ສະຫລຸບການຈັດຕັ້ງປະຕິບັດວຽກງານຂະແໜງການລ້ຽງສັດ ແລະ ການປະມົງ ທົ່ວປະເທດປະຈຳປີ 2025 ແລະ ທິດທາງແຜນການ ປີ 2026

25/02/2026 14:52
Email Print 369
KPL ຂປລ. ເມື່ອບໍ່ດົນມານີ້, ທີ່ສະໂມ ສອນກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ກົມລ້ຽງສັດ ແລະ ການ ປະມົງໄດ້ຈັດກອງປະຊຸມ ສະຫລຸບ ການຈັດຕັ້ງປະຕິບັດວຽກງານຂະ ແໜງການລ້ຽງສັດ ແລະ ການປະ ມົງ ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026


ຂປລ. ເມື່ອບໍ່ດົນມານີ້, ທີ່ສະໂມ ສອນກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ກົມລ້ຽງສັດ ແລະ ການ ປະມົງໄດ້ຈັດກອງປະຊຸມ ສະຫລຸບ ການຈັດຕັ້ງປະຕິບັດວຽກງານຂະ ແໜງການລ້ຽງສັດ ແລະ ການປະ ມົງ ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມ ລ້ຽງສັດ ແລະ ການປະມົງ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ມີ ຮອງຫົວໜ້າຫ້ອງການ, ຮອງຫົວ ໜ້າກົມ, ສະຖາບັນ; ບັນດາທ່ານ ຮອງຫົວໜ້າພະແນກກະສິກໍາ ແລະສິ່ງແວດລ້ອມ ນະຄອນຫລວງວຽງ ຈັນ ແລະ 17 ແຂວງ, ຫົວໜ້າ, ຮອງ ຫົວໜ້າພະແນກ-ສູນ-ໂຄງການ ພາຍໃນກົມລ້ຽງສັດ ແລະ ການ ປະມົງ, ຫົວໜ້າ, ຮອງຫົວໜ້າ ຂະແໜງລ້ຽງສັດ ແລະ ການປະມົງ 17 ແຂວງ ແລະ ນະຄອນຫລວງ ວຽງຈັນ, ພະນັກງານ-ວິຊາການ, ແລະ ຜູ້ປະກອບການໃນການລ້ຽງ ສັດເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້ ແມ່ນ ເພື່ອສະຫລຸບຕີລາຄາຄືນການຈັດ ຕັ້ງປະຕິບັດແຜນພັດທະນາການ ລ້ຽງສັດ ແລະ ການປະມົງ ປະຈຳປີ 2025 ທິດທາງແຜນການ ປີ 2026 ແລະ ທິດທາງແຜນການ 5 ປີ (2026-2030); ຮັບຟັງການ ລາຍງານຕໍ່ການຈັດຕັ້ງປະຕິບັດ ວຽກງານຕົວຈິງ, ການຜະລິດສັດແລະ ສັດນໍ້າ ທີ່ເປັນທ່າແຮງເປັນ ສິນຄ້າຂອງແຂວງ ແລະ ການຈັດ ຕັ້ງປະຕິບັດໂກຕ້າລ້ຽງງົວ ເປັນ ສິນຄ້າຂອງແຂວງໃນໄລຍະຜ່ານ ມາ ມີຄວາມຄືບໜ້າຄືແນວໃດ, ບັນຫາຂໍ້ຫຍຸ້ງຍາກ ແລະ ມາດຕະ ການໃນການແກ້ໄຂບັນຫາຕ່າງໆ ແລະ ແຜນຄາດໝາຍສູ້ຊົນໃນຕໍ່ໜ້າ ມີຄືແນວໃດ; ຮັບຟັງການລາຍງານ ບົດຮຽນການປະຕິບັດຕົວຈິງ ຂອງ ບັນດາຜູ້ປະກອບການ ວ່າມີຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດລວມທັງຂໍ້ສະເໜີຕ່າງໆ ທີ່ຢາກໃຫ້ ພາກລັດແກ້ໄຂ; ທົບທວນຄືນບັນ ດາວິທີການ ແລະ ຂັ້ນຕອນກ່ຽວກັບ ວິທີການດຸ່ນດ່ຽງຊີ້ນ, ໄຂ່ ແລະ ປາ, ວິທີການຄິດໄລ່ໂຄງປະກອບຕົ້ນ ທຶນລາຄາ, ການບໍລິການທາງດ້ານ ສັດຕະວະແພດ; ວຽກງານຄຸ້ມຄອງ ການປະມົງ, ວຽກງານການຄຸ້ມ ຄອງອາຫານສັດ, ສະພາບການ ຈັດຕັ້ງປະຕິບັດບັນດານິຕິກຳໃນຂະ ແໜງການລ້ຽງສັດ ແລະ ການປະ ມົງ, ການເກັບຂໍ້ມູນ ແລະ ແບບ ຟອມການລາຍງານ; ການຄົ້ນຄວ້າ ປຶກສາຫາລືຊອກຫາວິທີແກ້ໄຂບັນ ຫາ ແລະ ວາງແຜນຮ່ວມກັນໃນ ການຈັດຕັ້ງປະຕິບັດບັນດາຕົວເລກ ຄາດໝາຍສູ້ຊົນຕ່າງໆ ຂອງຂະ ແໜງການລ້ຽງສັດ ແລະ ການປະ ມົງໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ຮັບຟັງການ ສະເໜີແຜນວຽກຈຸດສຸມ ຂອງພະ ແນກການ ແລະ ສູນພາຍໃນກົມ; ຮັບຟັງການປະກອບຄໍາເຫັນຂອງ ຂະແໜງການລ້ຽງສັດ ແລະ ການ ປະມົງແຂວງ ແລະ ນະຄອນຫລວງ; ຂອງພະນັກງານປະຈໍາດ່ານ ຊຶ່ງ ແມ່ນຜູ້ຈັດຕັ້ງປະຕິບັດຕົວຈິງ; ການ ປະກອບຄໍາເຫັນຂອງຜູ້ປະກອບ ການຈໍານວນໜຶ່ງ ແລະ ການປະ ກອບຄໍາເຫັນຂອງຜູ້ເຂົ້າຮ່ວມ ພ້ອມກັນລົງເລິກຄົ້ນຄວ້າກ່ຽວກັບ ຂໍ້ຫຍຸ້ງຍາກ ແລະ ສາເຫດຕົ້ນຕໍໃນ ການຈັດຕັ້ງປະຕິບັດວຽກງານຕົວ ຈິງທັງຢູ່ສູນກາງ ແລະ ທ້ອງຖິ່ນ ບົນພື້ນຖານນັ້ນເພື່ອຊອກຫາທາງ ອອກຮ່ວມກັນຕື່ມອີກ.
KPL

