ຕົ້ນກະຖິນ 500 ກວ່າປີຟື້ນຊີບຄືນໃຫມ່ຢູ່ສວນປະຕູໄຊ

02/10/2024 10:13
Email Print 349
KPL ຫລາຍທ່ານເຂົ້າໃຈວ່າຕົ້ນກະຖິນຍັກອາຍຸ 500 ກວ່າປີລົ້ມລົງໃນ 2 ເດືອນຜ່ານປີນີ້ຢູ່ຫນ້າ ສຳນັກງານສະຫະປະຊາຊາດ (UNDP) ປະຈຳ ສປປ ລາວ ອາດຕັດຖິ້ມແລ້ວ ແຕ່ຄວາມຈິງບໍ່ໄດ້ເປັນເຊັ່ນນັ້ນເພາະຕົ້ນກະຖິນດັ່ງກ່າວເຫັນວ່າ ທາງໜ່ວຍງານກ່ຽວຂ້ອງນະຄອນຫລວງວຽງຈັນໄດ້ຂຸດເອົາເຄີ່ງລໍາ ແລະ ເຫງົ້າຂອງມັນມາປູກຢູ່ສວນສາທທາລະນະປັບປຸງໃຫມ່.
   

      *ຫລາຍທ່ານເຂົ້າໃຈວ່າຕົ້ນກະຖິນຍັກອາຍຸ 500 ກວ່າປີລົ້ມລົງໃນ 2 ເດືອນຜ່ານປີນີ້ຢູ່ຫນ້າ ສຳນັກງານສະຫະປະຊາຊາດ (UNDP) ປະຈຳ ສປປ.ລາວອາດຕັດຖິ້ມແລ້ວ ແຕ່ຄວາມຈິງບໍ່ໄດ້ເປັນເຊັ່ນນັ້ນເພາະຕົ້ນກະຖິນດັ່ງຫ່າວເຫັນວ່າ ທາງໜ່ວຍງານກ່ຽວຂ້ອງນະຄອນຫລວງວຽງຈັນໄດ້ຂຸດເອົາເຄີ່ງລໍາ ແລະ ເຫງົ້າຂອງມັນມາປູກຢູ່ສວນສາທທາລະນະປັບປຸງໃຫມ່ ເຊິ່ງຢູ່ຕິດກັບປະຕູໄຊບ່ອນສໍານັກງານກະຊວງຍຸຕິທໍາເກົ່າເພື່ອເປັນໃຫ້ແຫລ່ງທ່ອງທ່ຽວທີ່ຫນ້າສົນໃຈ.

      ໃນວັນທີ 30 ກັນຍາ 2024 ນີ້ໄດ້ນັກທ່ອງທ່ຽວຖ່າຍຮູບ ຕົ້ນກັນຖິນຍັກ ອາຍຸປະມານ 500 ກວ່າປີກຳລັງອອກໃບ ແຕກຫງ່າງອກງາມ ແລະ ພື້ນຊີບຄືນໃຫມ່ ເຊິ່ງເປັນສັນຍານທີ່ດີ ແລະ ກາຍເປັນຈຸດສົນໃຈໃນການສຶກສາຄົ້ນຄົ້ວ.ຫວ່າງບໍ່ດົນມານີ້, ຄະນະຜູ້ແທນເຈົ້າຄອງນະຄອນຫລວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍບັນດາທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ. ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພື່ອສະແດງຄວາມຂໍ່ານັບຊົມເຊີຍຜົນສໍາເລັດຂອງກອງປະຊຸມ ເຈົ້າຄອງນະຄອນຫຼວງອາຊຽນ, ກອງປະຊຸມເວທີ ເຈົ້ານະຄອນອາຊຽນ ແລະ ກອງປະຊຸມເຄື່ອຂ່າຍບັນດານະຄອນອາຊີຕາເວັນອອກສຽງໃຕ້ ແລະ ເພື່ອສ້າງສະພາບແວດລ້ອມທີ່ດີ, ເພີ່ມເຂດສີຂຽວໃຫ້ສວນປະຕູໄຊພາກຂະຫຍາຍ ທີ່ຕັ້ງຢູ່ໃຈກາງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍສົດງົດງາມ, ທັງເປັນການສືບຕໍ່ປະຕິບັດວຽກງານການປູກຕົ້ນໄມ້ຕາມຂີດໝາຍຂອງປະເທດສະມາຊິກອາຊຽນ ໃນການປະຕິບັດບັນດາມາດຕະການ, ເພື່ອຫຼຸດຜ່ອນການປ່ອຍອາຍພິດກາກບອນ ແລະ ເຮັດໃຫ້ຕົວເມືອງສີຂຽວເພີ່ມຂຶ້ນ.

    ສວນປະຕູໄຊພາກຂະຫຍາຍ ໄດ້ເປັນຕົວແທນ ແລະ ຊຸກຍູ້ສົ່ງເສີມການຮ່ວມມື ໃນກອບນະຄອນຫຼວງອາຊຽນ ຊຶ່ງໃນເວທີການສົນທະນາໃນກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນໃນຄັ້ງນີ້ ໄດ້ປິ່ນອ້ອມຄໍາຂວັນ “ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍຜ່ານການປຶກສາຫາລືກ່ຽວກັບ 5 ຫົວຂໍ້ຕົ້ນຕໍ ຄື: ການທ່ອງທ່ຽວສີຂຽວ, ການພັດທະນາເສດຖະກິດແບບຍືນຍົງ, ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, ຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມເຂັ້ມແຂງທົນທານຕໍ່ການປ່ຽນແປງດິນຟ້າອາກາດ.

    ພິເສດໃນຂອບເຂດສວນປະຕູໄຊ ໄດ້ມີຕົ້ນໄມ້ນ້ອຍ ແລະ ໃຫຍ່ຫຼາຍຊະນິດ ທີ່ເປັນໄມ້ພື້ນເມືອງຂອງ ສປປ ລາວ. ນອກຈາກຕົ້ນໄມ້ແລ້ວໃນສວນຍັງມີການສ້າງປະຕິມະກຳ ສັນຍາລັກເຄື່ອງດົນຕຣີປະຈຳຊາດ ຂອງບັນດານະຄອນຫຼວງອາຊຽນ, ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນເສີມຂະຫຍາຍການຮ່ວມມື ຕາມນະໂຍບາຍຂອງນະຄອນຫຼວງອາຊຽນ ກໍຄືນະໂຍບາຍຂອງບັນດາປະເທດອາຊຽນ ຕີມໍເລດສະເຕຢ່າງຕັ້ງໜ້າເພື່ອຊຸກຍູ້, ສົ່ງເສີມການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງບັນດານະຄອນຫຼວງອາຊຽນທີ່ມີຈຸດພິເສດດີເດັ່ນແຕກຕ່າງກັນ ໃຫ້ນັບມື້ແຕກດອກອອກຜົນສວຍສົດງົດງາມຍິ່ງໆຂຶ້ນ ດັ່ງດອກໄມ້ທີ່ເບັ່ງບານໃນສວນແຫ່ງນີ້.
ໂດຍ: ເກີດຂວັນໃຈ ມາລີຈັນ

KPL

ຂ່າວອື່ນໆ


Top