ສປ ຈີນ ຍິງສົ່ງດາວທຽມ ຊືຈ້ຽນ-28 ສຳເລັດ

01/12/2025 15:08
Email Print 221
KPL ສູນຍິງ​ສົ່ງ​ການ​ບິນ​ ອະ​ວະ​ກາດ​ ເວີນ​ຊ່າງ ຂອງ ສປ ຈີນ ໄດ້​ນຳ​ໃຊ້​ ຈະ​ຫລວດ​ ສົ່ງ​ຍານທີ່​​ດັດແປງ ​ຈາກ​ຈະ​ຫລວດ​ສົ່ງ​ຍານ ຊາງ​ເຈີ່ງ-7 ຍິງ​ສົ່ງ​ດາວ​ທຽມ ຊື​ຈ້ຽນ-28 ​ຂຶ້ນ​ສູ່ ອະ​ວະ​ກາດ ​ຢ່າງ​ສຳ​ເລັດ​ຜົນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 30 ພະ​ຈິກ​ນີ້, ສູນຍິງ​ສົ່ງ​ການ​ບິນ​ ອະ​ວະ​ກາດ​ ເວີນ​ຊ່າງ ຂອງ ສປ ຈີນ ໄດ້​ນຳ​ໃຊ້​ ຈະ​ຫລວດ ​ສົ່ງ​ຍານທີ່​​ດັດແປງ​ ຈາກ​ຈະ​ຫລວດ​ ສົ່ງ​ຍານ ຊາງ​ເຈີ່ງ-7 ຍິງ​ສົ່ງ​ດາວ​ທຽມ ຊື​ຈ້ຽນ-28 ​ຂຶ້ນ​ສູ່ ອະ​ວະ​ກາດ ​ຢ່າງ​ສຳ​ເລັດ​ຜົນ. ດາວ​ທຽມ ​ໄດ້​ເຂົ້າ​ສູ່​ ວົງ​ໂຄ​ຈອນ ​ທີ່​ກຳ​ນົດ​ໄວ້​ ຢ່າງ​ສະ​ດວກ ເຮັດ​ໃຫ້ພາ​ລະ​ກິດ ຍິງ​ສົ່ງ​ດາວ​ທຽມ​ຄັ້ງ​ນີ້​ ໄດ້​ສຳ​ເລັດ​ຜົນ ​ຢ່າງຈົບ​ງາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top