KPL
ຊົນເຜົ່າແຊກເປັນຊົນເຜົ່າໜຶ່ງທ່ີຢູ່ໃນ 50 ຊົນເຜົ່າຂອງ ສປປ ລາວ ຈັດເຂ້ົ້າໃນໝວດພາສາລາວ- ໄຕ, ມີພາສາປາກເວົ້າເປັນຂອງຕົນ, ແຕ່ເຈືອນບົນກັບພາສາລາວ 30%, ພາສາຫວຽດນາມ 10%.
*ຊົນເຜົ່າແຊກເປັນຊົນເຜົ່າໜຶ່ງທ່ີຢູ່ໃນ 50 ຊົນເຜົ່າຂອງ ສປປ ລາວ ຈັດເຂ້ົ້າໃນໝວດພາສາລາວ- ໄຕ, ມີພາສາປາກເວົ້າເປັນຂອງຕົນ, ແຕ່ເຈືອນບົນກັບພາສາລາວ 30%, ພາສາຫວຽດນາມ 10%. ສ່ວນການສ່ືສານກັບຊົນເຜົ່າອື່ນໆແມ່ນ ໃຊ້ພາສາລາວ, ຮີດຄອງປະເພນີນັບຖືຜີ. ສ່ວນການມັກຮັກຂອງ ບ່າວ-ສາວ ສ່ວນຫລາຍຜູ້ເປັນພໍ່- ແມ່ ຈະເປັນຜູ້ຫາໃຫ້. ຊົນເຜົ່າແຊກ ໄດ້ເຄື່ອນຍ້າຍເຂົ້າມາລາວຈາກດິນແດນທາງພາກເໜືອ ແຂວງເຫງ້ອານ ສສ ຫວຽດນາມ ໃນລະຫວ່າງສະຕະວັດທີ XVII ເຊິ່ງຈຳນວນໜຶ່ງໄດ້ຍົກຍ້າຍຈາກຖິ່ນຖານພູມນຳເນົາເດີມໄປຢູ່ຫລາຍບ່ອນຕ່າງກັນ, ຈຳນວນໜຶ່ງໄດ້ເຂົ້າໄປປະເທດຈີນ, ຈຳນວນໜຶ່ງກໍໄປຕັ້ງຫລັກປັກຖານຢູ່ເຂດຊາຍແດນລາວ-ຫວຽດນາມ. ເຜົ່າແຊກຕັ້ງບ້ານເຮືອນຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ເມືອງທ່າແຂກ, ຫີນບູນ, ນາກາຍ ແລະ ຍົມມະລາດແຂວງຄຳມ່ວນ.

ຊົນເຜົ່າແຊກໃນສະໄໝກ່ອນ ແມ່ນຢຶດຖືອາຊີບເຮັດໄຮ່ປູກເຂົ້າຈ້າວ, ກ້ວຍ, ເຜືອກ, ມັນ, ປູກມອນລ້ຽງມ້ອນ, ລ່າເນ້ືອສັດປ່າມາເປັນອາຫານໃນແຕ່ລະມື້, ຕໍ່ມາກໍໄດ້ຫັນປ່ຽນຈາກເຮັດໄຮ່ມາເຮັດນາແທນນັບແຕ່ນັ້ນມາການດຳລົງຊີວິດຂອງເຂົາເຈ້ົາກໍຄ່ອຍໆມີການປ່ຽນແປງດີຂຶ້ນເລື້ອຍໆ. ການຊອກຫາສະຖານທີ່ປຸກເຮືອນແມ່ນອີງຕາມອົງການປົກຄອງບ້ານເປັນຫລັກ ເຊິ່ງເຮືອນຈະມີລັກສະນະດຽວກັນກັບໄທເມີ້ຍ, ເຮືອນຈະແບ່ງເປັນຫ້ອງນອນຂອງໃຜລາວ, ທຳອິດແມ່ນຫ້ອງລອັກ (ຫ້ອງບູຊາ) ຈາກນັ້ນແມ່ນຫ້ອງຂອງພໍ່ແມ່, ຫ້ອງລູກສາວ, ລູກຊາຍ ແລະ ສຸດທ້າຍແມ່ນຫ້ອງຂອງລູກໄພ້, ສ່ວນຢູ່ນອກເຮືອນໃກ້ຫ້ອງລູກໄພ້ຈະມີຄົກຕຳເຂົ້າ. ໃນເມື່ອກ່ອນຊົນເຜົ່ານີ້ຈະນຸ່ງຫົ່ມດ້ວຍແພຝ້າຍທ່ີຍ້ອມດ້ວຍສີຄາມ, ສີດຳ ແລະ ສີໝໍ້ນິນ, ໂສ້, ເສື້ືອຜູ້ຊາຍ ຫຍິບດ້ວຍມືຈະນຸ່ງຜ້າສະໂລ່ງ ຫລື ຜ້າກະຕ່ຽວ ແລະ ແມ່ຍິງຈະນຸ່ງສິ້ນທຳມະດາ, ເສື້ອຜ້າທີ່ສາມາດຜະລິດດ້ວຍຕົນເອງ ຫລື ບາງປະເພດກໍໄດ້ແລກປ່ຽນນຳຊົນເຜ່ົາລາວ ແລະ ຊົນເຜ່ົາອ່ືນໆທີ່ຢູ່ໃກ້. ສ່ວນອາຫານຂອງຊົນເຜົ່າແຊກສ່ວນຫລາຍແມ່ນຫາກິນຈາກທຳມະຊາດ, ດື່ມນ້ຳດິບໃນເມື່ືອກ່ອນ, ດື່ມເຫລົ້າຂາວ ແລະ ປັດຈຸບັນມີການປ່ຽນແປງໄປຕາມຍຸກສະໄໝພັດທະນາຖືກຕາມຫລັກການອະນາໄມເຊັ່ນ: ດື່ມນຳ້ຕົ້ມ, ນ້ຳຜະລິດຈາກໂຮງງານ. ດ້ານສິລະປະ-ວັນນະຄະດີພື້ນເມືອງກໍ່ມີ: ເປົ່າປີ່, ສີຊໍ, ເປົ່າຂຸ່ຍ, ເປົ່າແຄນ, ການຟ້ອນ, ລຳມະຫາໄຊ (ເປັນພາສາລາວ).