ຂ່າວອື່ນໆ

    • ອີກໜຶ່ງຄວາມຮູ້ສຶກ ແລະ ທັດສະນະ ຂອງພະນັກງານບໍານານ ຕໍ່ບັ້ນເລືອກຕັ້ງ ສສຊ ແລະ ສສຂບົດ-ສາລະຄະດີ

      ອີກໜຶ່ງຄວາມຮູ້ສຶກ ແລະ ທັດສະນະ ຂອງພະນັກງານບໍານານ ຕໍ່ບັ້ນເລືອກຕັ້ງ ສສຊ ແລະ ສສຂ

      2/26/2026 1:48:29 PM

      ຂປລ. ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຂ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ​(ສສຂ) ຊຸດທີ V ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາບຸກ ຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນສະ​ພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນລາວບັນ​ດາເຜົ່າ.

    • ຄວາມເປັນມາຂອງພະເວດສັນດອນຊາດົກບົດ-ສາລະຄະດີ

      ຄວາມເປັນມາຂອງພະເວດສັນດອນຊາດົກ

      2/26/2026 1:42:51 PM

      ຂປລ.​ ບຸນພະເວດສັນດອນ ຫລື ເອີ້ນກັນວ່າ: ບຸນມະຫາຊາດແມ່ນບຸນປາງໃຫຍ່ປະຈຳປີ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານ ເພື່ອລະນຶກເຖິງຊາດໜຶ່ງຂອງພະພຸດທະອົງເກີດມາ ເປັນພະເວດສັນດອນ ທີ່ເປັນການໃຊ້ຊາດສຸດທ້າຍຂອງພະອົງ (ເຫວດສັນຕຣະ). ຕາມຂໍ້ມູນຄັດຈາກປຶ້ມຄູ່ມື ຮີດ12 ຄອງ 14 ປະເພນີລາວ

