KPL
*ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.
(ເນື່ອງໃນໂອກາດ ວັນສ້າງຕັ້ງ ຄຕພ ຄົບຮອບ 42 ປີ 29/6/1983 - 29/6/2025)
*ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກພັກ-ພະນັກງານ ທົ່ວຄະນະພົວ ພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025 ໂດຍເປັນອີກໜຶ່ງວັນ ທີ່ມີຄວາມໝາຍຄວາມສຳ ຄັນ ຕໍ່ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື ຂະແໜງການຕ່າງປະເທດໃນທົ່ວປະເທດ.
ຄະນະພົວພັນຕ່າງປະເທດສູນກາງພັກ ເປັນອົງການຈັດຕັ້ງໜຶ່ງຂອງພັກ ຂຶ້ນກັບຄະນະບໍລິຫານງານສູນກາງພັກ, ມີຖານະທຽບເທົ່າຄະນະຂອງພັກຂັ້ນສູນກາງ, ມີພາລະບົດບາດເປັນເສນາທິການ ໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃນການຄົ້ນຄວ້າແຜນຍຸດທະສາດ, ແນວທາງນະໂຍບາຍ ການພົວພັນຕ່າງປະເທດຂອງພັກ; ຕາງໜ້າສູນກາງພັກ ໃນການພົວພັນຮ່ວມມື ກັບພັກການເມືອງຂອງຕ່າງປະເທດ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ຕາມການມອບໝາຍ ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ພ້ອມທັງເປັນເຈົ້າການຊີ້ນໍາ, ຄຸ້ມຄອງການເຄື່ອນໄຫວ ວຽກງານພົວພັນຕ່າງປະເທດ ຂອງອົງການຈັດຕັ້ງພັກ ແລະ ການທູດປະຊາຊົນ ໃຫ້ມີຄວາມເປັນເອກະພາບ ໂດຍຜ່ານປະຕູດຽວ.
ເມື່ອຫວນຄືນເບິ່ງຂະບວນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ຈະເຫັນໄດ້ວ່າວຽກງານການຕ່າງປະເທດ ເປັນໜຶ່ງໃນຂະແໜງການທີ່ສຳຄັນ ທີ່ໄດ້ຮັບການເອົາໃຈໃສ່ຢ່າງໃກ້ຊິດ ຈາກສູນກາງພັກ ແລະ ໄດ້ຕິດພັນກັບພາລະກິດ ປະຕິວັດຂອງພັກ ໃນຕະຫລອດໄລຍະທີ່ຜ່ານມາ ໂດຍໃນໄລຍະການປະຕິວັດຕໍ່ສູ້ກູ້ຊາດ ຈົນຮອດໄລຍະປົດປ່ອຍຊາດໃນປີ 1975, ອົງການທີ່ເຮັດວຽກງານຕ່າງປະເທດ ທັງສາຍພັກ ແລະ ສາຍລັດ ໄດ້ລວມສູນຢູ່ບ່ອນດຽວ, ນັ້ນຄື: ຫ້ອງການຕໍ່ສູ້ການເມືອງ ແລະ ຕ່າງປະ ເທດ ຂອງແນວລາວສ້າງຊາດ ມີສໍານັກງານຢູ່ເມືອງວຽງໄຊ, ແຂວງຫົວພັນ. ພາຍຫລັງການສະຖາປະນາ ສປປ ລາວ ໃນປີ 1975 ຮອດປີ 1983, ກະຊວງການຕ່າງປະເທດ ຮັບຜິດຊອບວຽກງານພົວພັນຕ່າງປະເທດ ທັງສາຍພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ. ຕໍ່ມາ ພາຍໃຕ້ແນວທາງການປ່ຽນແປງໃໝ່ ແລະ ເພື່ອເປີດກວ້າງການພົວພັນຕ່າງປະເທດ ບວກກັບບໍລິມາດວຽກງານນັບມື້ນັບຫລາຍຂຶ້ນ, ກົມການເມືອງສູນກາງພັກ ຈຶ່ງໄດ້ອອກມະຕິຕົກລົງ ສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ໃນເດືອນມິຖຸນາ 1983 ແລະ ກົດລະ ບຽບສະບັບທຳອິດ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຖືກຮັບຮອງ ໃນວັນທີ 29 ມິຖຸນາ 1983 ຊຶ່ງເປັນວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຂຶ້ນຢ່າງເປັນທາງການ.
