ເປີດວາງສະແດງ-ຈຳໜ່າຍສິນຄ້າໂອດັອບ ແລະ ສິນຄ້າຄອບຄົວຕົວແບບ ຢູ່ ນວ

06/05/2025 19:39
Email Print 360
KPL ຂປລ. ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ ODOP) ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫລວງວຽງຈັນ(ນວ) ຄັ້ງທີ XI ຈັດຂຶ້ນຢູ່ສູນການຄ້າ ລາວ-ໄອເຕັກ(ຕຶກເກົ່າ)



ຂປລ. ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ
ODOP) ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫລວງວຽງຈັນ(ນວ) ຄັ້ງທີ XI ຈັດຂຶ້ນຢູ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ໃນວັນທີ 1-11 ພຶດສະພາ 2025 ພາຍໃຕ້ຄຳຂວັນ: ສົ່ງເສີມ ແລະ ຊົມໃຊ້ຜະ ລິດຕະພັນພາຍໃນໂດຍມີຫົວໜ່ວຍທຸລະກິດເຂົ້າຮ່ວມ 116 ຫົວໜ່ວຍ, ຄາດຄະເນມູນຄ່າສິນຄ້າ ມາວາງຂາຍພາຍໃນງານທັງ​ໝົດ 12,49 ຕື້ກີບ.



ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ​ໄດ້ໃຫ້ຮູ້ວ່າ: ການຈັດງານວາງສະແດງໃນຄັ້ງນີ້
, ແມ່ນກິດຈະກຳໜຶ່ງທີ່ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2014 ມາຮອດປີ 2025 ເປັນຄັ້ງທີ XI ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການໂຄສະນາສິນຄ້າ ໃຫ້ແກ່ບັນດາຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຢູ່ພາຍໃນ ນວ, ລວມທັງບັນດາແຂວງ ໃຫ້ມີຕາໜ່າງຕະຫລາດຮອງຮັບຫລາຍຂຶ້ນ ແລະ ເສີມສ້າງທ່າແຮງໃຫ້ແກ່ສິນຄ້າ ທີ່ໄດ້ຮັບຮອງໃຫ້ເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ຂອງ ນວ, ຂອງບັນດາແຂວງ ແລະ ສິນຄ້າຄອບຄົວຕົວແບບ ຊຸກຍູ້ໃຫ້ມີການແລກປ່ຽນຊື້-ຂາຍສິນຄ້າ ໃຫ້ກວ້າງຂວາງ.



ການຈັດງານໃນຄັ້ງນີ້
, ມີຫົວໜ່ວຍທຸລະກິດເຂົ້າຮ່ວມ ທັງໝົດ 116 ຫົວໜ່ວຍ, ມີ 165 ຫ້ອງວາງສະແດງ. ໃນນັ້ນ, ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຂອງ ນວ ແລະ ຕ່າງແຂວງ 60 ຫົວໜ່ວຍ. ສໍາລັບ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ຈາກຕ່າງແຂວງ ເຂົ້າຮ່ວມທັງໝົດ 7 ແຂວງ ຄື: ແຂວງຫລວງພະບາງ, ຫລວງນໍ້າທາ, ຫົວພັນ, ອຸດົມໄຊ, ບໍລິຄໍາໄຊ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ. ພິເສດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໃນຄັ້ງນີ້, ຍັງມີຫ້ອງວາງສະແດງສິນຄ້າທ່າແຮງ,  ສິນຄ້າອຸດສາຫະກໍາປຸງແຕ່ງ, ສິນຄ້າຕົວແບບຂອງເມືອງໄຊເສດຖາ ເຊິ່ງເປັນຫ້ອງວາງສະແດງທີ່ພົ້ນເດັ່ນ ຂອງງານໃນຄັ້ງນີ້.

ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່

KPL

ຂ່າວອື່ນໆ


Top