KPL
ຂປລ. ສານປະຊາຊົນສູງສຸດ (ສປສສ) ຈັດປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ (1/5/1886-1/5/2025) ໃນວັນທີ 5 ພຶດສະພາ 2025 ໂດຍການເຜີຍແຜ່ຂອງ ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານ ສູນກາງກໍາມະບານລາວ

ຂປລ. ສານປະຊາຊົນສູງສຸດ (ສປສສ) ຈັດປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ (1/5/1886-1/5/2025) ໃນວັນທີ 5 ພຶດສະພາ 2025 ໂດຍການເຜີຍແຜ່ຂອງ ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານ ສູນກາງກໍາມະບານລາວ, ໂດຍມີ ທ່ານ ກັ້ງ ເຕັມສົມບັດ ຄະນະບໍລິຫານງານພັກ, ປະທານສະຫະພັນກໍາມະບານ ສານປະຊາຊົນສູງສຸດ, ມີຄະນະກົມ, ຄະນະສານ, ພ້ອມດ້ວຍສະມາຊິກກໍາມະບານ ສານປະຊາຊົນສູງສຸດ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ພອນສານ ວິໄລເມັ້ງ ໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກໍາເນີດເຕີບໃຫຍ່ ຂອງວັນກໍາມະກອນສາກົນ ຄົບຮອບ 138 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ເຊິ່ງໃນເດືອນພະຈິກປີ 1884 ຢູ່ເມືອງຫລວງຊິກາໂກ ຊົນຊັ້ນກຳມະກອນ ໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ເພີ່ມເງິນເດືອນ, ຫລຸດຜ່ອນຊົ່ວໂມງເຮັດວຽກ, ຮຽກຮ້ອງ, ປຸກລະດົມໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານທຸກທົ່ວໜ້າ ກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ. ພ້ອມນັ້ນ, ກໍມີການຈັດຕັ້ງການໂຮມຊຸມນຸມຢູ່ຫລາຍ ແຫ່ງ, ມີຂະບວນການໂຄສະນາ, ປຸກລະດົມຂົນຂວາຍໃຫ້ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງ ງານ ເຊື່ອມຊຶມຕໍ່ມະຕິກອງປະຊຸມ ຂອງສະຫະພັນແຮງງານນັບມື້ກວ້າງຂວາງ. ອັນພົ້ນເດັ່ນກວ່າໝູ່ ໃນວັນທີ 1 ພຶດສະພາ 1886 ຢູ່ປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ ເປັນຄັ້ງທໍາອິດທີ່ຊົນຊັ້ນກໍາມະ ກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ຖືເອົາເນື້ອໃນ ຂອງຖະແຫລ່ງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີ ຂອງກໍາມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນ ຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ (8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງຕ້ອງພັກຜອ່ນ, 8 ຊົ່ວໂມງໃຫ້ມີໂອກາດໄດ້ຮໍ່າຮຽນ). ຫລັງຈາກນັ້ນ, ໄດ້ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ. ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານໃນທົ່ວໂລກ, ເປັນວັນແຫ່ງມະຫາສາມັກຄີ ຂອງຊົນຊັ້ນກຳມະກອນທົ່ວໂລກ ທີ່ໄດ້ສະ ແດງພະລັງແຮງທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫລີມສະຫລອງຢ່າງຄຶກຄື້ນ ໃນແຕ່ລະປີຢູ່ຫລາຍ ປະເທດໃນທົ່ວໂລກ.

ທ່ານ ພອນສານ ວິໄລເມັ້ງ ຍັງໄດ້ຍົກໃຫ້ເຫັນມູນເຊື້ອອັນດີງາມຂອງ ກຳມະກອນສາກົນ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງແມ່ນພັກຂອງຊົນຊັ້ນກໍາມະກອນລາວ ໄດ້ສືບ ຕໍ່ຜັນຂະຫຍາຍມູນເຊື້ອອັນດີເລີດ ຂອງຊົນຊັ້ນກຳມະກອນສາກົນ, ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍເປັນຕົ້ນມາ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍໄດ້ຈັດຕັ້ງການສະເຫລີມ ສະຫລອງ ແລະ ລະນຶກເຖິງມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານ ຂອງຊົນຊັ້ນກຳມະກອນສາກົນໃນທຸກໆປີ ເພື່ອຢັ້ງຢືນເຖິງ ການປະກອບສ່ວນຂອງຊົນຊັ້ນກຳມະກອນລາວ ແລະ ໄຊຊະນະທີ່ຍາດມາໄດ້ ທັງເປັນການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຕົນ, ປົກປັກຮັກສາສັນຕິພາບ ແລະ ເປັນຂີດໝາຍອັນສໍາຄັນຂອງຊົນຊັ້ນກຳມະກອນ.
ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ
KPL