ກຳປັ່ນໂດຍສານອິນໂດເນເຊຍ ຫລົ້ມຢູ່ຊ່ອງແຄບບາຫລີ ມີຜູ້ເສຍຊີວິດ-ສູນຫາຍ ຫລາຍກວ່າ60ຄົນ

03/07/2025 16:28
Email Print 155
KPL ເຈົ້າ​ໜ້າ​ທີ່​ ຫ້ອງ​ການ ຊ່ວຍ​ເຫລືອ​ ກູ້​ໄພ ​ເກາະ​ບາຫລີ ​ຂອງ​ອິນ​ໂດ​ເນ​ເຊຍ ​ກ່າວ​ວ່າ: ເຫດ​ການ ​ກຳ​ປັ່ນ ​ໂດຍ​ສານ ຫລົ້ມມີ​ຜູ້​ເສຍ​ຊີ​ວິດ 3 ຄົນ, ​ສາ​ມາດ​ ຊ່ວຍ​ເຫລືອ​ໄດ້ 4 ຄົນ ແລະ ສູນຫາຍ​ອີກ 58 ຄົນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ວັນ​ທີ 3 ກໍ​ລະ​ກົດ​ນີ້, ເຈົ້າ​ໜ້າ​ທີ່​ ຫ້ອງ​ການ ຊ່ວຍ​ເຫລືອ​ ກູ້​ໄພ ​ເກາະ​ບາຫລີ ​ຂອງ​ອິນ​ໂດ​ເນ​ເຊຍ ​ກ່າວ​ວ່າ: ເຫດ​ການ ​ກຳ​ປັ່ນ ​ໂດຍ​ສານ ຫລົ້ມມີ​ຜູ້​ເສຍ​ຊີ​ວິດ 3 ຄົນ, ​ສາ​ມາດ​ ຊ່ວຍ​ເຫລືອ​ໄດ້ 4 ຄົນ ແລະ ສູນຫາຍ​ອີກ 58 ຄົນ. ນັບ​ມາ​ຮອດ ​ປັດ​ຈຸ​ບັນ, ບໍ່​ມີລາຍ​ງານ​ວ່າ​ ມີ​ພົນ​ລະ​ເມືອງ​ຈີນ ​ໃນ​ເຫດ​ການ​ ກຳ​ປັ່ນຫລົ້ມ ​ຄັ້ງ​ນີ້. ການ​ລາຍ​ງານ​ຂ່າວ​ເບື້ອງ​ຕົ້ນ ​​ໃຫ້​ຮູ້ວ່າ: ກຳ​ປັ່ນ​ລຳ​ນີ້ ​ມີ​ຜູ້​ໂດຍ​ສານ 53 ຄົນ, ພະ​ນັກ​ງານ 12 ຄົນ ແລະ ລົດອີກ 22 ຄັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top