ອີຢູ ຈັດບ້ວງເງິນ 160 ລ້ານເອີໂຣ ຊ່ວຍຟື້ນຟູຂະແໜງພະລັງງານອູແກຣນ

20/09/2024 21:02
Email Print 141
KPL ທ່ານ ນາງ ຢູຊູລາ ວອນເດີ ເລເຢນ (Ursula von der Leyen) ປະທານ ຄະນະ ກຳມະການ ເອີຣົບ (EC) ໄດ້ຖະແຫລງວ່າ: ສະຫະພາບ ເອີຣົບ (EU) ຈະຈັດແບ່ງເງິນ ຈຳນວນ 160 ລ້ານ ເອີໂຣ (ປະມານ 177 ລ້ານໂດລາສະຫະລັດ) ເພື່ອຊ່ວຍ ອູແກຣນ ຟື້ນຟູ ຂະແໜງ ພະລັງງານ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 19 ກັນຍາ, ທ່ານ ນາງ  ຢູຊູລາ ວອນເດີ ເລເຢນ (Ursula von der Leyen) ປະທານ ຄະນະ ກຳມະການ ເອີຣົບ (EC) ໄດ້ຖະແຫລງວ່າ: ສະຫະພາບ ເອີຣົບ (EU) ຈະຈັດແບ່ງເງິນ ຈຳນວນ 160 ລ້ານ ເອີໂຣ (ປະມານ 177 ລ້ານໂດລາ ສະຫະລັດ) ເພື່ອຊ່ວຍ ອູແກຣນ ຟື້ນຟູ ຂະແໜງ ພະລັງງານ. ບ້ວງເງິນນີ້ ຈະເອົາຈາກ ຊັບສິນ ພວມຖືກ ອາຍັດ ຂອງຝ່າຍ ຣັດເຊຍ, ລວມມີ ການໜູນຊ່ວຍ ກ່ຽວກັບ ບ່ອນພັກອາໄສ 60 ລ້ານເອີໂຣ ແລະ ເງິນ ເພື່ອສ້ອມແປງ ກິດຈະກຳ ແລະ ສະໜອງ ພະລັງງານ ທົດແທນ ປະທານ 100 ລ້ານ ເອີໂຣ.ໂຮງງານ ໄຟຟ້າ ແຫ່ງໜຶ່ງ ພວມຖືກຮື້ມ້າງຢູ່ ລິດວາ ແລະ ຈະໄດ້ກໍ່ສ້າງຄືນຢູ່ ອູແກຣນ ເຊິ່ງແມ່ນ ສະຖານທີ່ມີ 80%ໂຮງງານ ໄຟຟ້າ ພະລັງງານ ຄວາມຮ້ອນ ຖືກທຳລາຍ. EU ວາງເປົ້າໝາຍ ຟຶ້ນຟູ 3,5 GW ສະມັດຕະພາບ ໄຟຟ້າ, ໝາຍຄວາມວ່າ 15% ຄວາມຕ້ອງການຂອງ ອູແກຣນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top