KPL
ລາຍງານ ຫລ້າສຸດ ຈາກສຳນັກສະຖິຕິ ການຂົນສົ່ງຂອງ ສ.ອາເມລິກາ ເປີດເຜີຍວ່າ: ສາຍການບິນ ຂອງ ປະເທດ ຈາກຄ່າເຊື້ອໄຟເກືອບ 6,5 ຕື້ໂດລາສະຫະລັດ ເມື່ອເດືອນເມສາ ທີ່ຜ່ານມາ, ເພີ່ມຂຶ້ນກວ່າ 26% ເມື່ອທຽບເດືອນ ຕໍ່ເດືອນ ແລະ 78% ເມື່ອທຽບປີຕໍ່ປີ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ລາຍງານ ຫລ້າສຸດ ຈາກສຳນັກສະຖິຕິ ການຂົນສົ່ງຂອງ ສ.ອາເມລິກາ ເປີດເຜີຍວ່າ: ສາຍການບິນ ຂອງ ປະເທດ ຈາກຄ່າເຊື້ອໄຟເກືອບ 6,5 ຕື້ໂດລາສະຫະລັດ ເມື່ອເດືອນເມສາ ທີ່ຜ່ານມາ, ເພີ່ມຂຶ້ນກວ່າ 26% ເມື່ອທຽບເດືອນ ຕໍ່ເດືອນ ແລະ 78% ເມື່ອທຽບປີຕໍ່ປີ. ໃນຂະນະທີ່ ຄວາມຂັດແຍ່ງ ໃນຕາເວັນອອກກາງ ໄດ້ແກ່ຍາວກວ່າ 100 ວັນແລ້ວ, ໂດຍລາຄາ ນໍ້າມັນ ເຊື້ອໄຟເຮືອບິນ ໃນເດືອນເມສາ ຢູ່ທີ 4,11 ໂດລາສະຫະລັດ ຕໍ່ແກລລອນ, ເພີ່ມຂຶ້ນ 94 ເຊນ ເມື່ອທຽບໃສ່ ເດືອນມີນາ ແລະ ເພີ່ມຂຶ້ນ 1,81 ໂດລາສະຫະລັດ ເມື່ອທຽບໃສ່ ປີ 2025.
ປັດຈຸບັນ, ສະມາຄົມຂົນສົ່ງ ທາງອາກາດ ລະຫວ່າງ ປະເທດ ຄາດການວ່າ ບັນດາ ສາຍການບິນ ຈະມີກຳໄລສຸດທິ ລວມ 2,3 ໝື່ນລ້ານ ໂດລາ ສະຫະລັດ ໃນປີ 2026 ເປັນຕົວເລກຕໍ່າກວ່າ ທີ່ກຳນົດໄວ້ ກ່ອນໜ້ານີ້ 1,8 ໝື່ນລ້ານໂດລາ ສະຫະລັດ. ສະມາຄົມດັ່ງກ່າວ ເປັນຕົວແທນ ຂອງ ສາຍການບິນກວ່າ 370 ແຫ່ງ ໃນ ສ.ອາເມລິກາ ແລະ ທົ່ວໂລກ ຄາດການວ່າ ກຳໄລສຸດທິ ຕໍ່ຜູ້ໂດຍສານ ຈະຫລຸດລົງ ຈາກ 9,10 ໂດລາສະຫະລັດ ໃນປີ 2025 ເຫລືອ 4,50 ໂດລາສະຫະລັດ ໃນປີນີ້./
KPL