ເກີດເຫດດິນເຈື່ອນຢູ່ ອິນໂດເນເຊຍ ເສຍຊີວິດຢ່າງໜ້ອຍ 10 ຄົນ-ສູນຫາຍ 80 ກວ່າຄົນ

27/01/2026 21:48
Email Print 192
KPL ອິນໂດເນເຊຍ ຢືນຢັນວ່າ ຈຳນວນ ຜູ້ເສຍຊີວິດ ຈາກ ເຫດດິນເຈື່ອນ ໃນເຂດ ບັນດຸງ ຢູ່ເກາະຊວາ ເພີ່ມຂຶ້ນຢ່າງໜ້ອຍ 10 ຄົນ ແລະ ສູນຫາຍອີກ ປະມານ 80 ຄົນ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 25 ຜ່ານມາວ່າ: ອິນໂດເນເຊຍ ຢືນຢັນວ່າ ຈຳນວນ ຜູ້ເສຍຊີວິດ ຈາກ ເຫດດິນເຈື່ອນ ໃນເຂດ ບັນດຸງ ຢູ່ເກາະຊວາ ເພີ່ມຂຶ້ນຢ່າງໜ້ອຍ 10 ຄົນ ແລະ ສູນຫາຍອີກ ປະມານ 80 ຄົນ.

ຄວາມຄືບໜ້າ ຈາກເຫດດິນເຈື່ອນ ຍ້ອນຝົນຕົກລົງມາ ຢ່າງໜັກ ຢູ່ໝູ່ບ້ານຫລາຍແຫ່ງ ໃນພາກພື້ນບັນດຸງຕາເວັນຕົກ ແຂວງຊວາຕາເວັນຕົກ ເທິງເກາະຊວາ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ພວມເລັ່ງຄົ້ນຫາ ຜູ້ປະສົບ ເຄາະຮ້າຍດັ່ງກ່າວ , ພ້ອມກັນນັ້ນ ຍັງເຕືອນວ່າ ຕົວເລກດັ່ງກ່າວ ເປັນພຽງການ ຄາດຄະເນຕາມ ໃນເບື້ອງຕົ້ນເທົ່ານັ້ນ./

KPL

ຂ່າວອື່ນໆ


Top