KPL
ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຣັດເຊຍ ຄັ້ງທີ 13 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ວາລາດິເມຍ ອິລິເຊບ (Vladimir IIyichev) ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ ຂອງສະຫະພັນຣັດເຊຍ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ມະໄລທອງ ກົມມະສິດ ໄດ້ໃຫ້ຮູ້ວ່າ: ອາຊຽນ ແລະ ຣັດເຊຍ ເປັນຄູ່ຮ່ວມມືທາງດ້ານເສດຖະກິດ ທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ນັບມື້ນັບຫລາຍຂຶ້ນ. ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຣັດເຊຍ ໄດ້ເພີ່ມຂຶ້ນ 2,8% ຈາກ 15,4 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 15,8 ຕື້ໂດລາສະຫະລັດ ໃນປີ 2023. ພ້ອມກັນນັ້ນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກຣັດເຊຍ ຢູ່ບັນດາປະເທດສະມາຊິກອາຊຽນ ໄດ້ເພີ່ມຂຶ້ນ 20,8% ຈາກ 166,2 ລ້ານໂດລາສະຫະລັດ ມາເປັນ 200,7 ລ້ານໂດລາສະຫະລັດ ໃນໄລຍະເວລາດຽວກັນ. ພ້ອມນີ້, ທ່ານຍັງໄດ້ສະແດງ ຄວາມຫວັງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງພວກເຮົາ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫລັງທີ່ພວກເຮົາ ໄດ້ຈັດຕັ້ງປະຕິບັດບັນດາແຜນການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ. ປີຜ່ານມາ ພວກເຮົາ ໄດ້ປຶກສາຫາລືກັນຫລາຍບັນຫາ ທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ຣັດເຊຍ, ໃນນັ້ນ ພວກເຮົາໄດ້ປຶກສາຫາລື ກ່ຽວກັບແຜນງານການຮ່ວມມື ລະຫວ່າງສອງພາກພື້ນ ຫລາຍດ້ານເຊັ່ນ: ການຮັບປະກັນດ້ານສະບຽງອາຫານ ແລະ ພະລັງງານ, ການສ້າງຄວາມເຂັ້ມແຂງ ແກ່ຕ່ອງໂສ້ການສະໜອງ, ການຫັນເປັນດີຈິຕອນ ແລະ ການພັດທະນາ ແບບຍືນຍົງ; ພວກເຮົາຍັງໄດ້ແລກປ່ຽນ ທັດສະນະກ່ຽວກັບ ການຮ່ວມມືດ້ານກະສິກໍາ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫລຸດຜ່ອນຜົນກະທົບ ຈາກການປ່ຽນແປງສະພາບອາກາດ.
ທ່ານ ມະໄລທອງ ກົມມສິດ ຍັງກ່າວອີກວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ເນັ້ນໃສ່ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງອາຊຽນ ແລະ ຣັດເຊຍ ໄລຍະປີ 2021-2025 ພ້ອມທັງທົບທວນຄືນຜົນ ການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ອາຊຽນ ແລະ ສະຫະພາບເສດຖະກິດຢູເລຊຽນ ໄລຍະປີ 2020-2025. ພວກເຮົາ ຍັງຈະໄດ້ປຶກສາຫາລື ກ່ຽວກັບການເພີ່ມທະວີການຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ ໃນຕໍ່ໜ້າ. ພ້ອມກັນນັ້ນ, ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຣັດເຊຍ ຄັ້ງທີ 13.
ຂ່າວ: ສົມຫວັງ
ພາບ: ເກດສະໜາ
KPL