KPL
ຂປລ. ແຫລ່ງຂ່າວຈາກ ສະຖານທູດຈີນ ປະຈຳລາວ ໃຫ້ຮູ້ວ່າ: ວັນທີ 3 ທັນວາ 2021 ເສັ້ນທາງລົດໄຟຈີນ-ລາວ ທີ່ເລີ່ມຈາກນະຄອນຄຸນມິງແຂວງ ຢູນນານຂອງຈີນ ໄປຮອດນະຄອນ ຫລວງວຽງຈັນ ປະເທດລາວ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນທີ່ສຸດ. ໃນຖານະເປັນໂຄງການສັນຍາລັກແຫ່ງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ນອກຈາກຄວາມຫຍຸ້ງຍາກ ແລະ ຄວາມສ່ຽງ ທີ່ເຫັນໜ້ອຍທີ່ສຸດ ໃນການກໍ່ສ້າງຂອງໂຄງການແລ້ວ,
ຂປລ. ແຫລ່ງຂ່າວຈາກ ສະຖານທູດຈີນ ປະຈຳລາວ ໃຫ້ຮູ້ວ່າ: ວັນທີ 3 ທັນວາ 2021 ເສັ້ນທາງລົດໄຟຈີນ-ລາວ ທີ່ເລີ່ມຈາກນະຄອນຄຸນມິງແຂວງ ຢູນນານຂອງຈີນ ໄປຮອດນະຄອນ ຫລວງວຽງຈັນ ປະເທດລາວ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນທີ່ສຸດ. ໃນຖານະເປັນໂຄງການສັນຍາລັກແຫ່ງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ນອກຈາກຄວາມຫຍຸ້ງຍາກ ແລະ ຄວາມສ່ຽງ ທີ່ເຫັນໜ້ອຍທີ່ສຸດ ໃນການກໍ່ສ້າງຂອງໂຄງການແລ້ວ, ສິ່ງທີ່ຄົນທັງຫລາຍຮູ້ໜ້ອຍກວ່ານັ້ນ ແມ່ນໃນຂະບວນການກໍ່ສ້າງ, ໜ່ວຍກໍ່ສ້າງຍັງຕ້ອງປະເຊີນໜ້າກັບຄວາມສ່ຽງທີ່ອັນຕະລາຍເຖິງຊີວິດ ຄືຢູ່ລຽບຕາມແລວທາງກໍ່ສ້າງເສັ້ນທາງລົດໄຟ ມີລະເບີດຕົກຄ້າງໃນປາງສົງຄາມ ທີ່ພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ໄດ້ຖິ້ມໃສ່ພື້ນທີ່ເຫລົ່ານັ້ນຝັງດິນຢູ່ເປັນຈຳນວນຫລວງຫລາຍ.
ທ່ານ ລິວຊຽນຫລີ ຜູ້ຮັບຜິດຊອບໂຄງການທາງລົດໄຟຈີນ-ລາວ ຂອງບໍລິສັດໄຟຟ້ານ້ຳຕົກເລກ 3 ທີ່ຂຶ້ນກັບ ກຸ່ມບໍລິສັດໄຟຟ້າຈີນ ໄດ້ໃຫ້ຮູ້ວ່າ: ຕົນເຄີຍໄດ້ເຫັນລະເບີດ ທີ່ມີຄວາມຍາວປະມານ 30 ຫາ 40 ຊັງຕີແມັດ ຈໍານວນ 10 ກວ່າລູກ ທີ່ໄດ້ຖືກເກັບກູ້ອອກຈາກສະຖານທີ່ກໍ່ສ້າງ ເຮັດໃຫ້ຕົນເອງຮູ້ສຶກຢ້ານ. ເຖິງຈະພົບບັນຫາ “ມີລະເບີດຝັງດິນຢັ່ງຢາຍຢູ່ທົ່ວທຸກບ່ອນ” ກໍຕາມ, ແຕ່ທັງສອງຝ່າຍຈີນ-ລາວ ກໍບໍ່ໄດ້ປ່ອຍປະລະເລີຍຈັກເທື່ອ ໂດຍໄດ້ດຳເນີນການຮ່ວມມືກັນຢ່າງເຕັມຄວາມສາມາດ. ອີງຕາມເວັບໄຊ “ໜຶ່ງແລວ ໜຶ່ງເສັ້ນທາງ” ຈີນລາຍງານວ່າ: ກ່ອນລົງມືກໍ່ສ້າງໂຄງການຢ່າງເປັນທາງການ, ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ສ້າງຕັ້ງໜ່ວຍງານເກັບກູ້ລະເບີດ 6 ໜ່ວຍສະເພາະ ໂດຍປະຕິບັດໜ້າທີ່ເກັບກູ້ລະເບີດນັບແຕ່ເດືອນມັງກອນຈົນຮອດເດືອນພຶດສະພາ 2017. ສ່ວນຝ່າຍຈີນ ກໍໄດ້ປັບປຸງຮູບການກໍ່ສ້າງພ້ອມທັງໄດ້ສົ່ງພະນັກງານວິຊາການ ທີ່ມີປະສົບການເກັບກູ້ລະເບີດໄປຊ່ວຍປະສານງານກັບຝ່າຍລາວ. ບົດລາຍງານສະບັບໜຶ່ງຂອງໜ່ວຍງານເສດຖະກິດສັງຄົມສະຫະປະຊາຊາດ ເຄີຍໄດ້ລະບຸວ່າ: ໃນໄລຍະກໍ່ສ້າງເສັ້ນທາງລົດໄຟຈີນ-ລາວ ລະຫວ່າງເດືອນມັງກອນ ປີ 2017 ຫາ ເດືອນກໍລະກົດ ປີ 2019, ຢູ່ພື້ນທີ່ກໍ່ສ້າງກວມເນື້ອທີ່ 2.931 ເຮັກຕາ ໄດ້ເກັບກູ້ລະເບີດທີ່ບໍ່ທັນແຕກປະມານ 459 ລູກ ພ້ອມດ້ວຍຊິ້ນສ່ວນລະເບີດທີ່ແຕກແລ້ວ ປະມານ 460.000 ກວ່າອັນ.
ເສັ້ນທາງລົດໄຟຈີນ-ລາວ ເປັນເສັ້ນທາງລົດໄຟສາກົນສາຍທຳອິດທີ່ຝ່າຍຈີນ ເປັນຜູ້ລົງທຶນກໍ່ສ້າງເປັນຕົ້ນຕໍ, ນຳໃຊ້ມາດຕະຖານເຕັກນິກ ແລະ ອຸປະກອນຈີນ ຕະຫລອດສາຍ ພ້ອມທັງເຊື່ອມຕໍ່ເຂົ້າກັບເຄືອຂ່າຍທາງລົດໄຟຈີນ. ໂຄງການນີ້ ໄດ້ໃຊ້ເວລາກໍ່ສ້າງ 5 ປີ, ໃນໄລຍະການກໍ່ສ້າງໄດ້ປະສົບກັບຄວາມຫຍຸ້ງ ຍາກລຳບາກຫລາຍຈົນນັບບໍ່ຖ້ວນ, ຂະບວນການປຶກສາຫາລືກໍໄດ້ຍືດເຍື້ອມາເປັນເວລາຍາວນານ, ໂຄງການນີ້ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ຄວາມສ່ຽງທີ່ເຫັນໜ້ອຍທີ່ສຸດໃນໄລຍະການກໍ່ສ້າງ ເປັນຕົ້ນ: ເງື່ອນໄຂດິນຟ້າອາກາດ, ທໍລະນີສາດ ທີ່ບໍ່ດີທີ່ສຸດ, ມາດຕະຖານສູງໃນດ້ານອະນຸລັກ ສິ່ງແວດລ້ອມ, ຍິ່ງໄປກວ່ານັ້ນຍັງຕ້ອງເຂົ້າອອກເຂດທີ່ບໍ່ມີຄົນອາໄສຢູ່ ແລະ ອື່ນໆ. ແຕ່ສິ່ງທີ່ໜ້າເປັນຫ່ວງທີ່ສຸດນັ້ນກໍຄື: ໃນໄລຍະການກໍ່ສ້າງ, ໜ່ວຍກໍ່ສ້າງຍັງຕ້ອງປະເຊີນໜ້າກັບຄວາມສ່ຽງຕໍ່ຊີວິດ ຄື: ຢູ່ລຽບຕາມແລວທາງກໍ່ສ້າງເສັ້ນທາງລົດ ໄຟມີລະເບີດຕົກຄ້າງທີ່ຍັງບໍ່ທັນແຕກ(UXO)ຝັງດິນຢູ່ເປັນຈຳນວນຫລວງຫລາຍ.
