ເວທີປຶກສາຫາລືສັນຕິພາບໂລກຄັ້ງທີ 8 ຈະຈັດຂຶ້ນຢູ່ຈີນ

04/07/2019 13:26
Email Print 590
KPL ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ເປີດ​ເຜີຍ​ວ່າ: ເວ​ທີ​ປຶ​ກ​ສາ​ຫາ​ລື​ ສັນ​ຕິ​ພາບ​ໂລກ ​ຄັ້ງ​ທີ 8 ຈະ​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຮ​ວາ​ ນັບແຕ່​ວັນ​ທີ 8-9 ກໍ​ລະ​ກົດ​ນີ້.

     ຂປລ.ຕາມ​ຂ່າວ​ຈີນ,ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ເປີດ​ເຜີຍ​ວ່າ: ເວ​ທີ​ປຶ​ກ​ສາ​ຫາ​ລື​ ສັນ​ຕິ​ພາບ​ໂລກ ​ຄັ້ງ​ທີ 8 ຈະ​ຈັດ​ຂຶ້ນ​ຢູ່​ ມະ​ຫາ​ວິ​ທະ​ຍາ​ໄລ​ ຊິ່ງ​ຮ​ວາ​ ນັບແຕ່​ວັນ​ທີ 8-9 ກໍ​ລະ​ກົດ​ນີ້. ພາຍ​ໃຕ້ຫົວ​ຂໍ້​ ລະ​ບຽບ​ສາ​ກົນ ​ທີ່​​ມີສະ​ຖຽນ​ລະ​ພາບ: ​ແບກ​ຫາບ​ພາ​ລະຮ່ວມ​ກັນ, ​ຄຸ້ມ​ຄອງ​ບໍ​ລິ​ຫານຮ່ວມ​ກັນ ແລະ​ ຊົມ​ໃຊ້​ຮ່ວມ​ກັນ”. ​ເພື່ອປຶກ​ສາ​ຫາ​ລື​ຮ່ວມກັນ​ ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ໃໝ່ ​ຕໍ່ຄວາມ​ໝັ້ນ​ຄົງ​ທີ່​ໂລກ ​ຜະ​ເຊີນ​ໃນ​ປັດ​ຈຸ​ບັນ ພ້ອມ​ທັງ ​ສະ​ເໜີ​ແຜນ​ການ​ຮັບ​ມື​ ຢ່າງ​ສ້າງ​ສັນ ເພື່ອ​ຊຸກ​ຍູ້ການ​ຮ່ວມ​ມື​ ດ້ານ​ຄວາມ​ໝັ້ນ​ຄົງ ​ຂອງ​ປະ​ຊາ​ຄົມ​ໂລກ.

KPL

ຂ່າວອື່ນໆ


Top