ສາຍການບິນຫວຽດເຈັດ ສຳເລັດການກໍ່ສ້າງໂຄງສ້າງຫລັກ ຂອງອາຄານສ້ອມແປງ ແລະ ບຳລຸງຮັກສາເຮືອບິນມາດຕະຖານສາກົນ ຢູ່ສະໜາມບິນສາກົນ ລອງແທ່ງ

23/12/2025 19:09
Email Print 15880
KPL ສາຍການບິນຫວຽດເຈັດ (Vietjet) ໄດ້ສ້າງສຳເລັກການກໍ່ສ້າງໂຄງຫລັກ ຂອງອາຄານສ້ອມແປງ ແລະ ບຳລຸງຮັກສາເຮືອບິນມາດຕະຖານສາກົນ ຢູ່ສະໜາມບິນສາກົນ ລອງແທ່ງ (Long Thanh), ພ້ອມທັງເປີດຖ້ຽວບິນປະຖົມມະລຶກ

ຂປລ. ສາຍການບິນຫວຽດເຈັດ (Vietjet)ໄດ້ສ້າງສຳເລັກການກໍ່ສ້າງໂຄງຫລັກ ຂອງອາຄານສ້ອມແປງ ແລະ ບຳລຸງຮັກສາເຮືອບິນມາດຕະຖານສາກົນ ຢູ່ສະໜາມບິນສາກົນ ລອງແທ່ງ (Long Thanh), ພ້ອມທັງເປີດຖ້ຽວບິນປະຖົມມະລຶກ ຖ້ຽວບິນ VJ038 ຈາກສະໜາມບິນສາກົນ ຕັນເຊີນເຍີດ (Tan Son Nhat) ທີ່ນະຄອນໂຮ່ຈີມິນ ໄປສະໜາມບິນສາກົນ ລອງແທ່ງ ໂດຍໃຊ້ເຮືອບິນ Airbus A321neo. ເຫດການດັ່ງກ່າວໄດ້ຢືນຢັນເຖິງຄວາມມຸ່ງໝັ້ນໄລຍະຍາວ ຂອງສາຍການບິນ Vietjet ໃນການລົງທຶນໃສ່ໂຄງລ່າງພື້ນຖານການບິນທີ່ທັນສະໄໝ, ຄົບວົງຈອນ ແລະ ຍືນຍົງ ເພື່ອສະໜັບສະໜູນການເຊື່ອມຕໍ່ໃນລະດັບພາກພື້ນ ແລະ ລະດັບໂລກ.

ໂຄງການກໍ່ສ້າງອາຄານສ້ອງແປງ ແລະ ບໍາລຸງຮັກສາເຮືອບິນມາດຕະຖານສາກົນ ລອງແທ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 19 ສິງຫາ 2025 ໂຄງການນີ້ໄດ້ຮັບການພັດທະນາໃນເນື້ອທີ່ 8,4 ເຮັກຕາ ດ້ວຍມູນຄ່າການລົງທຶນສູງເຖິງ 100 ລ້ານໂດລາສະຫະລັດ. ສິ່ງອໍານວຍຄວາມສະດວກດັ່ງກ່າວປະກອບມີ ໂຮງຈອດຍົນໝາຍເລກ 3 ແລະ ໝາຍເລກ 4, ເຊິ່ງໄດ້ຮັບການອອກແບບ, ຄຸ້ມຄອງ ແລະ ຕິດຕາມກວດກາ ໂດຍບໍລິສັດທີ່ປຶກສາລະດັບສາກົນຄື: Mace (ສະຫະລາຊະອານາຈັກ) ແລະ Apave (ຝຣັ່ງ). ຈຸດເດັ່ນຂອງໂຄງການແມ່ນໂຄງສ້າງເຫລັກກ້າທີ່ມີຄວາມກວ້າງພິເສດ, ຖືກສ້າງຂຶ້ນເພື່ອໃຫ້ໄດ້ມາດຕະຖານການບິນລະດັບໂລກທີ່ເຂັ້ມງວດ. ເມື່ອສຳເລັດຈະສາມາດຮອງຮັບ ແລະ ບຳລຸງຮັກສາເຮືອບິນຂະໜາດນ້ອຍ (narrow-body) 6 ລໍາ ແລະ ເຮືອບິນຂະໜາດໃຫຍ່ (wide-body) 2 ລໍາ ໃນເວລາດຽວກັນ ຫຼື ສາມາດຮອງຮັບເຮືອບິນຂະໜາດນ້ອຍໄດ້ສູງເຖິງ 10 ລໍາ. ຄາດວ່າຈະຊ່ວຍເພີ່ມຂີດຄວາມສາມາດໃນການບຳລຸງຮັກສາພາຍໃນປະເທດ, ຫລຸດຜ່ອນການເພິ່ງພາການບໍລິການດ້ານເຕັກນິກຈາກຕ່າງປະເທດ, ຫລຸດຕົ້ນທຶນການດຳເນີນງານ ແລະ ສ້າງວຽກເຮັດງານທຳທີ່ມີຄຸນນະພາບສູງໃນຫວຽດນາມ ແລະ ພາກພື້ນ.
KPL

ຂ່າວອື່ນໆ

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

    • ສາຍການບິນຫວຽດເຈັດມອບປີ້ຍົນຫລາຍລ້ານໃບທີ່ມີສ່ວນຫລຸດເຖິງ 100%ວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດມອບປີ້ຍົນຫລາຍລ້ານໃບທີ່ມີສ່ວນຫລຸດເຖິງ 100%

      12/18/2025 4:23:23 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກເດີນທາງຈາກປະເທດລາວ ເດີນທາງໄປຫວຽດນາມ ແລະ ປະເທດອື່ນໆ ໂດຍການມອບປີ້ຍົນຫລາຍລ້ານໃບທີ່ມີສ່ວນຫລຸດສູງສຸດເຖິງ 100% ໃນເວລາຈຳກັດພຽງແຕ່ສາມມື້.


Top