ອີງຕາມໜັງສືພິມວຽງຈັນທາມສ ຂອງລາວລາຍງານວ່າ: ນັບແຕ່ປີ 1996 ຫາ ປີ 2020 ເປັນເວລາ 25 ປີ, ໜ່ວຍເກັບກູ້ລະເບີດຂອງລາວ ໄດ້ທຳລາຍລະເບີດຕົກຄ້າງທີ່ຍັງບໍ່ທັນແຕກຢູ່ເນື້ອທີ່ 70.000 ເຮັກຕາ, ມີຈຳນວນຫລາຍກວ່າ 1,6 ລ້ານລູກ, ສະເພາະແຕ່ລະເບີດຂະໜາດໃຫຍ່ແມ່ນມີຫລາຍກວ່າ 4.200 ລູກ. ຖ້າຢາກເກັບກູ້ໃຫ້ໝົດ, ອາດຈະຕ້ອງໃຊ້ເວລາເຖິງ 50 ປີ ຈົນເຖິງ 1 ສະຕະວັດ. ສ່ວນໃນທ້າຍ ປີ 2021, ມີກຳມະກອນເກັບກູ້ລະເບີດທີ່ບໍ່ທັນແຕກ ອີກ 3 ຄົນໄດ້ເສຍຊີວິດຈາກລະເບີດແຕກໃສ່. ເນື່ອງຈາກວ່າ, ໜ່ວຍກວດກູ້ລະເບີດຕ້ອງສຳຫລວດເນື້ອທີ່ດິນໄປແຕ່ລະນີ້ວຢ່າງລະອຽດ, ຂະນະດຽວກັນຍັງຕ້ອງປົກປ້ອງເນື້ອທີ່ດິນ ເພື່ອຮັບປະກັນໃຫ້ສາມາດປູກຝັງໄດ້ໃນຕໍ່ໜ້າ, ການສຳຫລວດເນື້ອທີ່ດິນປະມານ 0,4 ເຮັກຕາ ແມ່ນຕ້ອງໃຊ້ເວລາເຖິງ 2 ເດືອນກວ່າ, ເນື່ອງຈາກຖືກຈຳກັດໃນດ້ານປະສິດທິພາບ ແລະ ຕ້ອງການຄ່າໃຊ້ຈ່າຍສູງ, ວຽກງານເກັບກູ້ລະເບີດຂອງ ລາວ ຈຶ່ງດຳເນີນໄປຢ່າງຊັກຊ້າມາໂດຍຕະຫລອດ. ເຮັດໃຫ້ເສັ້ນທາງລົດໄຟຈີນ-ລາວ ຕອນບໍ່ຫານຫານະຄອນຫລວງວຽງຈັນ ເຖິງຈະນອນຢູ່ໃນເຂດພາກຕາເວັນຕົກ ສຽງເໜືອທີ່ມີລະເບີດບໍ່ທັນແຕກຕົກຄ້າງແຈກຢາຍໃນເນື້ອທີ່ບໍ່ກວ້າງຂວາງປານໃດກໍຕາມ, ແຕ່ຄວາມຖີ່ຂອງລະເບີດຕົກຄ້າງທີ່ບໍ່ທັນແຕກ ແລະ ຍັງຝັງຢູ່ໃຕ້ດິນນັ້ນຍັງຄົງເປັນໜ້າຕົກໃຈຢູ່.
