ອົດສະຕຣາລີ ປະກາດຫ້າມເດັກນ້ອຍມີອາຍຸຕ່ຳກວ່າ 16 ປີໃຊ້ສື່ສັງຄົມອອນໄລ

11/12/2025 15:23
Email Print 316
KPL ອົດສະຕຣາລີ ໄດ້ກາຍເປັນ ປະເທດ ທຳອິດ ໃນໂລກ ທີ່ຫ້າມເດັກນ້ອຍ ນຳໃຊ້ສື່ສັງຄົມອອນໄລ ຢ່າງເປັນທາງການ. ລັດຖະບານ ອົດສະຕາລີ ຫວັງວ່າ ຂໍ້ຕົກລົງນີ້ ຈະຫລຸດຜ່ອນ ຜົນກະທົບທີ່ບໍ່ດີ ຈາກສື່ສັງຄົມອອນໄລຕໍ່ເດັກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ອົດສະຕຣາລີ ໄດ້ກາຍເປັນ ປະເທດ ທຳອິດ ໃນໂລກ ທີ່ຫ້າມເດັກນ້ອຍ ນຳໃຊ້ສື່ສັງຄົມອອນໄລ ຢ່າງເປັນທາງການ. ລັດຖະບານ ອົດສະຕຣາລີ ຫວັງວ່າ ຂໍ້ຕົກລົງນີ້ ຈະຫລຸດຜ່ອນ ຜົນກະທົບທີ່ບໍ່ດີ ຈາກສື່ສັງຄົມອອນໄລຕໍ່ເດັກ. ບັນຊີຫລິ້ນ ສື່ສັງຄົມອອນໄລ ຂອງເດັກນ້ອຍ ນັບແສນຄົນ ທີ່ມີອາຍຸຕ່ຳກວ່າ 16 ປີຂອງ ອົດສະຕຣາລີ ໄດ້ຖືກປິດ ເມື່ອກົດໝາຍ ວ່າດ້ວຍ ການຈຳກັດ ອາຍຸ ນຳໃຊ້ສື່ສັງຄົມອອນໄລ ມີຜົນສັກສິດ ຢູ່ປະເທດນີ້. ມີ 10 ສື່ສັງຄົມອອນໄລ ບັງຄັບຕ້ອງປະຕິບັດ ຕາມຂໍ້ກຳນົດດັ່ງກ່າວ ລວມມີ Facebook, Instagram, Kick, Reddit, Snapchat, Threads, TikTok, X, YouTube ແລະ Twitch. ທ່ານ ແອນໂທນີ ອໍລບາເນສ(Anthony Albanese) ນາຍົກລັດຖະມົນຕີ ອົດສະຕຣາລີ ຢັ້ງຢືນວ່າ ຂໍ້ກຳນົດໃໝ່ນີ້ ຈະຊ່ວຍໃຫ້ ພວກເດັກ ໄດ້ພັດທະນາ ໃນສະພາບແວດລ້ອມ ທີ່ປອດໄພກວ່າ ແລະ ມີເວລາ ເພື່ອພັດທະນາ ບັນດາທັກສະດຳລົງຊີວິດ, ພົບປະສື່ສານ ແບບເຊິ່ງໜ້າ ກັບໝູ່ເພື່ອນ ແລະ ຄອບຄົວ.ນັບແຕ່ ວັນທີ 10 ທັນວາ, ເດັກທີ່ມີອາຍຸຕ່ຳກວ່າ 16 ປີ ໄດ້ຮັບແຈ້ງການ ປິດບັນຊີ ຈາກບັນດາ ສື່ສັງຄົມອອນໄລ ແລະ ກໍ່ບໍ່ສາມາດ ສ້າງບັນຊີໃໝ່ໄດ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ


KPL

ຂ່າວອື່ນໆ


Top