ອິນເດຍ ມີຜູ້ເສຍຊີວິດ ຈາກເຫດຢຽບກັນ ໃນເທດສະການ ຮິນດູ 30 ຄົນ

01/02/2025 00:09
Email Print 324
KPL ເຈົ້າໜ້າທີ່ ທາງການ ອິນເດຍ ເປີດເຜີຍວ່າ: ຈຳນວນ ຜູ້ເສຍຊີວິດ ຈາກ ເຫດຄວາມບໍ່ສະຫງົບ ທີ່ເກີດຂຶ້ນ ໃນລະຫວ່າງ ເທດສະການ ມະຫາກຸມພະ ເມລາ ຂອງຊາວຮິນດູ ໃນລັດອຸດຕະຣະປະເທດ ທາງພາກເໜືອ ຂອງ ອິນເດຍ ເພີ່ມຂຶ້ນເປັນ ຢ່າງໜ້ອຍ 30 ຄົນ ແລະ ບາດເຈັບ 60 ຄົນ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ວັນ​ທີ 30 ມັງກອນ, ​ເຈົ້າ​ໜ້າ​ທີ່ ທາງ​ການ ອິນ​ເດຍ ​ເປີດ​ເຜີຍ​ວ່າ: ຈຳນວນ​ ຜູ້​ເສຍ​ຊີວິດ​ ຈາກ​ ເຫດຄວາມບໍ່ສະຫງົບທີ່​ເກີດ​ຂຶ້ນ ໃນ​ລະຫວ່າງ ​ເທດສະການ ມະຫາ​ກຸມ​ພະ ​ເມ​ລາ​ ຂອງ​ຊາວ​ຮິນ​ດູ ​ໃນ​ລັດ​ອຸດ​ຕະຣະປະ​ເທດ ທາງ​ພາກ​ເໜືອ​ ຂອງ ອິນ​ເດຍ ​ເພີ່ມ​ຂຶ້ນ​ເປັນ​ ຢ່າງ​ໜ້ອຍ 30 ຄົນ ​ແລະ ບາດ​ເຈັບ 60 ຄົນ.  ເຫດການ​ເກີດ​ຂຶ້ນ​ ຫລັງ​ຈາກ ​ຮົ້ວ​ກັ້ນ​ເປ່ເພ ເນື່ອງຈາກ​ ບັນດາ​ຜູ້ ສັດທາ​ນັບ​ໝື່ນ​ຄົນ ​ແຫ່​ເຂົ້າ​ໄປ​ຍັງ​ບໍລິ​ເວນ ຕຣີ​ເວ​ນີ ສັງ​ຄັມ (Triveni Sangam) ​ເພື່ອ​ເຂົ້າຮ່ວມ​ພິທີ​ ອາບ​ນໍ້າ​ລ້າງບາບ ​ໃນ​ເມືອງ​ປຣະຍາຄະຣາຊ ຫ່າງ​ຈາກ​ເມືອງ ລັກ​ເນົາ ​ເມືອງ​ເອກ ຂອງ​ ລັດ ອຸ​ຕະຣະປະ​ເທດ ​ໄປ​ທາງ​ໃຕ້​ປະມານ 196 ກິ​ໂລ​ແມັດ. ປັດຈຸບັນ ​ເຈົ້າ​ໜ້າ​ທີ່ ພວມ​ເລັ່ງ​ໃຫ້ການ​ຊ່ວຍ​ເຫລືອ ຜູ້​ບາດ​ເຈັບ​ດັ່ງກ່າວ./

KPL

ຂ່າວອື່ນໆ


Top