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງຂໍ້ຕົກລົງຂອງ ຫສຊການເມືອງ

      ລະດົມຄວາມເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງຂໍ້ຕົກລົງຂອງ ຫສຊ

      10/30/2026 9:11:15 AM

      ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ຈັດຂຶ້ນໃນວັນທີ 28-30 ຕຸລາ 2026 ຢູ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມ.

    • ອົງຄະນະພັກ ນວ ຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານການເມືອງ

      ອົງຄະນະພັກ ນວ ຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ

      10/30/2026 9:02:00 AM

      ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 4 ສະໄໝທີ VIII ຈັດຂຶ້ນໃນວັນທີ 28-29 ຕຸລາ 2026 ໂດຍການເປັນປະທານຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີຮອງເລຂາຄະນະບໍລິຫານງານພັກ, ກຳມະການປະຈຳພັກ, ກຳມະການພັກ ນະຄອນຫຼວງວຽງຈັນ, ພ້ອມດ້ວຍເລຂາຄະນະພັກຮາກຖານອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


Top