ຄວາມເຊື່ອຖືຂອງຊົນເຜົ່າແຊກ: ຊົນເຜົ່່ານີ້ຈະມີຄວາມເຄົາລົບນັບຖື ຜີພໍ່, ຜີແມ່, ຜີຟ້າ, ຜີແຖນ ແຕ່ລະດູການ ແລະ ວັນສິນກໍຈະບູຊານົບໄຫວ້ ແລະ ລ້ຽງຜີ ເປັນປະຈຳ ຕາມຄວາມເຊື່ອແລ້ວ ໝາຍເຖິງຄວາມກະຕັນຍູກະຕະເວທີຂອງບັນດາລູກໆ ທີ່ມີຕໍ່ບັນພະບູລຸດ, ພ້ອມນັ້ນ ເຂົາເຈົ້າຍັງມີພິທີກຳບູຊາຜີຫໍກ່ອຈະຟາດເຂົ້າ ຫລື ເອົາເຂົ້າຂຶ້ນເລົ້າໂດຍການເອົາໝູ 1 ໂຕເຮັດລາບ ເລືອດ, ແກງ, ຕົ້ມໝູ ແລະ ອື່ນໆ ແລ້ວມອບພິທີນີ້ໃຫ້ເຈົ້າພໍ່ມົດ, ແມ່ມົດ ຫລື ພໍ່ໝໍ, ແມ່ໝໍ, ບາງຄັ້ງ ເຂົາເຈ້ົາກໍຈະບະ (ກ່ອນຈະດຳເນີນກິດຈະການຕ່າງໆ) ເພື່ອເຮັດໃຫ້ ກິດຈະການຈະເລີນງອກງາມຂຶ້້ນ ເລື້ອຍໆ. ນອກນັ້ນ,ໃນຮອບວຽນ ປີໜຶ່ງໆ ທີ່ເຂົາເຈົ້າຂາດບໍ່ໄດ້ແມ່ນ ບຸນກິນເຂົ້າໃໝ່ພາຍຫລັງ ເຮັດໄຮ່, ເຮັດນາ ແລະ ເກັບກ່ຽວຜົນລະປູກ ແລ້ວ ກໍຈະຈັດງານບຸນຂຶ້ນໃນເດືອນນັ້ນ ແລະ ຈັດບຸນກິນເຕດ (ບຸນປີໃໝ່) ແມ່ນອີງຕາມປະຕິທິນຂອງຫວຽດນາມ ແລະ ຈັດໃນມື້ດຽວກັນທຸກໆປີ ພາຍໃນເດືອນ 3 ລາວ ແຮມ 14 ຄຳ່ ກຳນົດ 3-7 ມືື້ ໃນໄລຍະຈັດງານດັ່ງກ່າວ ພາຍໃນສາມມື້ບໍ່ໃຫ້ມີການຕັດຟືນ, ຕຳເຂົ້າ, ມື້ືທີ 3 ມີການຈ້ຳຜີພໍ່ຜີແມ່, ຫລັງ ຈາກນັ້ນຈຶ່ງຈຳ້ຜີເຈົ້າຖິ່ນເຈົ້າຖານ. ນອກຈາກລ້ຽງຜີແລ້ວຍັງມີປະເພນີການທັບສາກ (ການເຕັ້ມລຳໄມ້ໄຜ່) ໃຫ້ຊາວໜຸ່ມລົງສະໜາມ ແລະ ຄົບງັນ 7 ມື້, ມື້ທີ 7 ຈະມີການຈັດຕັ້ງໃຫ້ເຈົ້າກົກ, ເຈົ້າເຫລົ່າຈ້ຳຜີເຈົ້າຖິ່ນເຈົ້າຖານ ແລະ ມີການດື່ມເຫລົ້າໄຫດຽວຮ່ວມກັນໝົດບ້ານ.
(ຄັດຈາກປຶ້ມບັນດາຊົນເຜົ່າໃນ ສປປ ລາວ)
KPL