ຕະຫລອດໄລຍະ 42 ປີ ຜ່ານມາ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ໂຄງປະກອບການຈັດຕັ້ງ ແລະ ພາລະບົດບາດ ກໍ່ໄດ້ມີການປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອແບກຫາບໜ້າທີ່ການ ເມືອງ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍໄດ້ແບ່ງອອກເປັນ 5 ໄລຍະ ດັ່ງນີ້:
ໄລຍະທີ 1: ແຕ່ປີ 1983-1993: ສະຫາຍ ພູນ ສີປະເສີດ ກຳມະການກົມການເມືອງສູນກາງພັກ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ທຳອິດ, ທັງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໄລ ຍະນີ້ ປະກອບມີ 3 ກົມ ຄື : ຫ້ອງການ, ກົມຄົ້ນຄວ້າສັງລວມ ການພົວພັນ ລະຫວ່າງ ພັກກັບພັກ ແລະ ກົມຊີ້ນຳການເຄື່ອນໄຫວສາກົນ ຂອງອົງການຈັດຕັ້ງມະຫາຊົນ.
ໄລຍະທີ 2: ແຕ່ປີ 1993-2006: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ, ໃນໄລຍະນີ້ ໂດຍ ປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ, ແລະ ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ໄດ້ໂອນຄະນະກຳມະການເພື່ອສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ຄະນະຄົ້ນຄວ້າວິໄຈການເມືອງ ເຂົ້າມາສັງກັດ ຢູ່ໃນຄະນະພົວພັນຕ່າງປະເທດສູນ ກາງພັກ; ໃນໄລຍະນີ້ ໄດ້ປັບປຸງກົງຈັກການຈັດຕັ້ງເປັນ 4 ກົມ ຄື : ຫ້ອງການ, ກົມຄົ້ນຄວ້າສັງລວມ, ກົມພົວພັນພັກ ແລະ ກົມພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ; ຕົກມາຮອດປີ 2002, ເພື່ອໃຫ້ການເຄື່ອນໄຫວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ສອດ ຄ່ອງກັບສະພາບການໃນໄລຍະໃໝ່, ຈຶ່ງຂະຫຍາຍເປັນ 5 ກົມ, ເພີ່ມກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ.
ໄລຍະທີ 3: ແຕ່ປີ 2006-2015: ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງ ເປັນເລຂາຄະນະພັກ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ທັງເປັນຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ລັດຖະມົນຕີກະຊວງການຕ່າງປະເທດ, ໄລຍະນີ້ ກົງຈັກການຈັດຕັ້ງ ຂອງຄະນະພົວພັນຕ່າງປະເທດ ໄດ້ປັບປຸງຈາກ 5 ກົມ ເຫລືອພຽງ 3 ກົມ ຄື: ຫ້ອງການ, ກົມພົວພັນພັກ ແລະ ກົມພົວພັນສາກົນຂອງອົງການຈັດ ຕັ້ງມະຫາຊົນ.
