ບ້ານນາລັນ ໄດ້ຮັບລ້າງວັນທ່ອງທ່ຽວອາຊຽນ

24/01/2025 10:41
Email Print 797
KPL ວົງຈອນເສັ້ນທາງທ່ອງທ່ຽວຜະຈົນໄພຊຸມຊົນໃນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ ແຂວງຫລວງນໍ້າທາ ມີຄວາມພາກພູມໃຈທີ່ໄດ້ຮັບ 2 ລາງວັນມາດຕະຖານອາຊຽນ.

    *ວົງຈອນເສັ້ນທາງທ່ອງທ່ຽວຜະຈົນໄພຊຸມຊົນໃນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ ແຂວງຫລວງນໍ້າທາ ມີຄວາມພາກພູມໃຈທີ່ໄດ້ຮັບ 2 ລາງວັນມາດຕະຖານອາຊຽນ ນອກຈາກຫ້ອງນ້ໍາສາທາລະນະສະອາດ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວຜະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫລວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄ້ັງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ທີ່ປະເທດມາເລເຊຍ. ລາງວັນອັນຊົງກຽດນີ້ມັນສ່ອງແສງເຖິງ ຄວາມມຸ່ງໝາຍອັນສໍາຄັນ ແລະ ພິເສດຂອງວົງຈອນເສັ້ນທາງທ່ອງທ່ຽວຜະຈົນໄພຊຸມຊົນບ້ານນາລັນເໜືອ ຕໍ່ກັບການທ່ອງທ່ຽວແບບຍືນຍົງ ລວມທັງການປົກປັກຮັກສາມໍລະດົກທໍາມະຊາດເຂດປ່າສະຫງວນແຫ່ງຊາດນໍ້າຫ້າ.

    ວົງຈອນເສັ້ນທາງທ່ອງທ່ຽວ ຜະຈົນໄພຊຸມຊົນບ້ານນາລັນເໜືອ ຕັ້ງຢູ່ໃນເຂດພື້ນທີ່ປ່າສະຫງວນແຫ່ງຊາດນໍ້າຫ້າ ມໍລະດົກອາຊຽນ, ມີ 6ບ້ານທີ່ມີສ່ວນຮ່ວມ ຄື: ບ້ານຈະເລີນສຸກ, ບ້ານທ່າແສ່, ບ້ານນາລັນເໜືອ, ບ້ານນາໂຮມ, ບ້ານນໍ້າລື ແລະ ບ້ານຫ້ວຍເລືອດ. ເສັ້ນທາງດັ່ງກ່າວ ໄດ້ສະໜອງປະສົບການທີ່ເປັນເອກະລັກ ແລະ ດູດດື່ມສຳລັບຜູ້ທີ່ຮັກມັກທຳມະຊາດ ແລະ ວັດທະນະທຳ. ນັກທ່ອງທ່ຽວສາມາດເຂົ້າຮ່ວມກິດຈະກຳຕ່າງໆ, ລວມທັງການຍ່າງປ່າ, ຕັ້ງແຄ້ມ, ຂີ່ເຮືອຢາງລ່ອງຕາມແມ່ນ້ຳຫ້າ- ນໍ້າທາ ທີ່ຜະຈົນໄພ ແລະ ງຽບສະຫງົບ. ກິດຈະກໍາເຫລົ່ານີ້, ແມ່ນໄດ້ຖືກອອກແບບມາ ເພື່ອສະໜອງຄວາມຕ້ອງການຢ່າງໃກ້ຊິດກັບຄວາມສວຍສົດງົດງາມທາງດ້ານທໍາມະຊາດ ແລະ ຊີວະນາໆພັນຂອງປ່າສະຫງວນແຫ່ງຊາດນໍ້າຫ້າ, ອີກຈຸດເດັ່ນໜຶ່ງທີ່ຜູ້ມາຢ້ຽມຢາມຈະໄດ້ຮັບຈາກປະສົບການຂອງວົງຈອນເສັ້ນທາງທ່ອງທ່ຽວ ຜະຈົນໄພຊຸມຊົນບ້ານນາລັນເໜືອ ແມ່ນໂອກາດທີ່ໄດ້ພົບປະບ້ານຊົນເຜົ່າຂະມຸ.

