KPL
ຂປລ. ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຢູ່ນະຄອນຫລວງວຽງຈັນ ໃນວັນທີ 26 ກັນຍາ 2024 ເພື່ອປຶກສາຫາລື ແລະ ຕົກລົງ, ຮັບຮອງເອົາຫລາຍບັນຫາສຳຄັນຂອງອາຊຽນ
ຂປລ. ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຢູ່ນະຄອນຫລວງວຽງຈັນ ໃນວັນທີ 26 ກັນຍາ 2024 ເພື່ອປຶກສາຫາລື ແລະ ຕົກລົງ, ຮັບຮອງເອົາຫລາຍບັນຫາສຳຄັນຂອງອາຊຽນ ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີ ບັນດາລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ, ຫົວໜ້າຄະນະຜູ້ແທນອາຊຽນ, ຮອງເລຂາທິການ ໃຫຍ່ອາຊຽນ, ລັດຖະມົນຕີກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍເເລັດສະເຕ ແລະ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຂະແໜງການປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ, ພ້ອມດ້ວຍເອກະອັກຄະລັດຖະທູດອາຊຽນ ແລະ ຕີມໍ ແລັດສະເຕ ປະຈໍາ ສປປ ລາວ ເຂົ້າຮ່ວມ.
ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາເຫັນວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລື ເພື່ອຄວາມເປັນເອກະພາບກັນ ໃນການຮັບຮອງເອົາບັນດາ ເອກະສານສໍາຄັນຂອງອາຊຽນ ຈຳນວນ 29 ສະບັບ ລວມທັງບົດລາຍງານ ກອງປະຊຸມລັດຖະ ມົນຕີປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ ເພື່ອສະເໜີ ຕໍ່ຜູ້ນຳອາຊຽນ ພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນໃນຕົ້ນເດືອນ ຕຸລາ 2024 ທີ່ຈະມາເຖິງນີ້, ບັນດາເອກະສານ ສຳຄັນດັ່ງກ່າວ, ຈະກາຍເປັນນິຕິກຳ ທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນບ່ອນອີງທີ່ໜັກເເໜ້ນ ໃຫ້ແກ່ທຸກພາກສ່ວນກ່ຽວຂ້ອງ ເພື່ອນຳໄປຈັດຕັ້ງຜັນ ຂະຫຍາຍເຂົ້າໃນວຽກງານ ແຕ່ລະຂະແໜງການ ພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ໃຫ້ປາກົດຜົນເປັນຈິງໃນຕໍ່ໜ້າ ແນໃສ່ຮັບປະກັນຜົນປະໂຫຍດລວມ ຂອງປະຊາຊົນພວກເຮົາໃນອະນາຄົດ ກໍຄື ການສ້າງ ປະຊາຄົມອາຊຽນ ໃຫ້ຈະເລີນຮຸ່ງເຮືອງ, ສັງຄົມມີຄວາມປອງດອງ, ປະຊາຊົນມີວິຖີຊີວິດທີ່ດີ, ມີການພັດທະນາແບບຍືນຍົງ, ມີຄວາມເຄົາລົບ, ຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ ດ້ວຍການໂຄສະນາສົ່ງເສີມວັດ ທະນະທໍາທີ່ຫລາກຫລາຍ ແລະ ເປັນເອກະລັກຂອງອາຊຽນ, ສາມາດເຂົ້າເຖິງການສຶກສາ ແລະ ຮັບຮູ້ຂໍ້ມູນຂ່າວສານຢ່າງເທົ່າທຽມກັນ, ສ້າງຄວາມ ປອດໄພທາງດ້ານສຸຂະພາບ, ຮັກສາສິ່ງແວດລ້ອມໃຫ້ຍືນຍົງ ແລະ ພ້ອມກັນຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ, ພັດທະນາສີມືແຮງງານໃຫ້ມີຄຸນນະພາບ ທັງຮັບປະກັນແຮງງານ ເຄື່ອນຍ້າຍທີ່ຖືກຕ້ອງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ເປີດກວ້າງໂອກາດ ໃນການປະກອບອາຊີບສຳລັບໄວໜຸ່ມ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະໃຫ້ນັບມື້ຫລາຍຂຶ້ນ.
ພ້ອມນີ້, ໃນກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ໃຫ້ຄໍາເຫັນຊີ້ແນະ ຕໍ່ກັບວາລະລວມທີ່ສໍາຄັນຕ່າງໆ ຂອງແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ເຊິ່ງໄດ້ສໍາເລັດລຸລ່ວງໄປດ້ວຍດີ ໃນເດືອນສິງຫາ ຜ່ານມາ ຢູ່ນະຄອນຫລວງວຽງຈັນ.
ພ້ອມນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຫ້າວຫັນ ແລະ ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ໃນການກະກຽມປະເມີນທ້າຍສະໄໝ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ໃຫ້ປະສົບຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້ ກໍຄື ໜ່ວຍງານພັດທະນາ ແຜນຍຸດ ທະສາດປະຊາຄົມ ວັດທະນະທຳ-ສັງຄົມອາ ຊຽນ ຫລັງປີ 2025 ແລະ ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະກອບສ່ວນໃນ ການພັດທະນາ ຮ່າງແຜນຍຸດທະສາດດັ່ງກ່າວ, ເຫັນວ່າມີຄວາມຄືບໜ້າ ໄປຕາມແຜນ ທີ່ກໍານົດໄວ້ຢ່າງໜ້າເພິ່ງພໍໃຈ ເຊິ່ງປະກອບສ່ວນສໍາຄັນຕໍ່ ການສ້າງວິໄສທັດ ຂອງປະຊາຄົມອາຊຽນ 2045 ແລະ ເອກະສານສຳຄັນກ່ຽວ ຂ້ອງ ທີ່ຈະຮັບຮອງເອົາໃນປີ 2025 ໃຫ້ສໍາເລັດຢ່າງເປັນຮູບປະທໍາ.
ຂ່າວ: ທະນູທອງ
ພາບ: ເກດສະໜາ
KPL