    • ປູກໝາກໂມຂາຍ ໄດ້ກໍາໄລຫລາຍຮ້ອຍລ້ານກີບຕໍ່ປີ ບົດ-ສາລະຄະດີ

      ປູກໝາກໂມຂາຍ ໄດ້ກໍາໄລຫລາຍຮ້ອຍລ້ານກີບຕໍ່ປີ

      2/26/2026 1:37:31 PM

      ຂປລ.​ ໝາກ​ໂມ ​​ເປັນ​ອີກໝາກ​ໄມ້ຊະນິດໜຶ່ງ​ທີ່​ຄົນ​ນິຍົມ​ກິນ ແລະ ເປັນທີ່ຕ້ອງການຂອງທ້ອງຕະຫລາດຫລາຍ ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ຮ້ອນ ​ ເພາະວ່າໝາກໂມ ເມື່ອກິນເຂົ້າໄປຈະຊ່ວຍເຮັດໃຫ້ຮູ້ສຶກ​ສົດ​ຊື່ນຜ່ອນ​ຄາຍ​ຄວາມ​ອິດ​ເມື່ອຍ​ໄດ້​ດີ ຈຶ່ງ​ເປັນ​ທີ່​ນິຍົມ​ຂອງ​ຜູ້​ບໍລິ​ໂພ​ກ ຈົນ​ເຮັດ​ໃຫ້ຊາວ​ສວນ​ທີ່​ຜະລິດໝາກ​ໂມ​ຂາຍ​ຍີ້ມ​ໄດ້ ​ເມື່ອ​ຮອດ​ລະດູ​ການ​ເກັບໝາກໂມ

    • ປະຊາຊົນບ້ານ ໂພນສະຫວັນ  ຮ່ວມໃຈກັນອອກມາໃຊ້ສິດເລືອກຕັ້ງເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢ່າງເປັນຂະບວນຟົດຟື້ນບົດ-ສາລະຄະດີ

      ປະຊາຊົນບ້ານ ໂພນສະຫວັນ ຮ່ວມໃຈກັນອອກມາໃຊ້ສິດເລືອກຕັ້ງເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢ່າງເປັນຂະບວນຟົດຟື້ນ

      2/25/2026 2:57:44 PM

      ຂປລ. ບັນຍາກາດການປ່ອນ ບັດເລືອກຕັ້ງສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນ ນະຄອນ ຫລວງວຽງຈັນ (ສສ ນວ) ຊຸດທີ V ທີ່ໜ່ວຍປ່ອນບັດ 59 ບ້ານໂນນ ສະຫວັນ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ມີຄວາມຄຶກຄື້ນ ມ່ວນຊື່ນປານບຸນປາງໃຫຍ່ ເນື່ອງ ຈາກວ່າ ຜູ້ມີສິດເລືອກຕັ້ງທັງຍິງ ແລະ ຊາຍນັບແຕ່ອາຍຸ 18 ປີຂຶ້ນ ໄປ ໄດ້ພ້ອມໃຈກັນໄປໃຊ້ສິດຂອງ ຕົນ ຢ່າງເປັນຂະບວນຟົດຟື້ນຕັ້ງ ແຕ່ເວລາ 7 ໂມງເຊົ້າ ຈົນເຖິງ 5 ໂມງແລງ

    • ຮັບຮອງບ້ານຫ້ວຍສັງ ເປັນບ້ານວັດທະນະທໍາໃໝ່ບົດ-ສາລະຄະດີ

      ຮັບຮອງບ້ານຫ້ວຍສັງ ເປັນບ້ານວັດທະນະທໍາໃໝ່

      2/25/2026 2:42:57 PM

      ຂປລ. ຫ້ວຍສັງ ເມືອງຜາອຸດົມ ແຂວງບໍ່ແກ້ວ ຖືກຮັບຮອງເປັນ ບ້ານວັດທະນະທໍາໃໝ່ ບ້ານທີ 54 ຂອງເມືອງຜາອຸດົມ ແລະ ໜ່ວຍ ສະຫະພັນນັກຮົບເກົ່າ 3 ດີ 6 ຮັກສາ ໃນວັນທີ 17 ກຸມພາ 2026 ທີ່ບ້ານ ຫ້ວຍສັງ.ທ່ານ ຄຳແສງ ໂຍມສຸລີ ນາຍ ບ້ານໆ ຫ້ວຍສັງ


Top