ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານດຳເນີນການຮຽນ-ການສອນ ສົກຮຽນ2026-2027

07/09/2026 19:13
Email Print 2398
KPL ໃນສົກຮຽນ 2026-2027 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະດ້ານພື້ນຖານໂຄງລ່າງ ເປັນຕົ້ນ ຫ້ອງຮຽນ, ໂຕະ-ຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ, ພ້ອມທັງກຽມດ້ານບຸກຄະລາກອນ, ພະນັກງານ, ຄູ-ອາຈານ ຂອງແຕ່ລະຊັ້ນຮຽນ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ການຮຽນ-ການສອນ ຢູ່ພາຍໃນໂຮງຮຽນ ໄດ້ທັງປະລິມານ ແລະ ຄຸນນະພາບ ຊຶ່ງໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເລີ່ມເຂົ້າຮຽນນັບແຕ່ວັນທີ 1 ກັນຍາ ເປັນຕົ້ນມາ, ສ່ວນມື້ເປີດສົກຮຽນໃໝ່ 2026-2027 ຢ່າງເປັນທາງການ ຈະຈັດຂຶ້ນໃນວັນທີ 14 ກັນຍາ 2026 ທີ່ຈະມາເຖິງນີ້.

ທ່ານ ນາງ ນ້ຳທິບ ອິນທະວົງ ຮັກສາການຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 4 ກັນຍາ 2026 ນີ້ວ່າ: ໃນສົກຮຽນໃໝ່ 2026-2027 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ມີຄວາມພ້ອມຮອບດ້ານ ໂດຍໄດ້ກຳນົດທິດທາງ ແລະ ວຽກງານຈຸດສຸມທີ່ສຳຄັນຫຼາຍດ້ານ ເປັນຕົ້ນ ຍຶດໝັ້ນຍົກສູງຄຸນນະພາບການສຶກສາຮອບດ້ານເປັນຫຼັກ ອີງຕາມ 3 ລັກສະນະ 5 ຫຼັກມູນ ແລະ 3 ຂໍ້ແຂ່ງຂັນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍເນັ້ນໃຫ້ ຄູ-ອາຈານ ສຸມໃສ່ພັດທະນາຕົນເອງ, ຫັນເອົາການຮຽນ-ການສອນ ເປັນທັນສະໄໝ ເພື່ອຖ່າຍທອດຄວາມຮູ້ ໃຫ້ນັກຮຽນໄດ້ຢ່າງມີປະສິດທິພາບ, ນອກຈາກປະຕິບັດຕາມຫຼັກສູດການຮຽນ-ການສອນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ, ໂຮງຮຽນ ຍັງໄດ້ເນັ້ນການສອນພາສາຫວຽດນາມ ເປັນຫຼັກ ເພື່ອເຮັດໃຫ້ນັກຮຽນ ທີ່ຮຽນຈົບຈາກໂຮງຮຽນດັ່ງກ່າວ ສາມາດຟັງ, ເວົ້າ ແລະ ຂຽນພາສາຫວຽດນາມ ໄດ້ໂດຍພື້ນຖານ, ພ້ອມທັງສົ່ງເສີມສຶກສາອົບຮົມນັກຮຽນ ໃຫ້ຮູ້ຈັກຮັກສາ ແລະ ສືບທອດເອກະລັກທາງດ້ານວັດທະນະທຳ ຄຽງຄູ່ກັບການເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ ຂອງ 2 ຊາດ ລາວ-ຫວຽດນາມ. ພ້ອມນີ້, ໂຮງຮຽນ ຍັງມຸ່ງໝັ້ນສ້າງສະພາບແວດລ້ອມການສຶກສາທີ່ປອດໄພ, ມີລະບຽບວິໄນ, ມີມະນຸດສະທຳ ແລະ ທັນສະໄໝ, ຍຶດຖືນັກຮຽນເປັນໃຈກາງ ໂດຍໃຫ້ຄວາມສຳຄັນຕໍ່ການພັດທະນາຄຸນສົມບັດ, ຄວາມສາມາດ, ທັກສະ ແລະ ຈິດໃຈການເຊື່ອມໂຍງສູ່ສາກົນຂອງນັກຮຽນ.

ທ່ານ ນາງ ນ້ຳທິບ ອິນທະວົງ ໄດ້ກ່າວອີກວ່າ: ດ້ວຍນ້ຳໃຈແຫ່ງຄວາມສາມັກຄີ, ການປ່ຽນແປງໃໝ່, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນຢ່າງໜັກແໜ້ນ, ຄະນະບໍລິຫານ, ຄູ-ອາຈານ ແລະ ພະນັກງານທຸກຄົນ ຂອງໂຮງຮຽນ ຈະພ້ອມໃຈກັນມຸ່ງໝັ້ນປະຕິບັດໜ້າທີ່ວຽກງານ ກໍຄື ການຮຽນ-ການສອນ ໃນສົກຮຽນ 2026-2027 ໃຫ້ປະສົບຜົນສຳເລັດ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້, ສົມກັບຄວາມໄວ້ວາງໃຈຂອງພໍ່ແມ່-ຜູ້ປົກຄອງ, ນັກຮຽນ ແລະ ສັງຄົມ, ພ້ອມທັງວາງຮາກຖານອັນໝັ້ນຄົງ ເພື່ອການພັດທະນາໂຮງຮຽນແບບຍືນຍົງໃນອະນາຄົດ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ສົກຮຽນຜ່ານມາ ໂຮງຮຽນຫງວຽນຢູສາມາດຍາດໄດ້ຜົນສຳເລັດຫລາຍດ້ານສຶກສາ-ກິລາ