ໄລຍະທີ 4: ແຕ່ປີ 2015-2020: ຍ້ອນການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານການຕ່າງປະເທດ ຂອງປະເທດເຮົານັບມື້ນັບກວ້າງຂວາງ, ເລິກເຊິ່ງບໍລິມາດການຊີ້ນຳ-ນຳພາ ຂອງຄະນະພັກ ຂະແໜງການຕ່າງປະເທດ ນັບມື້ນັບຫລາຍຂຶ້ນ, ຄະນະເລຂາທິ ການສູນກາງພັກ ຈຶ່ງໄດ້ຕົກລົງແຍກ ອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ອອກເປັນ 2 ອົງຄະນະພັກເອກະລາດ ຕາມມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 42/ຄລສພ, ລົງວັນທີ 4 ພຶດສະພາ 2015, ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ ໄດ້ຮັບການແຕ່ງຕັ້ງ ເປັນເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໄລຍະນີ້ ກົງຈັກການຈັດຕັ້ງ ໄດ້ປັບປຸງຄືນ ປະກອບມີ 6 ກົມ ຄື : ຫ້ອງການ, ກົມຄົ້ນຄວ້າ-ສັງລວມ, ກົມອາຊີ-ປາຊີຟິກ ແລະ ອາຟຣິກກາ, ກົມເອີຣົບ-ອາເມລິກາ ແລະ ກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ.
ໄລຍະທີ 5: ແຕ່ປີ 2021 ເປັນຕົ້ນມາ : ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໄລຍະນີ້ ໂຄງປະກອບການຈັດຕັ້ງ ຍັງຮັກສາໄວ້ 6 ກົມຄືເກົ່າ, ແຕ່ອີງໃສ່ ການປະຕິບັດວຽກງານຕົວຈິງ ແລະ ເພື່ອໃຫ້ສອດຄ່ອງກັບວຽກງານໄລຍະໃໝ່ ມາຮອດປີ 2023, ໄດ້ປັບປຸງປ່ຽນຊື່ໃໝ່ 2 ກົມ ຄື ກົມຄົ້ນຄວ້າ-ສັງລວມ ເປັນກົມຄົ້ນຄວ້າ ແລະ ພົວພັນຫລາຍຝ່າຍ, ກົມພົວພັນສາກົນ ຂອງອົງການຈັດຕັ້ງມະຫາຊົນ ປ່ຽນເປັນ ກົມການ ທູດປະຊາຊົນ. ເດືອນພະຈິກ 2024, ກົມການເມືອງສູນກາງພັກ ໄດ້ແຕ່ງຕັ້ງ ສະຫາຍ ບຸນເຫລືອ ພັນດານຸວົງ ເປັນຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອສືບຕໍ່ນຳພາ-ຊີ້ນຳວຽກງານຂອງ ຄະນະພົວພັນຕ່າງປະເທດສູນ ກາງພັກ ເຊິ່ງປັດຈຸບັນ ຄະນະພົວພັນຕ່າງປະເທດສູນກາງພັກ ມີພະນັກງານທັງໝົດ 140 ກວ່າຄົນ ແລະ ພວມກະກຽມ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກຂອງຕົນ ໃນໄວໆນີ້.
ປັດຈຸບັນ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຄື່ອນໄຫວໜ້າທີ່ການເມືອງ ໂດຍປະຕິບັດຕາມແນວທາງການຕ່າງປະເທດ ຂອງພັກ ຕິດພັນກັບຍຸດທະສາດລວມ ຂອງການພົວພັນກັບຕ່າງປະເທດ ແລະ ເພື່ອປະຕິບັດ ສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃນຖານະເປັນເສນາທິການ ໃຫ້ສູນກາງພັກປະຊາຊົນ ປະຕິວັດລາວ ແລະ ໂດຍຍຶດໝັ້ນ ນະໂຍບາຍການຕ່າງປະເທດຂອງພັກ ວາງອອກໃນແຕ່ລະສະໄໝ, ຄະນະພົວພັນຕ່າງ ປະເທດສູນກາງພັກ ໄດ້ຕັ້ງໜ້າເຄື່ອນໄຫວຕ່າງປະເທດ ສາຍພັກ ແລະ ການທູດປະຊາຊົນ ໂດຍເສີມຂະຫຍາຍສາຍພົວພັນ ທີ່ເປັນມູນເຊື້ອ ກັບບັນດາພັກການເມືອງ ໃນພາກພື້ນຕ່າງໆຂອງໂລກ ບົນພື້ນຖານ 5 ຫລັກການ ຢູ່ຮ່ວມກັນໂດຍສັນຕິ, ບໍ່ຈໍາແນກລະບອບການເມືອງ ທີ່ແຕກຕ່າງກັນ; ໃນນັ້ນ, ໄດ້ໃຫ້ຄວາມສຳຄັນສູງ ຕໍ່ ການພົວພັນກັບບັນດາ ພັກເພື່ອນມິດຍຸດທະສາດ ຄື: ພັກກອມມູນິດຫວຽດນາມ, ພັກກອມມູນິດຈີນ, ພັກແຮງງານເກົາຫລີ ແລະ ພັກກອມມູນິດກູບາ ຊຶ່ງໄດ້ມີການພົວພັນອັນສະໜິດແໜ້ນ ຢ່າງເປັນປົກກະຕິ ແລະ ມີກົນໄກການໄປມາຫາສູ່ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລວມທັງວຽກງານກໍ່ສ້າງພັກ-ພະນັກງານ ແລະ ການສຳມະນາທິດສະດີຮ່ວມກັນ.
ພ້ອມດຽວກັນນັ້ນ, ພັກເຮົາ ກໍໄດ້ເປີດກວ້າງການພົວພັນ ກັບບັນດາພັກກອມມູນິດ, ພັກກໍາມະກອນ, ພັກການເມືອງທີ່ກ້າວໜ້າ, ບັນດາພັກກໍາອໍານາດ, ພັກຮ່ວມລັດຖະບານ ແລະ ອົງການຈັດຕັ້ງສາກົນຢູ່ພາກພື້ນ ແລະ ໃນໂລກ ໂດຍຜ່ານຂອບການຮ່ວມມື ຫລາຍຝ່າຍ ເຊັ່ນ: ກອງປະຊຸມສາກົນ ຂອງບັນດາພັກການເມືອງອາຊີ (ICAPP), ກອງປະຊຸມສາກົນ ຂອງພັກກອມມູນິດ ແລະ ກຳມະກອນສາກົນ (IMCWP), ກອງປະຊຸມເວທີປຶກສາຫາລື ຊາວປາວໂລ ແລະ ກອງປະຊຸມຂອບຫຼາຍຝ່າຍອື່ນໆ. ຄະນະພົວພັນຕ່າງປະ ເທດສູນກາງພັກ ຍັງໄດ້ເປັນໃຈກາງ ໃນການປະສານງານ ໃຫ້ແກ່ການເຄື່ອນໄຫວຕ່າງປະເທດ ຂອງບັນດາອົງການຈັດຕັ້ງມະຫາຊົນ, ສູນກາງແນວລາວສ້າງຊາດ, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງກຳມະບານລາວ, ສະຫະພັນ ນັກຮົບເກົ່າແຫ່ງຊາດລາວ ແລະ ບັນດາສະມາຄົມມິດຕະພາບລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເພື່ອສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ເຊິ່ງໄດ້ກາຍເປັນອີກກຳລັງແຮງ ໃນການເຜີຍ ແຜ່ນະໂຍບາຍຂອງພັກ, ລັດເຮົາ ຕໍ່ຕ່າງປະເທດ, ສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ປະຊາຊາດ, ຊຸກຍູ້ ແລະ ສົ່ງເສີມການຮ່ວມມື ທາງດ້ານເສດຖະກິດ, ການຄ້າ ແລະ ວັດທະນະທຳ-ສັງຄົມ ລະຫວ່າງ ສປປ ລາວ ກັບບັນດາປະເທດກ່ຽວຂ້ອງ ກໍຄື ປະກອບສ່ວນ ໃນ ການສ້າງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສາກົນ.
ສະເພາະໃນ 1 ປີ ທີ່ຜ່ານມາ, ຄຽງຄູ່ກັບການເປັນເຈົ້າພາບໝູນວຽນອາຊຽນ, ກອງປະຊຸມລັດຖະສະພາອາຊຽນ ແລະ ຜົນງານທີ່ພົ້ນເດັ່ນ ຂອງວຽກງານສາຍລັດ, ການເຄື່ອນໄຫວຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ ກໍຍາດໄດ້ຜົນງານທີ່ພົ້ນເດັ່ນຫລາຍ ປະການ ເປັນຕົ້ນແມ່ນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມພົບປະ 2 ກົມການເມືອງ ລາວ-ຫວຽດນາມ ປະຈໍາປີ 2024 ແລະ 2025; ເຂົ້າຮ່ວມງານສະເຫລີມສະຫລອງ “5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ” ຄົບຮອບ 70 ປີ ຢູ່ ສປ ຈີນ; ເຂົ້າຮ່ວມງານສະເຫລີມສະຫລອງ ຄົບຮອບ 80 ປີ ວັນໄຊຊະນະສົງຄາມ ຢູ່ ສ ຣັດເຊຍ, ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 14 ລະຫວ່າງ 2 ພັກ ລາວ-ກໍາປູເຈຍ, ກອງປະຊຸມສຸດຍອດ ຜູ້ ນໍາສາມພັກ ລາວ-ຫວຽດນາມ-ກໍາປູເຈຍ; ຄະນະນໍາຄະນະພົວພັນຕ່າງປະເທດ ໄດ້ໄປຢ້ຽມຢາມແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ, ສປ ຈີນ, ກໍາປູເຈຍ, ສິງກະໂປ, ອົດສະຕຣາລີ ແລະ ຍີ່ປຸ່ນ. ພ້ອມກັນນັ້ນ, ກໍໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ຂອງພັກກອມມູ ນິດ ຫວຽດນາມ, ພັກກອມມູນິດຈີນ, ພັກແຮງງານເກົາຫລີ, ພັກຣັດເຊຍເອກະພາບ, ພັກກອມມູນິດຍີ່ປຸ່ນ, ພັກເກີຣິນດຣາ, ພັກໂກນກາ ຂອງ ອິນໂດເນເຊຍ ແລະ ພັກກອມມູນິດເວເນຊູເອລາ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ; ຈັດຕັ້ງປະຕິບັດ ແຜນການຮ່ວມມື 2 ພັກ ລາວ-ຫວຽດນາມ, ລາວ-ຈີນ ໂດຍສະເພາະ ແມ່ນການຝຶກອົບຮົມພະນັກງານ ແລະ ກອງປະຊຸມສໍາມະນາທິດສະດີ ລະຫວ່າງ 2 ພັກ ລາວ-ຫວຽດນາມ, ລາວ-ຈີນ. ໃນຂອບຫລາຍຝ່າຍ ກໍໄດ້ເຂົ້າຮ່ວມກອງປະຊຸມສາກົນ ຂອງພັກການເມືອງອາຊີ (ICAPP) ຢູ່ກໍາປູ ເຈຍ, ກອງປະຊຸມສາກົນ ວ່າດ້ວຍຄວາມໝັ້ນຄົງ ເອີຣົບ-ອາຊີ ຢູ່ ສ ຣັດເຊຍ ແລະ ອື່ນໆ; ສ່ວນວຽກງານການທູດປະຊາຊົນ ສະເພາະໃນປີ 2024 ກໍໄດ້ສົ່ງຄະນະຜູ້ແທນ ໄປຢ້ຽມຢາມຕ່າງປະເທດ 16 ຄະນະ ແລະ ຕ້ອນຮັບຄະນະຜູ້ແທນ ມາຢ້ຽມຢາມລາວ 17 ຄະນະ, ຈັດກອງ ປະຊຸມ, ກິດຈະກຳ ແລະ ປາຖະກະຖາ 50 ຄັ້ງ, ສາມາດຂົນຂວາຍການຊ່ວຍເຫລືອ ເປັນມູນຄ່າ 924.700 ໂດລາສະຫະລັດ, 20.000 ໂດລາອົດສະຕຣາລີ, 6.000 ເອີໂຣ ແລະ 6 ຕື້ກວ່າກີບ.