ອີງຕາມຂ່າວສານປະເທດລາວ ລາຍງານໃນເດືອນທັນວາ ປີ 2016 ໃຫ້ຮູ້ວ່າ: ສະເພາະແຕ່ຢູ່ພື້ນທີ່ບໍລິເວນສະຖານີນາເຕີຍ ຂອງເສັ້ນທາງລົດໄຟຈີນ-ລາວ ຕອນບໍ່ຫານຫານະຄອນຫລວງວຽງຈັນກໍໄດ້ພົບເຂດທີ່ມີລະເບີດຕົກຄ້າງຍັງບໍ່ທັນແຕກ ມີຄວາມຍາວປະມານ 16,9 ກິໂລແມັດ.ໃນເວລານັ້ນ, ກະຊວງປ້ອງກັນປະເທດລາວ ໄດ້ແຈ້ງການເຖິງອົງການປົກຄອງແຂວງຫລວງນ້ຳທາວ່າ: ໃນຈຳນວນ 3 ບ້ານ ທີ່ເສັ້ນທາງລົດໄຟ ຈະເນັ່ງຜ່ານນັ້ນ, ມີບ້ານໜຶ່ງຍັງບໍ່ທັນໄດ້ເກັບກູ້ລະເບີດທີ່ບໍ່ທັນແຕກອອກຈາກພື້ນທີ່ເທື່ອ. ເຂົາເຈົ້າໄດ້ພົບໝາກມິນ ຢູ່ບ້ານນາເຕີຍ, ບໍລິສັດຈີນ ທີ່ເຮັດວຽກງານສຳຫລວດ ວັດແທກໄດ້ 70% ແລ້ວນັ້ນຈໍາຕ້ອງໄດ້ຢຸດເຊົາການປະຕິບັດງານ ເພື່ອລໍຖ້າໃຫ້ແລ້ວວຽກເກັບກູ້ລະເບີດກ່ອນ
ສ່ວນທ່ານ ຫລີປິ່ນ ຫົວໜ້າຊີ້ນຳການກໍ່ສ້າງໂຄງການທາງລົດໄຟຈີນ-ລາວ ຂອງກຸ່ມບໍລິສັດໄຟຟ້າຈີນ ທີ່ມີປະສົບການກໍ່ສ້າງໂຄງການມາໄດ້ 35 ປີ ກໍມີປະສົບການທີ່ຄ້າຍຄືກັນນັ້ນ. ທ່ານກ່າວວ່າ: “ພວກທ່ານອາດຈະຈິນຕະນາການບໍ່ໄດ້ເລີຍ, ສະພາບມື້ທຳອິດທີ່ຂ້າພະເຈົ້າມາຮອດສະຖານທີ່ແຫ່ງນີ້ ຄື: ເຈົ້າເມືອງໄດ້ພາທະຫານລາດກອງຫລອນເກັບກູ້ລະເບີດຢູ່ທາງໜ້າ, ທາງຫລັງແມ່ນຊາວບ້ານທ້ອງຖິ່ນຕັດໄມ້ນຳຫລັງ. ພາຫະນະກົນຈັກເຂົ້າໄປບໍ່ໄດ້, ຄົນທັງຫລາຍກໍພາກັນຍ່າງເຂົ້າໄປ ເທື່ອລະເລັກເທື່ອລະໜ້ອຍ.” “ສິ່ງທີ່ຍັງບໍ່ທັນລະເບີດຢູ່ແຫ່ງນີ້ ເຖິງຈະໃຊ້ເວລາຮ້ອຍປີກໍເກັບກູ້ບໍ່ໝົດ. ຂະບວນການກໍ່ສ້າງແມ່ນໜ້າເປັນຫ່ວງຫລາຍ. ” ທ່ານ ຫລີປິ່ນ ຊີ້ໃຫ້ເຫັນເຂດທີ່ມີລະເບີດບໍ່ທັນແຕກຕົກຄ້າງຝັງດິນຢູ່ເຂດພູດອຍປະເທດລາວໃນແຜນທີ່, ໂຄງການທາງລົດໄຟຈີນ-ລາວ ອາດຈະເປັນໜຶ່ງໃນບັນດາໂຄງການທາງລົດໄຟທີ່ອັນຕະລາຍທີ່ສຸດໃນໂລກ. ເຖິງແມ່ນວ່າຈະເປັນໂຄງການທີ່ຫຍຸ້ງຍາກທັງອັນຕະລາຍ ແລະ ອາດຈະ “ລະເບີດ” ຂຶ້ນໄດ້ທຸກເວລາກໍຕາມ, ແຕ່ສອງຝ່າຍຈີນ-ລາວ ກໍບໍ່ໄດ້ປ່ອຍປະລະເລີຍຈັກເທື່ອ ໂດຍໄດ້ຮ່ວມມືກັນຢ່າງເຕັມຄວາມສາມາດ, ໃນທີ່ສຸດກໍສາມາດສ້າງໃຫ້ສຳເລັດໄດ້.
