ນາຍົກລັດຖະມົນຕີ ເນັ້ນຂະແໜງແຜນການ ແລະ ການລົງທຶນ ເອົາໃຈໃສ່ຫລາຍບັນຫາ​ສຳຄັນ

19/01/2023 14:38
Email Print 597
KPL ຂປລ. ​ໃນ​ໂອກາດ ​ເຂົ້າ​ຮ່ວມກອງປະຊຸມສະຫລຸບວຽກງານ ແຜນການ ແລະ ການລົງທຶນ ປະ ຈຳປີ 2022 ແລະ ທິດທາງປະຈຳປີ 2023 ໃນວັນທີ 18 ມັງກອນ ນີ້, ທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ ໄດ້​ເນັ້ນ​ໃຫ້ຂະ​ແໜງແຜນການ ແລະ ການລົງທຶນ ເອົາໃຈໃສ່ຫລາຍ​ບັນຫາ​ສຳຄັນ ​ເປັນຕົ້ນ ບັນດາສະຫາຍສະມາຊິກພັກ ແລະ ພະນັກງານ ຕ້ອງເດັດຂາດ ເພີ່ມຄວາມເປັນເຈົ້າການ,

 

     ຂປລ. ​ໃນ​ໂອກາດ ​ເຂົ້າ​ຮ່ວມກອງປະຊຸມສະຫລຸບວຽກງານ ແຜນການ ແລະ ການລົງທຶນ ປະ ຈຳປີ 2022 ແລະ ທິດທາງປະຈຳປີ 2023 ໃນວັນທີ 18 ມັງກອນ ນີ້, ທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ ໄດ້​ເນັ້ນ​ໃຫ້ຂະ​ແໜງແຜນການ ແລະ ການລົງທຶນ ເອົາໃຈໃສ່ຫລາຍ​ບັນຫາ​ສຳຄັນ ​ເປັນຕົ້ນ ບັນດາສະຫາຍສະມາຊິກພັກ ແລະ ພະນັກງານ ຕ້ອງເດັດຂາດ ເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ພາຍໃຕ້ຄໍາຂວັນສ້າງການຫັນປ່ຽນຢ່າງແຂງແຮງ ວຽກງານແຜນການ ແລະ ການລົງທຶນໃນເງື່ອນໄຂໃໝ່ຕ້ອງບຸກທະລຸທາງດ້ານຈິນຕະນາການ, ຄິດໃໝ່, ລຸກໃໝ່, ສ້າງການຫັນປ່ຽນ ໃນການເຮັດວຽກໃຫ້ວ່ອງໄວຂຶ້ນ, ມີປະສິດທິພາບຂຶ້ນ​ຕື່ມ, ເຂົ້າໃຈສະພາບການປ່ຽນແປງທີ່ເກີດຂຶ້ນໃນແຕ່ລະໄລຍະຢ່າງພາວະວິໄສ ແລະ ແກ້ໄຂໃຫ້ທັນ ໂດຍອີງໃສ່ 3 ຫລັກການທີ່ກໍານົດໃນວາລະແຫ່ງຊາດຄື: ເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບ ຄືການສ້າງຄວາມເປັນນັກວິຊາການ, ສ້າງຄວາມເປັນຊ່ຽວຊານໃຫ້ແກ່ອົງກອນ ແລະ ຕົນເອງ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ສ້າງ ແລະ ພັດທະນາບຸກຄະລາກອນ ຂອງຂະ ແໜງແຜນການ ແລະ ການລົງທຶນ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມເປັນເຈົ້າການ, ມີຈັນຍາບັນ, ຮັກວິຊາຊີບ, ອົດທົນເສຍສະລະ ແລະ ປະຕິບັດວິໄນ ທາງດ້ານແຜນການ-ການເງິນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ ເພື່ອລຶບລ້າງປະກົດການຫຍໍ້ທໍ້ໃຫ້ຂາດໂຕ.
    ຂະແໜງແຜນການ ແລະ ການລົງທຶນ ເປັນຂະແໜງການມະຫາພາກ ທີ່ຕີຈັງຫວະ ແລະ ຕິດ ຕາມການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ໃຫ້ລັດຖະບານ ຮ່ວມຂະແໜງການຕ່າງໆ. ດັ່ງນັ້ນ