ອີກໜຶ່ງຜົນງານພົ້ນເດັ່ນໃນປີທີ່ຜ່ານມາ ແມ່ນສາມາດຂະຫຍາຍການພົວພັນ ກັບບັນການເມືອງເພີ່ມອີກ 1 ພັກ ຄື ພັກເກີຣິນດາ (ອິນໂດເນເຊຍ) ເຊິ່ງມາເຖິງປັດຈຸບັນ, ພັກປະຊາຊົນ ປະຕິວັດລາວ ໄດ້ພົວພັນກັບ 145 ພັກການເມືອງ ໃນ 85 ປະເທດທົ່ວໂລກ; ໄດ້ພົວພັນ ແລະ ເຂົ້າເປັນສະມາຊິກ ໃນຂອບການຮ່ວມມືຫລາຍຝ່າຍກັບ 3 ອົງການຈັດຕັ້ງສາກົນ ຂອງພັກການເມືອງ ອັນພົ້ນເດັ່ນ ແມ່ນໄດ້ເຂົ້າເປັນສະມາຊິກໜ່ວຍງານວິຊາການ ຂອງ IMCWP; ສ້າງຕັ້ງສະມາຄົມມິດຕະພາບ ກັບຕ່າງປະເທດທັງໝົດມີ 20 ສະມາຄົມ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ກັບຕ່າງປະເທດ; ສ່ວນຢູ່ຂັ້ນທ້ອງຖິ່ນ ຍັງໄດ້ສ້າງຕັ້ງສະມາຄົມມິດຕະພາບ ລາວ-ຫວຽດນາມ, ລາວ-ຈີນ ຢູ່ 18 ແຂວງຂອງລາວ ແລະ ສະມາຄົມມິດຕະພາບ ລາວ-ກຳປູເຈຍ ຢູ່ແຂວງຈຳປາສັກ ແລະ ອັດຕະປື.
ເວົ້າລວມແລ້ວ, ຕະຫລອດໄລຍະ 42 ປີຜ່ານມາ, ໂດຍພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ ແລະ ສາມາດຍາດໄດ້ຜົນສຳເລັດອັນ ໃຫຍ່ຫລວງ ປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການປະກອບສ່ວນ ໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ໃນພາກພື້ນ ແລະ ສາກົນ.
ເບິ່ງໄປໃນອະນາຄົດ, ທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງສະຫລັບສັບຊ້ອນ, ບັນດາເຫດການຄວາມບໍ່ສະຫງົບ, ຂໍ້ຂັດແຍ່ງ, ການປະທະກຳລັງການທະຫານ, ບັນຫາເສດຖະກິດ-ການເງິນ, ພະຍາດລະບາດ, ການປ່ຽນແປງສະພາບ ດິນ ຟ້າອາກາດ ແລະ ໄພທຳມະຊາດ ໄດ້ສົ່ງຜົນກະທົບໄປໃນທົ່ວໂລກ ລວມທັງ ສປປ ລາວເຮົາ; ຄະນະພົວພັນຕ່າງປະເທດ ຍິ່ງຈະໄດ້ເພີ່ມທະວີບົດບາດ ໃນການເປັນເສນາທິການໃຫ້ແກ່ສູນກາງພັກ, ເປັນໃຈກາງ ໃນການຈັດຕັ້ງປະຕິບັດ ແນວທາງການຕ່າງປະເທດ ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ໃນຕໍ່ໜ້າ; ສືບຕໍ່ປັບປຸງກົງຈັກການຕັ້ງ ໃຫ້ກະທັດຮັດ ແລະ ເຂັ້ມແຂງຍິ່ງຂຶ້ນ ເພື່ອສືບຕໍ່ແບກຫາບໜ້າທີ່ ການເມືອງຂອງຕົນ ແລະ ຍາດເອົາຜົນສຳເລັດ ທີ່ໃຫຍ່ຫລວງກວ່າເກົ່າ ກໍຄື ຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວ, ປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ.
KPL