ອີງຕາມເວັບໄຊ “ໜຶ່ງແລວໜຶ່ງເສັ້ນທາງ” ຈີນລາຍງານວ່າ: ເພື່ອຮັບປະກັນໃຫ້ໂຄງການໄດ້ຮັບການກໍ່ສ້າງຢ່າງສະດວກ, ກະຊວງປ້ອງກັນປະເທດລາວ ໄດ້ຈັດກຳລັງທະຫານ, ສ້າງຕັ້ງເປັນ 6 ໜ່ວຍງານເກັບກູ້ລະເບີດ ຕາມການກໍ່ສ້າງເສັ້ນທາງລົດໄຟ ຢູ່ແຕ່ລະຕອນ, ກຽມພ້ອມທາງດ້ານບຸກຄະລາກອນທີ່ກ່ຽວຂ້ອງ, ພາຫະນະ ແລະ ອຸປະກອນທີ່ຈຳເປັນເພື່ອເກັບກູ້ລະເບີດຕົກຄ້າງທີ່ບໍ່ທັນແຕກໃຫ້ກັບເຂດເປົ້າໝາຍຂອງໂຄງການ, ວຽກງານເກັບກູ້ລະເບີດໄດ້ດຳເນີນ ຂຶ້ນນັບແຕ່ເດືອນມັງກອນ ຈົນຮອດເດືອນພຶດສະພາ ປີ 2017. ເພື່ອຫລີກລ່ຽງບໍ່ໃຫ້ເກີດຄວາມອັນຕະລາຍ, ທີມງານກໍ່ສ້າງຝ່າຍຈີນ ກໍໄດ້ຢຸດເຊົາການກໍ່ສ້າງໄວ້ຊົ່ວຄາວໄປພ້ອມ ໂດຍໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນດ້ານຕົ້ນທຶນການກໍ່ສ້າງໂຄງການທີ່ເພີ່ມຂຶ້ນ ເພື່ອປັບປຸງວຽກງານດ້ານຕ່າງໆ ເປັນຕົ້ນແມ່ນຮູບການປະຕິບັດການກໍ່ສ້າງ ທັງໄດ້ສົ່ງພະນັກງານວິຊາການທີ່ມີປະສົບການ ກວດເກັບກູ້ລະເບີດນັ້ນໄປຊ່ວຍປະສານງານກັບຝ່າຍລາວ. ການສຳຫລວດກວດກາໃນໄລຍະເບື້ອງຕົ້ນແຫ່ງການກໍ່ສ້າງ, ເຈົ້າໜ້າທີ່ເກັບກູ້ລະເບີດກຳລັງເຮັດວຽກຢູ່ເຂດທີ່ບໍ່ມີຄົນອາໄສຢູ່ຂອງແຫລມແມ່ນ້ຳຂອງ.
ໜ່ວຍງານເສດຖະກິດສັງຄົມສະຫະປະຊາຊາດ ມີບົດລາຍງານສະບັບໜຶ່ງທີ່ມີຫົວຂໍ້ວ່າ “ຄວາມຄືບໜ້າຂອງຂໍ້ລິເລີ່ມ ‘ໜຶ່ງແລວໜຶ່ງເສັ້ນທາງ’ ກັບເປົ້າໝາຍການພັດທະນາແບບຍືນຍົງຢູ່ລາວ” ໄດ້ລະບຸວ່າ: ອີງຕາມຂໍ້ມູນ ຈາກຄະນະກຳມະການຄຸ້ມຄອງໂຄງການທາງລົດໄຟຈີນ-ລາວ ປີ 2019, ໃນໄລຍະການກໍ່ສ້າງໂຄງການທາງລົດໄຟຈີນ-ລາວ ນັບແຕ່ເດືອນມັງກອນ ປີ 2017 ຫາເດືອນກໍລະກົດປີ 2019, ຢູ່ພື້ນທີ່ກໍ່ສ້າງກວມເນື້ອທີ່ 2.931 ເຮັກຕາ ໄດ້ເກັບກູ້ລະເບີດຕົກຄ້າງທີ່ບໍ່ທັນແຕກປະມານ 459 ລູກ ພ້ອມດ້ວຍຊິ້ນສ່ວນລະເບີດທີ່ແຕກແລ້ວ ປະມານ 460.000 ກວ່າອັນ. ບົດລາຍງານຍັງເນັ້ນໜັກວ່າ: ເຖິງວ່າຜົນງານດັ່ງກ່າວເປັນພຽງໜ້ອຍດຽວເທົ່ານັ້ນ ເມື່ອທຽບໃສ່ຈຳນວນລະເບີດຕົກຄ້າງທີ່ບໍ່ທັນແຕກເກືອບ 80 ລ້ານລູກ ຢັ່ງຢາຍຢູ່ທົ່ວປະເທດ, ການກຳຈັດສິ່ງຕົກຄ້າງຈາກສົງຄາມເຫລົ່ານີ້ໃຫ້ໝົດ ຍັງຕ້ອງໄດ້ຮັບການຊ່ວຍເຫລືອດ້ານເງິນທຶນ ແລະ ວັດຖຸຫລາຍກວ່າເກົ່າກໍຕາມ, ແຕ່ຈາກເລື່ອງນີ້ກໍສາມາດເຫັນໄດ້ເຖິງການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ສາມາດເສີມຂະ ຫຍາຍບົດບາດລັກສະນະຕົວຈິງໃນວຽກງານດ້ານນີ້.
