KPL
ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການແຂ່ງຂັນກິລາ ເພື່ອເສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກໂຮງຮຽນ ໃນວັນທີ 17 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນເຜົ່າກອງທັບ, ມີ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ ຫົວໜ້າການທະຫານ, ບັນດາຄະນະພັກ-ຄະນະອໍານວຍການ, ຄະນະໜ່ວຍພັກ 4 ຫ້ອງ, 2 ກອງພັນ ແລະ ນັກກິລາ ເຂົ້າຮ່ວມ.

ສະຫາຍ ພັນຕີ ຄໍາຫລ້າ ສີວົງສາ ອະນຸກຳມະການດໍາເນີນຊີວິດການເມືອງ ແລະ ສ້າງຂະບວນການ ໄດ້ລາຍງານສະພາບການ ກະກຽມຄວາມພ້ອມໃນການ ຈັດການແຂ່ງຂັນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ສໍາລັບກິລາທີ່ນໍາມາແຂ່ງຂັນໃນຄັ້ງນີ້ມີ 3 ປະເພດກິລາຄື: ກິລາດຶງເຊື່ອກ, ກິລາບານສົ່ງ ແລະ ກິລາເປຕັງ, ການແຂ່ງຂັນ ແມ່ນເລີ່ມຕັ້ງແຕ່ວັນທີ 11 ກັນຍາ 2024 ຫາ 25 ກັນຍາ 2024 ຈຶ່ງຈະສໍາເລັດ ຕາມຄາດໝາຍທີ່ວາງໄວ້. ທັງນີ້, ກໍເພື່ອເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງພັກຂອງລັດຂອງກອງທັບ ໂດຍສະເພາະ ແມ່ນເພື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ທີ່ໃກ້ຈະມາເຖິງໃນມໍ່ໆນີ້ ໃຫ້ມີຂະບວນຟົດຟື້ນມ່ວນຊື່ນ, ທັງເປັນການສ້າງຄວາມຮັດແໜ້ນຄວາມສາມັກຄີ ລະຫ່ວາງພາຍໃນ ກົມກອງໂຮງຮຽນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ສະແຫວງ ແດນນາມົນ ກໍໄດ້ເນັ້ນໜັກເຖິງ ຄະນະໜ່ວຍພັກແຕ່ລະຫ້ອງ, ກຳມະການ, ນັກກິລາ ຈົ່ງພ້ອມກັນເອົາໃຈໃສ່ໃນ ການເຂົ້າຮ່ວມຂະບວນການໃນຄັ້ງນີ້ ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ ແລະ ຮຽກຮ້ອງເຖິງກຳມະການ, ນັກກິລາ ຈົ່ງພ້ອມກັນຕັດສິນ ການແຂ່ງຂັນໃຫ້ທ່ຽງທຳ ແລະ ປະຕິບັດກົດລະບຽບ ການແຂ່ງຂັນໃຫ້ເຂັ້ມງວດ. ຈາກນັ້ນ, ສະຫາຍກໍໄດ້ກ່າວເປີດຂະບວນການແຂ່ງຂັນ ຢ່າງເປັນທາງການ.
ຂ່າວ-ພາບ: ຮວຜທ
KPL