      ສົກຮຽນຜ່ານມາ ໂຮງຮຽນຫງວຽນຢູສາມາດຍາດໄດ້ຜົນສຳເລັດຫລາຍດ້ານ

      9/17/2026 12:52:20 PM

      ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈັດພິທີເປີດສົກຮຽນໃໝ່ 2026-2027 ຢ່າງເປັນທາງການຂຶ້ນໃນ ວັນທີ 14 ກັນຍາ 2026 ໂດຍມີ ທ່ານ ນາງ ນ້ຳທິບ ອິນທະວົງ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ສປປ ລາວ ຈະສົ່ງ 12 ປະເພດກິລາ ຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ມາເລເຊຍສຶກສາ-ກິລາ

      ສປປ ລາວ ຈະສົ່ງ 12 ປະເພດກິລາ ຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ມາເລເຊຍ

      9/11/2026 9:37:33 AM

      ຄະນະຜູ້ແທນຂັ້ນສູງຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະຫະພັນກິລາຄົນພິການອາຊຽນ (ASEAN Para Sports Federation-APSF Board of Governors Meeting) ຈັດຂຶ້ນລະຫວ່າງວັນທີ 7-11 ກັນຍາ 2026 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. ຂະນະດຽວກັນ, ສປປ ລາວ ກໍໄດ້ສະເໜີ 12 ປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໄລຍະວັນທີ 17-23 ຕຸລາ 2027 ທີ່ນະຄອນຫຼວງກົວລາລຳເປີ ປະກອບມີ: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ບັອກເຊຍ, ໂກນບານ (ຍິງ), ບານເຕະຄົນພິການຕາ (ຊາຍ), ບານບ້ວງລໍ້ເລື່ອນ (ຍິງ), ລົດຖີບ, ດອກປີກໄກ່, ຟັນດາບ, ເທັນນິດ ແລະ ຍິງປືນ.

    • ປະກາດສ້າງຕັ້ງ ໂຮງຮຽນມັດຖະຍົມຕອນຕົ້ນສົງ ເມືອງເງິນສຶກສາ-ກິລາ

      ປະກາດສ້າງຕັ້ງ ໂຮງຮຽນມັດຖະຍົມຕອນຕົ້ນສົງ ເມືອງເງິນ

      9/7/2026 6:09:35 PM

      ພິທີປະກາດສ້າງຕັ້ງ ໂຮງຮຽນມັດທະຍົມຕົ້ນສົງ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 3 ກັນຍາ 2026 ຢູ່ວັດສະຫຼີດອນແກ້ວ ບ້ານແກ້ວດອນຄູນ ເມືອງເງິນ ແຂວງໄຊຍະບູລີ ໂດຍມີພະອາຈານໃຫຍ່ ພັນທອງ ໂພມີໄຊ ຄະນະປະຈຳສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ), ຮອງຫົວໜ້າກຳມາທິການສຶກສາສົງສູນກາງ ແລະ ທ່ານ ອິນເນດ ຂຽວສີຟ້າ ຮອງເລຂາພັກເມືອງ, ປະທານຄະນະກຳມະການອົງການປົກຄອງເມືອງເງິນ, ມີພະເຖຣານຸເຖຣະ ຈາກສູນກາງ, ແຂວງ, ເມືອງ, ຄະນະນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດສຶກສາ-ກິລາ

      ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ

      8/21/2026 9:40:27 AM

      ຫ້ອງການສະພາວິທະຍາສາດແຫ່ງຊາດ (ຫສວຊ), ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄ້ົນຄວ້າວິທະຍາສາດ (ກພວຕ) ໃນວັນທີ 18 ສິງຫາ 2026 ຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ.

    • ສສກ ຈັດກອງປະຊຸມຈັດສັນ, ຖອນຄືນ, ສະສ່ງ ແລະ ປະກອບລົດຂອງລັດ ພາຍໃນກະຊວງສຶກສາ-ກິລາ

      ສສກ ຈັດກອງປະຊຸມຈັດສັນ, ຖອນຄືນ, ສະສ່ງ ແລະ ປະກອບລົດຂອງລັດ ພາຍໃນກະຊວງ

      8/5/2026 9:55:28 AM

      ກອງປະຊຸມຈັດສັນ, ຖອນຄືນ, ສະສາງ ແລະ ປະກອບລົດພາຍໃນສຳນັກກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນໃນວັນທີ 4 ສິງຫາ 2026


Top