ວັນທີ 3 ມັງກອນ 2022, ເສັ້ນທາງລົດໄຟຈີນ-ລາວ ໄດ້ເປີດນຳໃຊ້ຄົບຮອບ 1 ເດືອນ, ໃນໄລຍະເປີດບໍລິການເປັນເວລາ 1 ເດືອນຜ່ານມາ, ການຂົນສົ່ງທັງຜູ້ໂດຍສານ ແລະ ສິນຄ້າໄດ້ປະສົບຜົນງານທີ່ດີໄປພ້ອມກັນ. ອີງຕາມຂໍ້ມູນສະຖິຕິຈາກກຸ່ມບໍລິສັດທາງລົດໄຟຄຸນມິງຈີນ ຈຳກັດ ສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 31 ທັນວາ ປີ 2021, ເສັ້ນທາງລົດໄຟຈີນ-ລາວ ໄດ້ເປີດບໍລິການຂະບວນລົດໄຟຂົນສົ່ງສິນຄ້າ 380 ຂະບວນ, ຂົນສົ່ງສິນຄ້າ 150.000 ໂຕນ. ສິນຄ້ານຳເຂົ້າຕົ້ນຕໍມີ ຢາງພາລາ, ແຮ່ເຫລັກ, ປຸຍເຄມີ, ສິນຄ້າສົ່ງອອກຕົ້ນຕໍມີ ພືດຜັກ, ໝາກໄມ້, ຜະລິດຕະພັນກົນຈັກໄຟຟ້າ. ນອກນີ້, ເສັ້ນທາງລົດໄຟຈີນ-ລາວ ຕອນຢູ່ປະເທດຈີນ ໄດ້ຂົນສົ່ງຜູ້ໂດຍສານ 580.000 ເທື່ອຄົນ. ນັບມາຮອດວັນທີ 20 ທັນວາ 2021, ເສັ້ນທາງລົດໄຟຈີນ-ລາວ ຕອນຢູ່ປະເທດລາວໄດ້ຂົນສົ່ງຜູ້ໂດຍສານ 22.000 ເທື່ອຄົນ, ແຕ່ລະມື້ ມີປະຊາຊົນລາວໄປຊື້ປີ້ລົດໄຟເປັນຈຳນວນຫລວງຫລາຍ ເພື່ອສຳຜັດກັບເສັ້ນທາງລົດໄຟຈີນ-ລາວ ທີ່ໄດ້ນຳເອົາການປ່ຽນແປງທີ່ດີມາສູ່ການເຮັດວຽກ ແລະ ຊີວິດການເປັນຢູ່ຂອງຕົນ ທັງໄດ້ສະແດງໃຫ້ເຫັນເຖິງຄວາມນິຍົມ ແລະ ການສະໜັບສະໜູນຕໍ່ທາງລົດໄຟດ້ວຍການກະທຳຕົວຈິງ.
ທ່ານບຸນເລີດ ຫລວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ໃຫ້ສຳພາດຕໍ່ສຳນັກຂ່າວສານຊິນຮວາ ເມື່ອມໍ່ໆມານີ້ວ່າ: ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫລື CREP ທີ່ໄດ້ເກີດມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ ປີນີ້ຈະມີຄວາມໝາຍສຳຄັນຍິ່ງ ຕໍ່ການຊຸກຍູ້ການຄ້າເສລີພາຍໃນພາກພື້ນ. ຖືໂອກາດນີ້, ເສັ້ນທາງລົດໄຟລາວ-ຈີນ ຈະເສີມຂະຫຍາຍບົດບາດຫລາຍກວ່າເກົ່າ.