, ຈະເຮັດແນວໃດເພື່ອໃຫ້ເສດຖະກິດຂອງປະເທດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂ ແລະ ສ້າງວຽກເຮັດງານທຳ, ສິ່ງໜຶ່ງທີ່ເປັນປັດໄຈຕັດສິນ ແມ່ນຕ້ອງມີລະບົບສະຖິຕິທີ່ເຂັ້ມແຂງ ແລະ ລົງເຖິງຮາກຖານ, ມີການຄົ້ນຄວ້າວິໄຈຢ່າງໜັກແໜ້ນ ສາມາດສະເໜີນະໂຍບາຍຕ່າງໆ ໃຫ້ແກ່ການນຳຢ່າງທັນການ, ຕ້ອງສ້າງກົນໄກໃນການປະສານງານ ລະຫວ່າງພາກສ່ວນຕ່າງໆ ຕັ້ງແຕ່ຫົວທີໃຫ້ມີຄວາມໂລ່ງລ່ຽນ, ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງ, ມີຄວາມເຂົ້າໃຈໃນບົດບາດ-ພາລະໜ້າທີ່ຂອງແຕ່ລະພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ; ສືບຕໍ່ເປັນເຈົ້າໃນການປະສານ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທໍາ, ນໍາໃຊ້ທຸກນະໂຍບາຍ ແລະ ມາດຕະ ການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນເບົາລົງເທື່ອລະກ້າວ; ປັບປຸງການສ້າງແຜນໃນໄລຍະໃໝ່ ເລີ່ມຈາກແຜນປີ 2023 ແລະ ປີຕໍ່ໆໄປ ຕ້ອງຕິດແທດກັບຕົວຈິງ ແລະ ມີວິທະຍາສາດຫລາຍຂຶ້ນ, ປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນໃໝ່ຢ່າງແທ້ຈິງ ໂດຍສະເພາະການຈັດບຸລິມະສິດ ແລະ ສຸມໃສ່ໂຄງການທີ່ຈຳເປັນ ແລະ ຮີບດ່ວນ, ມີປະສິດທິຜົນ ແລະ ເຫັນຜົນໄວດ້ານເສດຖະກິດທີ່ແທ້ຈິງ ຄຽງຄູ່ກັບການຈຳກັດໂຄງການທີ່ບໍ່ມີປະສິດທິຜົນ ເພື່ອບໍ່ໃຫ້ສ້າງໜີ້ສະສົມເພີ່ມຂຶ້ນຕື່ມ. ພ້ອມນັ້ນ ກໍຕ້ອງໄດ້ກວດກາຄືນໂຄງການລົງທຶນຂອງລັດທີ່ຍັງບໍ່ທັນໄດ້ປະຕິບັດ, ບໍ່ມີຄວາມຄືບໜ້າ, ບໍ່ມີປະສິດທິຜົນ, ແກ່ຍາວເວລາຈັບຈອງໂຄງການ ແລະ ເນື້ອທີ່, ຖ້າບໍ່ມີຄວາມຄືບໜ້າໃຫ້ສະເໜີໂຈະຊົ່ວຄາວ ຫລື ຖາວອນ; ສືບຕໍ່ຄົ້ນຄວ້າ ວິທີການຊໍາລະໜີ້ສິນທີ່ຍັງເຫລືອດ້ວຍຮູບແບບຕ່າງໆ ໃນຂອບເພດານງົບປະມານທີ່ມີໃນແຕ່ລະປີ ແລະ ບໍ່ກະທົບຕໍ່ສະພາບຄ່ອງໃນການດໍາເນີນທຸລະກິດ, ປະຕິບັດກົດໝາຍການລົງທຶນຂອງລັດ ແລະ ຄໍາແນະນໍາຕ່າງໆຢ່າງ​ເຂັ້ມ​ງວດ.
   ພ້ອມ​ນີ້, ​ໃຫ້ສຸມໃສ່ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຢ່າງແຂງແຮງເລິກເຊິ່ງ
, ແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ, ຮັດກຸມ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການ; ເພີ່ມທະວີການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ແລະ 03/ນຍ ຢ່າງເຂັ້ມງວດ ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດພາຍໃນປະເທດໃຫ້ດີຂຶ້ນ, ບຸກທະລຸໃນການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການສະເໜີຂໍລົງທຶນ, ຄົ້ນຄວ້າຕໍ່ການສະເໜີຈົນຮອດຂອດການແຈ້ງຜົນການຄົ້ນຄວ້າຢ່າງເປັນລະບົບ; ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດ ໃຫ້ກາຍເປັນກໍາລັງແຮງແທ້ຈິງໃຫ້ການພັດທະນາ ເສດຖະກິດ-ສັງຄົມ, ພັດທະນາເຂດເສດຖະກິດພິເສດຕ້ອງໃຫ້ມີຈຸດສຸມ, ມີການບໍລິຫານ ແລະ ຄຸ້ມຄອງເຂດໃຫ້ຮັດກຸມຕາມສັນຍາ, ລະບຽບ ແລະ ກົດໝາຍຢ່າງເຄັ່ງຄັດ, ການບໍລິການຂອງພາກລັດ ຢູ່ພາຍໃນເຂດເສດຖະກິດພິເສດ ກໍຕ້ອງເຮັດແບບປະຕູດຽວ ແລະ ຄົບຊຸດ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ. ຮຽກຮ້ອງໃຫ້ບັນດາທ້ອງຖິ່ນທີ່ມີເຂດເສດ ຖະກິດພິເສດຕ້ອງລົງຕິດຕາມ, ກວດກາຢ່າງໃກ້ຊິດໃນການຄຸ້ມຄອງບໍລິຫານໃຫ້ເຂົ້າສູ່ລະບຽບ, ມີຄວາມສະຫງົບ ແລະ ເອົາການບໍລິການທີ່ມີຄວາມວ່ອງໄວ, ສະດວກ ເພື່ອດຶງດູດການລົງທຶນເຂົ້າໃນເຂດແຕ່ລະແຫ່ງ.
   ສ່ວນ​ວຽກວຽກຮ່ວມມືກັບສາກົນ
, ຮ່ວມມືລາວ-ຫວຽດນາມ ແລະ ຮ່ວມມືລາວ-ຈີນ ແມ່ນສືບຕໍ່ຊຸກຍູ້ ເສີມຂະຫຍາຍ, ຂົນຂວາຍການຊ່ວຍເຫລືອທາງດ້ານວິຊາການ ແລະ ທຶນຮອນ ເຂົ້າມາໃນຂະບວນການພັດທະນາ ຕ້ອງມີຈຸດສຸມ, ມີການເລືອກເຟັ້ນ ແລະ ເປັນລະບົບ; ຫັນເອົາທຶນຈາກການຊ່ວຍເຫລືອທາງການເພື່ອການພັດທະນາ ໄປສູ່ການພັດທະນາຄົນ, ສ້າງຂີດຄວາມສາມາດໃຫ້ພະນັກ ງານກາຍເປັນຊ່ຽວຊານ, ນໍາໃຊ້ການຊ່ວຍເຫລືອເຂົ້າໃນການພັດທະນາໂຄ່ງລ່າງພື້ນຖານທີ່ຈໍາເປັນແທ້ໆ ​ແລະ ບັນຫາ​ສຳຄັນ​ອື່ນໆ.
   ​ໂອກາດ​ນີ້, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ
, ຄະນະນໍາ ພ້ອມດ້ວຍພະນັກງານຫລັກແຫລ່ງຂອງຂະແໜງແຜນການ-ການລົງທຶນ ແລະ ທຸກຂະແໜງການສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນແທ້ໆ ໃນພາລະກິດພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ມີຈິດໃຈຮັກຊາດ, ເສຍສະລະເພື່ອ ສ່ວນລວມ, ຊື່ສັດບໍລິສຸດ, ພ້ອມກັນຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ຢ່າງຈິງຈັງຄືກັນກັບນັກຮົບປະຕິວັດໃນສະໜາມຮົບຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ສະໜາມຮົບແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ປະເທດເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ທີ່ມີຄວາມສ່ຽງຫລາຍປະການ ແລະ ຖືເປັນບາດລ້ຽວທີ່​ພວກເຮົາຕ້ອງໄດ້ສຸມກໍາລັງແຮງ ແລະ ມັນສະໝອງ ເຂົ້າໃນການສຶກສາ-ຄົ້ນຄວ້າ, ລົງເລິກວິໄຈບັນຫາໃຫ້ລະອຽດໃຫ້ຮູ້ສາເຫດຕົ້ນຕໍແທ້ຈິງ ແລະ ຈະແຈ້ງ ເພື່ອຮ່ວມຈິດຮ່ວມໃຈ ສາມັກຄີ ເປັນນໍ້າ ໜຶ່ງໃຈດຽວກັນ ເຮັດໃຫ້ບັນດາຄາດໝາຍຕ່າງໆ ບັນລຸໄດ້ຜົນສໍາເລັດໃໝ່ ຢ່າງເປັນຮູບປະທໍາ.

ຂ່າວ-ພາບ: ສຳນານ


 

KPL

ຂ່າວອື່ນໆ


Top