ກຳປູເຈຍ ສົ່ງອອກເຂົ້າສານເພີ່ມຂຶ້ນຫລາຍກວ່າ 14,5% ໃນ6 ເດືອນຕົ້ນປີນີ້

06/07/2025 14:44
Email Print 156
KPL ໃນ​ ​6 ເດືອນ​ຕົ້ນ​ປີ​ນີ້​, ກຳ​ປູ​ເຈຍ ໄດ້ສົ່ງ​ອອກ​ ເຂົ້​າ​ສານ​ ລວມ​ທັງ​ໝົດ ຫລາຍກວ່າ 387.000 ໂຕນ, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ ​ເຖິງ 283 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນຫລາຍກວ່າ 14,5% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ບົດ​ລາຍ​ງານ ຫລ້າ​ສຸດ ​ທີ່ສະ​ຫະ​ພັນ ​ເຂົ້າ​ສານ​ ກຳ​ປູ​ເຈຍ ປະ​ກາດ ເມື່ອບໍ່ດນມານີ້​ວ່າ: ໃນ​ ​6 ເດືອນ​ຕົ້ນ​ປີ​ນີ້​, ກຳ​ປູ​ເຈຍ ໄດ້ສົ່ງ​ອອກ​ ເຂົ້​າ​ສານ​ ລວມ​ທັງ​ໝົດ ຫລາຍກວ່າ 387.000 ໂຕນ, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ ​ເຖິງ 283 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນຫລາຍກວ່າ 14,5% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນອກນີ້,  ໃນ​ ​6 ເດືອນ​ຕົ້ນ​ປີ​ນີ້​, ກຳ​ປູ​ເຈຍ​ ໄດ້​ສົ່ງ​ອອກ ​ເຂົ້າ​ສານ​ ໄປ​ຂາ​ຍ​ຢູ່ 63 ປະ​ເທດ​ ແລະ ​ເຂດ​ແຄວ້ນ ​ໃນ​ທົ່ວ​ໂລກ, ຍອດ​​ປະ​ລິ​ມານ ການ​ສົ່ງ​ອອກ ​ເພີ່ມ​ຂຶ້ນ ຫລາຍກວ່າ 14,3% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ. ສປ ຈີນ​ ແມ່ນ​ໜຶ່ງ​ ໃນ​ຕະຫລາດ ​ການ​ສົ່ງ​ອອກ ເຂົ້າສານ​ ຕົ້ນ​ຕໍ ​ຂອງ​​ກຳ​ປູ​ເຈຍ. ອີງ​ຕາມ​ສະ​ຖິ​ຕິ​ທາງ​ການ, ນັບ​ແຕ່ ​ເດືອນ​ມັງ​ກອນ ​ຫາ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ກຳ​ປູ​ເຈຍ ​ໄດ້​ສົ່ງ​ອອກ ​ເຂົ້າ​ສານ​ໄປ ສປ ​ຈີນ ເຖິງ 102.500 ໂຕນ, ມູນ​ຄ່າ​ ການ​ສົ່ງ​ອອກ ຫລາຍກວ່າ 60 ລ້ານ​ໂດ​ລາ​ສະ​ຫະ​ລັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top