ວັນທີ 1 ມັງກອນ 2022, ຂະບວນລົດໄຟຂົນສົ່ງສິນຄ້າສາກົນຖ້ຽວທຳອິດ ຂອງເສັ້ນທາງລົດໄຟຈີນ-ລາວ ໃນໄລຍະປີໃໝ່ສາກົນອອກຈາກສະຖານີ ເຖິງຈະເປັນໂຄງການທີ່ບໍ່ມີບ່ອນຕິ ແລະ ສ້າງຜົນປະໂຫຍດໃຫ້ຫລາຍຝ່າຍກໍຕາມ ແຕ່ການໃສ່ຮ້າຍປ້າຍສີຈາກປະເທດຕາເວັນຕົກ ແມ່ນບໍ່ເຄີຍຢຸດເຊົາຈັກເທື່ອ.
ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕອບໂຕ້ຄຳ ໃສ່ຮ້າຍປ້າຍສີຂອງວົງການພາຍນອກ ທີ່ແນໃສ່ເສັ້ນທາງລົດໄຟລາວ-ຈີນ ໂດຍເນັ້ນໜັກວ່າ: ຖ້ອຍຄຳທີ່ເອີ້ນວ່າ “ເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ລາວຕົກ ຢູ່ໃນກັບດັກໜີ້ສິນ” ນັ້ນເປັນຄຳໃສ່ຮ້າຍປ້າຍສີ 100%, ທ່ານ ກ່າວວ່າ: ເສັ້ນທາງລົດໄຟລາວ-ຈີນ ແມ່ນສອດຄ່ອງກັບຄວາມຕ້ອງການໃນການພັດທະນາຂອງປະຊາຊົນລາວ, ເຊິ່ງຈະຊຸກຍູ້ການໄປມາຫາສູ່ກັນດ້ານບຸກຄະລາກອນ ແລະ ການຄ້າຢ່າງຫລວງ ຫລາຍ ພ້ອມທັງຈະນຳເອົາຄວາມຜາສຸກມາໃຫ້ປະຊາຊົນຫລາຍກວ່າເກົ່າ. ຕໍ່ກັບເລື່ອງນີ້, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ກ່າວຢືນຢັນວ່າ: ຄືດັ່ງທ່ານນາຍົກ ພັນຄຳ ວິພາວັນ ໄດ້ເວົ້າວ່າ: ເສັ້ນທາງລົດໄຟຈີນ-ລາວ ແມ່ນສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາປະເທດລາວ, ລາວມີທ່າແຮງດ້ານທຳມະຊາດ, ມີທ່າແຮງບົ່ມຊ້ອນອັນມະຫາສານໃນການພັດທະນາ, ອຸປະສັກຕົ້ນຕໍອັນໜຶ່ງທີ່ປະເທດລາວ ພວມປະເຊີນໃນກ່ອນໜ້ານີ້ ກໍຄື ໃນຖານະເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ການຄົມມະນາຄົມກັບພາຍນອກຈຶ່ງບໍ່ສະດວກທີ່ສຸດ. ຈີນ ມີຄຳສຸພາສິດທີ່ວ່າ: “ຫາກເຫລົ້າຫອມດີ ຈະບໍ່ຢ້ານຮ້ານຂາຍຢູ່ຮ່ອມເລິກ”, ເສັ້ນທາງລົດໄຟຈີນ-ລາວ ກໍແມ່ນໂຄງການທີ່ສ້າງ “ທາງຮ່ອມ” ສາຍນີ້ໃຫ້ດີ, ເພື່ອປະກອບສ່ວນເຮັດໃຫ້ລາວສາມາດປະຕິບັດຍຸດທະສາດ “ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ”, ກະຕຸ້ນຄວາມມີຊີວິດຊີວາ ໃນການພັດທະນາປະເທດລາວ, ເຮັດໃຫ້ໄລຍະຫ່າງລະຫວ່າງລາວກັບໂລກ ຫຍັບມໍ່ໃກ້ເຂົ້າກັນ, ເຮັດໃຫ້ຊາວໂລກບໍ່ພຽງແຕ່ໄດ້ ‘ກິ່ນຫອມ’ ເທົ່ານັ້ນຍັງສາມາດໄດ້ຊິມເຖິງ ‘ເຫລົ້າດີ’ ຊະນິດຕ່າງໆ ຂອງລາວອີກດ້ວຍ. ”
KPL