    ນັກທ່ອງທ່ຽວສາມາດດູດດ່ືມກັບບັນດາມໍລະດົກວັດທະນະທຳອັນລ້ຳຄ່າຂອງເຂົາເຈົ້າ, ເຊິ່ງເປັນຜູ້ທີ່ສືບທອດປົກປັກຮັກສາຮີດຄອງປະເພນີ ແລະ ວິທີການດຳລົງຊີວິດຂອງຕົນ; ລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນນີ້ ເປັນການຢັ້ງຢືນເຖິງຄວາມມານະພະຍາຍາມ ໃນການຮ່ວມມືຂອງຊຸມຊົນທ້ອງຖິ່ນ, ອຳນາດການປົກຄອງ, ຜູ້ປະກອບການທຸລະກິດທ່ອງທ່ຽວໃນການສົ່ງເສີມການທ່ອງທ່ຽວແບບຍືນຍົງ.

KPL

ຂ່າວອື່ນໆ

    • ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມ

      1/30/2025 1:41:47 PM

      ຂປລ. ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກ ປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາ ດ້ວຍການສົ່ງ ເສີມການມີສ່ວນຮ່ວມ ຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນີ້.

    • ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນທ່ອງທ່ຽວ

      ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນ

      1/28/2025 2:48:32 PM

      ຂປລ. ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2024 ຜ່ານ​ມາ, ​​ແຂວງ​ຄໍາ​ມ່ວນ ໄດ້​ສຸມ​ໃສ່​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ​ເພື່ອ​ດືດິງດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ​ເຂົ້າມາທ່ອງ​ທ່ຽວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ. ໃນ​ປີ 2024 ສາມາດໂຄສະນາດຶງດູດ ເຂົ້າມາຢ້ຽມຢາມ ແຂວງຄໍາມ່ວນ ເຖິງ 852.080 ຄົນ.

    • ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດທ່ອງທ່ຽວ

      ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດ

      1/28/2025 11:39:37 AM

      ລັດຖະບານ ເຊັນຂ້ໍຕົກລົງຮັບຮອງ ແລະ ປະກາດໃຊ້ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025 – 2035.

    • ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດທ່ອງທ່ຽວ

      ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດ

      1/27/2025 10:18:17 AM

      ເມື່ອເວົ້າເຖິງແຫລ່ງທ່ອງ​ທ່ຽວ​ ບໍ່ວ່າຈະເປັນແຫລ່ງທ່ອງ​ທ່ຽວທາງທໍາມະຊາດ,​ ປະຫວັດ​ສາດ,​ ວັດທະນະທຳແລ້ວ​ຢູ່ປະເທດເຮົາແມ່ນບໍ່ໜ້ອຍໜ້າປະເທດອື່ນ​​ ເພາະຢູ່ເມືອງລາວມີສະຖານທ່ີທ່ອງທ່ຽວທ່ົວທຸກແຂວງທີ່ສວຍສົດງົດງາມ​ສາມາດສ້າງຄວາມປະທັບ ໃຈໃຫ້ນັກທ່ອງທ່ຽວທາງພາຍໃນ​ ແລະ​ ຕ່າງປະເທດ​.

    • ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2025ທ່ອງທ່ຽວ

      ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2025

      1/21/2025 2:49:46 PM

      ຂປລ. ພິທີມອບ-ຮັບລາງວັນ ມາດຕະຖານການທ່ອງ ທ່ຽວອາຊຽນ 2025 ຈັດ​ຂຶ້ນ​ໃນ​ມະຫາກຳການທ່ອງທ່ຽວອາຊຽນ 2025 ​ໃນວັນທີ 20 ມັງກອນ 2025 ຢູ່ລັດຈໍຮໍ ປະເທດມາເລເຊຍ ລວມມີ 4 ມາດຕະຖານຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າ ສາທາລະນະອາຊຽນ ​ໂດຍ​ມີພາກສ່ວນຕ່າງໆ


Top