ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

19/09/2024 14:07
Email Print 183
KPL ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ. 

ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ເລົ່າຄືນວັນປະຫວັດສາດມູນເຊື້ອ ວັນສ້າງຕັ້ງ ແນວລາວສ້າງຊາດ ໂດຍໄດ້ຍົກໃຫ້ເຫັນມູນເຊື້ອ ການເຕີບໃຫຍ່ເຂັ້ມແຂງຂອງ ແນວລາວອິດສະຫລະ ໃນເມື່ອກ່ອນ, ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ທີ່ແຂວງຕຽນກວາງ ສສ ຫວຽດນາມ ເປັນໄລຍະທີ່ພວກຈັກກະ ພັດລ່າເມືອງຂຶ້ນແບບເກົ່າ ໄດ້ເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ, ປະຊາຊົນລາວບັນດາເຜົ່າຖືກກົດ ຂີ່ຂູດຮີດຢ່າງໜັກໜ່ວງ, ຈຶ່ງເກີດມີຂະບວນການຕ່າງໆ ລຸກຮືຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອຍາດເອົາຄວາມເປັນເອ ກະລາດ, ອິດສະຫລະພາບແຫ່ງຊາດ ພາຍໃຕ້ການນຳພາ ຂອງແນວລາວອິດສະຫລະ ແລະ ລັດຖະບານລາວຕໍ່ຕ້ານ ເຊິ່ງການນຳພາຢ່າງຖືກຕ້ອງ ແລະ ປີຊາສາມາດຂອງແນວລາວອິດສະຫລະ ໄດ້ປະຕິບັດບົດບາດຂອງແນວໂຮມເອ ກະພາບຄື: ສຳພັນທະພາບລະຫວ່າງ ຊົນຊັ້ນກຳມະກອນ-ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນທີ່ຮັກຊາດ ແລະ ບັນດາກຳລັງການເມືອງ, ກຳລັງຈັດຕັ້ງສັງຄົມຕ່າງໆ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນອ້ອມຂ້າງພັກ.

ຈາກນັ້ນ, ສະຫາຍ ຍັງໄດ້ເລົ່າປະຫວັດຄວາມເປັນມາ ຂອງວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ເຊິ່ງເປັນ ກົດໝາຍພື້ນຖານຂອງຊາດ, ເປັນການຫັນເອົາແນວທາງແຜນນະໂຍບາຍ ຂອງພັກປະຊາຊົນປະຕິວັດລາວ ມາເປັນ ລັດຖະທຳມະນູນ ກົດໝາຍ ເເລະ ໄດ້ປະກາດໃຊ້ລັດຖະທຳມະນູນຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991 ມາຮອດປັດຈຸບັນ ຄົບຮອບ 33 ປີ ເຊິ່ງເປັນເຫດການການເມືອງທີ່ສຳຄັນຂອງຊາດ ທັງເປັນຂີດໝາຍ ອັນໃໝ່ແຫ່ງ ການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍຢ່າງແທ້ຈິງ.

ພ້ອມນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ກໍໄດ້ເລົ່າເຖິງມູນເຊື້ອວັນຢຶດອຳນາດ 23 ສິງຫາ 1975 ເຊິ່ງເປັນຂີດໝາຍສຳຄັນທາງປະຫວັດສາດ ສຳລັບປວງຊົນລາວທັງຊາດ, ສະແດງໃຫ້ເຫັນເຖິງມູນເຊື້ອ ການຕໍ່ສູ້ອັນພິ ລະອາດຫານບໍ່ຍອມຈໍານົນ, ມີໄຫວພິບ ແລະ ຄວາມປີຊາສາມາດຂອງນັກປະຕິວັດຮຸ່ນກ່ອນ ໃນການຕໍ່ສູ້ຕ້ານຈັກ ກະພັດຜູ້ຮຸກຮານ ໂດຍພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ ສາມາດຍາດເອົາໄຊຊະນະ ແລະ ຢຶດອໍາ ນາດການປົກຄອງໃນທົ່ວປະເທດແບບບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ.ໄຊຊະນະດັ່ງກ່າວ, ແມ່ນໝາກຜົນແຫ່ງການຕໍ່ສູ້ຍືດເຍື້ອ ຍາວນານຂອງປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະຂອງແນວທາງ ການປະຕິວັດອັນຖືກຕ້ອງ ແລະ ການນໍາພາ ທີ່ສະຫລາດສ່ອງໃສຂອງພັກ ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກໍາຕົວຈິງ ຂອງການປະຕິວັດລາວ ຢ່າງປະ ດິດສ້າງ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າວັດທະນະທຳ-ສັງຄົມ

      ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ

      9/20/2024 3:37:33 PM

      ຂປລ. ກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີປະທານກໍາມາທິການວັດທະນະທໍາ-ສັງຄົມ, ຜູ້ຕາງໜ້າຈາກ ກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ

      9/20/2024 3:00:35 PM

      ຂປລ. ວັນທີ 18 ກັນຍາ 2024 ຜ່ານມາ, ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫລືອ ຜູ້ປະສົບໄພພິບັດ ເກີດຂຶ້ນໃນຂອບເຂດທົ່ວປະເທດ

    • ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊວັດທະນະທຳ-ສັງຄົມ

      ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊ

      9/20/2024 2:53:11 PM

      ຂປລ. ຄະນະຜູ້ແທນເຈົ້າຄອງນະຄອນຫລວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີ ອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ.

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.


Top