KPL
ກອງປະຊຸມ ສຸດຍອດ ອາຊີ ປາຊິຟິກ ຂອງກອງປະຊຸມ ອິນເຕີເນັດໂລກ ປະຈຳປີ 2025 ໄດ້ຈັດຂຶ້ນ ຢູ່ເຂດຮົງກົງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້ ພາຍໃຕ້ຫົວຂໍ້ “ດິຈີຕອນ ແລະ ປັນຍາປະດິດ ເຊື່ອມໂຍງ ເຂົ້າກັນ ນຳພາ ອະນາຄົດ-ຮ່ວມກັນສ້າງ ປະຊາຄົມ ຮ່ວມຊາຕາກຳ ດ້ານອິນເຕີເນັດ”.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກອງປະຊຸມ ສຸດຍອດ ອາຊີ ປາຊິຟິກ ຂອງກອງປະຊຸມ ອິນເຕີເນັດໂລກ ປະຈຳປີ 2025 ໄດ້ຈັດຂຶ້ນ ຢູ່ເຂດຮົງກົງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້ ພາຍໃຕ້ຫົວຂໍ້ “ດິຈີຕອນ ແລະ ປັນຍາປະດິດ ເຊື່ອມໂຍງ ເຂົ້າກັນ ນຳພາ ອະນາຄົດ-ຮ່ວມກັນສ້າງ ປະຊາຄົມ ຮ່ວມຊາຕາກຳ ດ້ານອິນເຕີເນັດ”. ກອງປະຊຸມ ສຸດຍອດຄັ້ງນີ້ ມີຜູ້ຕາງໜ້າ ວົງການການເມືອງ, ທຸລະກິດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ບຸກຄົນດີເດັ່ນ ໃນວົງການເກືອບພັນຄົນ ທີ່ມາຈາກ 50 ກວ່າປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ ເພື່ອຮ່ວມກັນປຶກສາຫາລື ກ່ຽວກັບ ການພັດທະນາ ຂອງປັນຍາປະດິດ, ເຕັກໂນໂລຊີວິທະຍາສາດ ດິຈິຕອນ ແລະ ຂົງເຂດອື່ນໆ.ນອກນີ້, ໃນໄລຍະ ຈັດກອງປະຊຸມ ດັ່ງກ່າວ ຍັງຈະຈັດກອງປະຊຸມແລກປ່ຽນ ລະຫວ່າງ ລັດຖະບານ ກັບວິສາຫະກິດ, ກອງປະຊຸມ ສຳມະນາ ກ່ຽວກັບ ການຄຸ້ມຄອງປັນຍາປະດິດ ແລະ ການພັດທະນາ ແບບຍືນຍົງ ທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL