ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 24.09.2025 ປີທີ 24 ສະບັບທີ 6.276 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສະຫາຍ ສິນລະວົງ ຄຸດໄພທູນ ຂປລ. ໃນຕອນເຊົ້າຂອງວັນທີ 23 ກັນຍາ 2025 ນີ້, ຄະນະນຳ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ນໍາໂດຍ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານ ພັກ, ລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ ໄດ້ນຳພາ ຄະນະ ເຂົ້າວາງກະຕ່າດອກໄມ້ຢູ່ ຕໍ່ໜ້າຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ໃນໂອກາດຕ້ອນຮັບ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກະຊວງໂຍທາ ທິການ ແລະ ຂົນສົ່ງ. ການວາງກະຕ່າດອກໄມ້ຄັ້ງ ນີ້, ເພື່ອສະແດງຄວາມເຄົາລົບ vq '7totra ddt-;' pm0 ;k'dt8j kfvdw,h 8h voIa [dv'xt-5 ,.spj z6h cmo 7A 'mu VI ສະຫາຍ ເຫລັກໄຫລ ສີວິໄລ (ຜູ້ທີ 4 ນັບຈາກຊ້າຍຫາຂວາ ແຖວໜ້າ) lh k'7;k,Ia [I6h rk]t[q f[kf lrlr0 c]t dkodtdP,dkog]n vd8A ' F ອ່ານຕໍ່ໜ້າ 4 ຂປລ. ໃນວັນທີ 22-23 ກັນຍາ 2025 ນີ້, ສະພາແຫ່ງຊາດ(ສພຊ) ຈັດຝຶກອົບຮົມສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງ ສະພາແຫ່ງຊາດ, ສະພາປະຊາຊົນ ຂັ້ນແຂວງ ແລະ ວຽກໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະ ລາກອນຂອງສະພາປະຊາຊົນຂັ້ນ ແຂວງ ແລະ ວຽກງານກະກຽມ ດໍາເນີນການເລືອກຕັ້ງສະມາຊິກສະ ພາ ແຫ່ງຊາດ ຊຸດທີ X ແລະ ສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ ແກ່ເລຂາ-ຮອງເລຂາພັກແຂວງເມືອງ, ປະທານຄະນະກໍາມະການ ປົກຄອງແຂວງ-ເມືອງ, ສະມາຊິກ ສະພາແຫ່ງຊາດ, ສະມາຊິກສະ ພາປະຊາຊົນແຂວງ (ສສຂ), ພະນັກງານ-ລັດຖະກອນພາຍໃນ ]a f4t,q o8u d8l Ij ;,dv'xt-5 ,38t,q o dj P;da [xa opkxtfy f 9u o{vk-Po 2025 ຂປລ. ໃນໂອກາດເຂົ້າຮ່ວມ ງານວາງສະແດງຈີນ-ອາຊຽນ ຄັ້ງ ທີ 22 ປະຈໍາປີ 2025, ທີ່ເມືອງ ນານໜິງ ແຂວງກວາງຊີ ສປ ຈີນ ເມື່ອບໍ່ດົນມານີ້, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ ເຕັກ ໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ລະດັບລັດຖະມົນຕີ ກ່ຽວກັບປັນຍາ ປະດິດ ຈີນ-ອາຊຽນ 2025 ແລະ ກອງປະຊຸມລະດັບສູງດ້ານການ ຄ້າ ແລະ ການລົງທຶນຈີນ-ອາຊຽນ (CABIS) ຄັ້ງທີ 22 ເພື່ອປຶກສາ ຫາລືກ່ຽວກັບການພັດທະນາ ດ້ານ ປັນຍາປະດິດ (AI) ເຊິ່ງເປັນ ໂອກາດໃນການເປີດປະຕູການ ຮ່ວມມືໃໝ່ ແລະ ສ້າງການຮ່ວມມື ປັນຍາປະດິດ ປອດໄພ, ເຂັ້ມແຂງ ຂປລ. ຄະນະຜູ້ແທນຂັ້ນສູງຂອງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ນາງ ສູນທອນ ໄຊຍະ ຈັກ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາ ໃຫຍ່ລັດຖະສະພາລະຫວ່າງຊາດ z6h cmoltrkcsj '-kf]k; leg]a fdkog0Q kIj ;, dv'xt-5 , wvxk 7A 'mu 46 muj dq ;]k]egxu ອາຊຽນ ຫລື ໄອປາ (AIPA) ຄັ້ງ ທີ 46 ພາຍໃຕ້ຫົວຂໍ້ “ລັດຖະສະພາ sa ogvq kdko75 h ,7v'dkog'y o.odv'ma [ g0Q kl6 j ]t[q [xt86 fP; 8k,dq f\kp c]t ;y wodkog'y o 7totz6h cmo vvxl g0Q kIj ;, dv'xt-5 ,lkdq o muj vkc-dw[-ko ຂປລ. ໃນວາລະຢ້ຽມຢາມ ແລະ ເຮັດວຽກ ຢູ່ສາທາລະນະລັດອາ ແຊກໄບຊານ ໃນວັນທີ 22 ກັນຍາ 2025, ຄະນະຜູ້ແທນຂັ້ນສູງ ອົງ ການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ນຳ ໂດຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ ໄດ້ເຂົ້າຮ່ວມກອງປະຊຸມສາ ກົນ ໃນຫົວຂໍ້ “ການປົກປ້ອງລັດ ຖະທຳມະນູນ: ທີ່ຕັ້ງຂອງອົງການ ໄອຍະການປະຊາຊົນ ແຫ່ງ ສປປ ລາວ ຕາມລັດຖະທຳມະນູນ” ໂດຍ ມີຫົວໜ້າອົງການໄອຍະການສູງ ສຸດ ຈາກປະເທດ ອາແຊກໄບຊານ, ປະເທດເຄັນຍາ, ອູກັນດາ, ຕວັກກີ ແລະ ປະເທດຕັງຊານີ ພ້ອມດ້ວຍ ຄະນະເຂົ້າຮ່ວມ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນວ່າ: ສປປ ລາວ ເປັນລັດທີ່ປົກຄອງ ແລະ ຄຸ້ມຄອງ ຂປລ. ກົມການເງິນ ກົມໃຫຍ່ ພະລາທິການກອງທັບ ແມ່ນກົງຈັກ ການຈັດຕັ້ງໜຶ່ງ ຂອງກະຊວງປ້ອງ ກັນປະເທດ, ເປັນການເງິນຂັ້ນ 1, ເປັນກົມວິຊາສະເພາະສູງສຸດທາງ ດ້ານການເງິນ, ຖານະເທົ່າຂັ້ນ 4, ມີພາລະບົດບາດເປັນເສນາທິການ ໂດຍກົງໃນການຄຸ້ມຄອງວຽກງານ ການເງິນມະຫາພາກ ໃຫ້ແກ່ກົມ ໃຫຍ່ພະລາທິການກອງທັບ ກໍຄື ກະຊວງປ້ອງກັນປະເທດ ເຊິ່ງການ ຈັດຕັ້ງປະຕິບັດວຽກງານໄລຍະ ຜ່ານມາ ເຫັນວ່າການຄຸ້ມຄອງນໍາ ໃຊ້ງົບປະມານມີຄວາມໂປ່ງໃສ ແລະ ຖືກຕ້ອງຕາມລະບຽບຫລັກ ການການເງິນ, ທັງໄດ້ມີການຄົ້ນ ຄວ້າສ້າງນິຕິກຳຕ່າງໆ ດ້ານວຽກ ງານການເງິນ ເພື່ອນໍາສະເໜີຂັ້ນ ເທິງອະນຸມັດ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃຫ້ແກ່ ວຽກງານການຄຸ້ມຄອງການເງິນ, ຕ້ານ ແລະ ສະກັດກັ້ນປະກົດການ ຫຍໍ້ທໍ້ຕ່າງໆ ໃນການຈັດຕັ້ງປະຕິ ຂປລ. ສູນກາງສະຫະພັນກຳ ມະບານລາວ(ສກລ)ດໍາເນີນກອງ ປະຊຸມຄົບຄະນະບໍລິຫານງານທ້າຍ ສະໄໝ ສະໄໝທີ VIII ໃນວັນທີ 23 ກັນຍາ 2025 ໂດຍການເຂົ້າຮ່ວມ ຂອງ ສະຫາຍ ສິນລະວົງ ຄຸດໄພ ທູນ ກຳມະການກົມການເມືອງ ສູນກາງພັກ, ປະທານສູນກາງແນວ ລາວສ້າງຊາດ, ມີ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງ ພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານ ລາວ, ພ້ອມດ້ວຍຄະນະບໍລິຫານ ງານສູນກາງສະຫະພັນກຳມະບານ ລາວ ສະໄໝທີ VIII ແລະ ພາກ ຂປລ. ໃນວັນທີ 23 ກັນຍາ 2025 ນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ລັດຖະມົນຕີກະ ຊວງວັດທະນະທຳ ແລະ ການທ່ອງ ທ່ຽວ (ວທ) ໄດ້ຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງ ທ່ານ ສຸຍ ຮາວ ຮອງເຈົ້າແຂວງຢຸນນານ ສປ ຈີນ ພ້ອມຄະນະ ໃນໂອກາດທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 2326 ກັນຍາ 2025 ນີ້. ທ່ານ ນາງ ສວນສະຫວັນ ວິ ຍະເກດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ສຸຍ ຮາວ ທີ່ໄດ້ນຳພາຄະນະເດີນ ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງປະທານສານ ສູງສຸດ ແຫ່ງ ສ ຣັດເຊຍ, ຄະນະ ຜູ້ແທນຂັ້ນສູງ ຈາກສານປະຊາຊົນ ສູງສຸດ (ສປສສ) ແຫ່ງ ສປປ ລາວ ນຳໂດຍ ທ່ານ ນາງ ວຽງ ທອງ ສີພັນດອນ ປະທານສານ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະ ຊຸມກົດໝາຍສາກົນພາກພື້ນອາຊີ- ປາຊີຟິກ ຄັ້ງທີ XIII ທີ່ນະຄອນ ເຊັນ ປີເຕີສເບີກ ສ ຣັດເຊຍ ໃນລະຫວ່າງ ວັນທີ 21-23 ກັນຍາ 2025. ໂອກາດດັ່ງກ່າວ, ຄະນະຜູ້ແທນ ld] fegou odv'xt-5 ,7q [7tot [= ]y sko'komh kpltw\ ltw\mu VIII ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ເລັດ ໄຊຍະພອນ ໄດ້ ]a f4t,q o8u dt-;' ;m 8h voIa [Iv'g9Q kc0;'15 ooko ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນ ການປະກອບສ່ວນສໍາຄັນ ເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືໃນ ທຸກຂົງເຂດວຽກງານ ໂດຍສະເພາະ ວຽກງານດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງສອງ ປະເທດ ລາວ-ຈີນ ກໍຄື ບັນດາ ແຂວງພາກເໜືອຂອງລາວທີ່ຕິດ ກັບແຂວງຢຸນນານ ໃຫ້ໄດ້ຮັບການ ພັດທະນາ ແລະ ສືບຕໍ່ໃຫ້ການສະ ໜັບສະໜູນແລກປ່ຽນການຢ້ຽມ ຢາມ ເຊິ່ງກັນ ແລະ ກັນໃນຕໍ່ໜ້າ ຕື່ມອີກ. ]k;{ia fg-p gruj ,mt;u dkorq ;ra oIj ;,,n fh ko;Pd'kolko F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 ທ່ານ ນາງ ສູນທອນ ໄຊຍະຈັກ (ຜູ້ທີ 10 ນັບຈາກຊ້າຍຫາຂວາ ແຖວໜ້າ)
@ 0j k; c]t gsfdko 24/09/2025 xtgmf]k; vvdcI'lh k'zq o'ko8h voIa [dv'xt-5 ,.spj z6 h cmovq '7totra dot7vos];';P'9a o 7A 'mu VIII 1j k'gxa o0t[;o2q f2N o ລັດຖະມົນຕີ ວທ... ສກລ... ລັດຖະມົນຕີ ກຕສ... ຜູ້ແທນສະພາແຫ່ງຊາດລາວ... ໂອກາດນີ້, ທ່ານ ສຸຍ ຮາວ ກໍ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ກໍຄື ການສືບ ຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ແຂວງຢຸນ ນານ ສປ ຈີນ ແລະ ສປປ ລາວ ໂດຍສະເພາະການຮ່ວມມືແລກ ປ່ຽນດ້ານວັດທະນະທຳ ແລະ ການ ທ່ອງທ່ຽວຮ່ວມກັນ, ການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນ ດາໂຄງການຂອງແຜນການຮ່ວມມື ຈີນ-ລາວ ໃຫ້ສືບຕໍ່ມີບາດກ້າວ ຂະຫຍາຍຕົວຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານ ສຸຍ ຮາວ ພ້ອມຄະນະກໍຈະໄປຢ້ຽມຢາມແລະ ທັດສະນະສຶກສາ ເຂດພັດທະນາ ກວມລວມໄຊເສດຖາ, ບໍລິສັດ ລົດ ໄຟລາວ-ຈີນ, ທະນາຄານລາວຈີນ, ສະໜາມຄ່ຽນຖ່າຍສິນຄ້າ ສະຖານີລົດໄຟວຽງຈັນໃຕ້ ແລະ ເຄື່ອນໄຫວວຽກງານ ຢູ່ແຂວງ ຫລວງພະບາງ, ດ່ານສາກົນບໍ່ເຕ່ນບໍ່ຫານ, ເຂດເສດຖະກິດພິເສດບໍ່ ເຕ່ນ ແລະ ຢ້ຽມຢາມສະຖານທີ່ ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ ຂອງລາວຈໍານວນ ໜຶ່ງ. ພາບ: ເກດສະໜາ ມີຄໍາເຫັນວ່າ: ກອງປະຊຸມໃນຄັ້ງ ນີ້, ໄດ້ພ້ອມກັນດຳເນີນຊີວິດການ ເມືອງໃນການນໍາພາ-ຊີ້ນໍາໃນການ ເຄື່ອນໄຫວວຽກງານກຳມະບານ ໃນໄລຍະ 5 ປີ (2021-2025) ຜ່ານມາ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ, ບົດຮຽນທີ່ຖອດ ຖອນໄດ້ ແລະ ຄົ້ນຄວ້າປະກອບຄໍາ ຄິດຄໍາເຫັນຕໍ່ບັນດາເອກະສານ ທີ່ ຈະນໍາສະເໜີຕໍ່ກອງປະຊຸມໃຫຍ່ ຜູ້ ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ເປັນຕົ້ນ ຮ່າງບົດສຳ ຫລວດການນຳພາລວມ ຂອງຄະ ນະບໍລິຫານງານ ສູນກາງສະຫະ ພັນກຳມະບານລາວ ໄລຍະ 5 ປີ ຜ່ານມາ ຮ່າງລາຍງານການເມືອງ ແລະ ທິດທາງແຜນການວຽກງານ ຈຸດສຸມ 2026-2030 ຮ່າງບົດ ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດແຜນພັດທະນາວຽກງານກໍາ ມະບານ ຄັ້ງທີ IV ສະໄໝທີ VIII ຮ່າງປັບປຸງກົດລະບຽບຂອງສະ ຫະພັນກຳມະບານລາວ ສະໄໝທີ IX ບົດລາຍງານການປັບປຸງຄໍາ ຂວັນ ແລະ ເນື້ອໃນຂໍ້ແຂ່ງຂັນຂອງ ສະຫະພັນກຳມະບານລາວ ເພື່ອ ຮັບຮອງໃນສະໄໝທີ IX. ພ້ອມນີ້, ຜູ້ແທນກອງປະຊຸມ ໄດ້ຮັບຟັງການ ຄໍາເຫັນໂອ້ລົມຈາກ ສະຫາຍ ສິນ ລະວົງ ຄຸດໄພທູນ ກຳມະການກົມ ການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຜູ້ຊີ້ ນໍາໃນການກະກຽມ ແລະ ດໍາເນີນ ກອງປະຊຸມໃຫຍ່ຜູ້ແທນກຳມະບານ ລາວທົ່ວປະເທດ ຄັ້ງທີ IX. ນອກຈາກນີ້, ກອງປະຊຸມຍັງ ໄດ້ດໍາເນີນການທາບທາມບຸກຄະ ລາກອນ ເຂົ້າໃນຄະນະບໍລິຫານ ງານສູນກາງສະຫະພັນກຳມະບານ ລາວ ແນໃສ່ສ້າງຄວາມເປັນເອກະ ພາບ ແລະ ປະຕິບັດຕາມຫລັກການ, ລະບຽບການຂອງການດຳເນີນ ກອງປະຊຸມໃຫຍ່ຜູ້ແທນກຳມະບານ ລາວ ທົ່ວປະເທດ ຄັ້ງທີ IX ແລະ ການປະກອບຄໍາເຫັນຂອງບັນດາ ສະຫາຍ ກໍຈະເປັນພື້ນຖານໃນການ ສືບຕໍ່ປັບປຸງບັນດາເນື້ອໃນຂອງ ເອກະສານໃຫ້ມີຄວາມສົມບູນ ຮັດ ກຸມ ຊັດເຈນກວ່າເກົ່າ. ທີ່ນໍາໜ້າ ເພື່ອການເຕີບໂຕແບບ ກວມລວມ ແລະ ຄວາມຍືນຍົງ ຂອງອາຊຽນ” ທີ່ຈັດຂຶ້ນໃນວັນທີ 17-22 ກັນຍາ 2025 ຢູ່ກົວລາລໍາ ເປີ, ປະເທດມາເລເຊຍ ໂດຍການ ເປັນປະທານຂອງສະພາຜູ້ແທນ ລາສະດອນຂອງມາເລເຊຍ ໂດຍມີ ບັນດາປະທານ, ຮອງປະທານສະ ພາແຫ່ງຊາດ, ສະພາຜູ້ແທນລາສະ ດອນຂອງ 9 ປະເທດສະມາຊິກໄອ ປາ, ມີຜູ້ແທນຈາກ 14 ປະເທດ ສັງເກດການ, ບັນດາແຂກຂອງ ໄອປາ ແລະ ແຂກຂອງປະເທດເຈົ້າ ພາບ, ພ້ອມດ້ວຍຜູ້ຕາງໜ້າຂອງຄູ່ ຮ່ວມພັດທະນາ ເຂົ້າຮ່ວມ. ພິທີເປີດກອງປະຊຸມຢ່າງເປັນ ທາງການ ຈັດຂຶ້ນໃນວັນທີ 1 ກັນຍາ 2025 ໂດຍມີ ທ່ານ ດາໂຕະ ເສຣິ ອັນວາ ບິນ ອິບບາຮິມ ນາຍົກ ລັດຖະມົນຕີແຫ່ງມາເລເຊຍ ເຂົ້າ ຮ່ວມ. ໃນກອງປະຊຸມວາລະທີ 1, ບັນດາຫົວໜ້າຄະນະຜູ້ແທນໄດ້ມີ ຄໍາເຫັນປິ່ນອ້ອມຫົວຂໍ້ຂອງກອງ ປະຊຸມໄອປາ ຄັ້ງທີ 46 “ລັດຖະ ສະພາຢູ່ແຖວໜ້າການພັດທະນາ ແບບກວມລວມ ແລະ ຍືນຍົງຂອງ ອາຊຽນ”. ໃນນີ້, ຫົວໜ້າຄະນະຜູ້ ແທນຈາກ ສປປ ລາວ ກໍໄດ້ມີຄໍາ ເຫັນໂດຍເນັ້ນເຖິງຄວາມສໍາຄັນ ຂອງການຮ່ວມມື, ຄວາມເປັນເອ ກະພາບ, ຄວາມເປັນແກນກາງ ຂອງອາຊຽນ, ມີຄວາມຈໍາເປັນທີ່ ຈະຕ້ອງເຮັດໃຫ້ພາກພື້ນຂອງອາ ຊຽນ ມີສະຖຽນລະພາບ, ສັນຕິ ພາບ, ມີການພັດທະນາແບບຍືນຍົງ, ກວມລວມ ໂດຍບໍ່ປະໃຜໄວ້ທາງ ຫລັງ ໄດ້ເນັ້ນເຖິງການປະຕິບັດ ຍຸດທະສາດ ການຫັນຈາກປະເທດ ບໍ່ມີທາງອອກສູ່ທະເລ ເປັນປະເທດ ເຊື່ອມໂຍງເຊື່ອມຈອດ ຂອງ ສປປ ລາວ ດ້ວຍການປະຕິບັດຫລາຍ ໂຄງການທີ່ສໍາຄັນໃນປະເທດເຮົາ. ນອກຈາກນັ້ນ, ບັນດາຜູ້ແທນຍັງ ໄດ້ປຶກສາຫາລື ແລະ ຮັບຮອງເອົາ ບັນດາມະຕິ ຈໍານວນ 43 ສະບັບ ໃນຈໍານວນຮ່າງມະຕິ 45 ສະບັບ, ເຊິ່ງ ສປປ ລາວ ໄດ້ເປັນເຈົ້າການ ຮ່າງຈໍານວນ 5 ສະບັບ ໃນຂົງເຂດ ການເມືອງ, ເສດຖະກິດ, ສັງຄົມ ແລະວຽກງານແມ່ຍິງ ໄດ້ເຂົ້າຮ່ວມ ປຶກສາຫາລືວຽກງານໃນ 9 ກຳມາ ທິການທີ່ກ່ຽວຂ້ອງເຊັ່ນ: ດ້ານການ ເມືອງ, ເສດຖະກິດ, ສັງຄົມ, ວຽກ ງານແມ່ຍິງ, ວຽກງານຊາວໜຸ່ມ, ວຽກງານຈັດຕັ້ງພາຍໃນຂອງໄອ ປາ, ການຮ່ວມມືລະຫວ່າງກອງເລ ຂາໄອປາ ແລະ ກອງເລຂາອາຊຽນ, ປຶກສາຫາລືກັບບັນດາປະເທດສັງ ເກດການໄອປາ ແລະ ການຮ່າງຖະ ແຫລງການຮ່ວມ ເຂົ້າຮ່ວມກອງ ປະຊຸມໂຕະມົນກ່ຽວກັບວຽກງານ ຊາວໜຸ່ມ, ເຂົ້າຮ່ວມກອງປະຊຸມ ແມ່ຍິງໃນເວທີການເມືອງ ຄັ້ງທີ 2, ກອງປະຊຸມແມ່ຍິງໄອປາ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ. ໃນໂອກາດນີ້, ຄະນະຜູ້ແທນ ສະພາແຫ່ງຊາດລາວ ຍັງໄດ້ເຂົ້າ ຮ່ວມກອງປະຊຸມກັບຄະນະຜູ້ແທນ ສະມາຊິກໄອປາ, ພົບປະກັບລັດຖະ ສະພາສັງເກດການ ຈໍານວນ 14 ປະເທດ ເພື່ອປຶກສາຫາລື ໃນການ ສົ່ງເສີມການຮ່ວມມືລະຫວ່າງໄອ ປາ ແລະ ບັນດາປະເທດດັ່ງກ່າວ ກ່ຽວກັບ “ຄວາມເປັນແກນກາງ ຂອງອາຊຽນ ແລະ ການເລັ່ງລັດ ການສ້າງສະຖາປັດຕະຍະກຳທີ່ ກວມລວມໃນພາກພື້ນ” ເຂົ້າຮ່ວມ ກອງປະຊຸມປຶກສາຫາລືລະຫວ່າງ ກອງເລຂາໄອປາ ແລະ ອາຊຽນ ຄັ້ງທີ 4 ກ່ຽວກັບ “ການສ້າງອະນາ ຄົດທີ່ກວມລວມ ແລະ ຍືນຍົງຂອງ ອາຊຽນ” ເຂົ້າຮ່ວມເວທີປຶກສາ ຫາລືຜູ້ນໍາທາງການເມືອງເພດຍິງ ໄອປາ ຄັ້ງທີ 2 ແລະ ກອງປະຊຸມ ໂຕະມົນສະມາຊິກລັດຖະສະພາໜຸ່ມ ໄອປາ ອີກດ້ວຍ. ພ້ອມກັນນີ້, ຄະນະຜູ້ແທນສະພາ ແຫ່ງຊາດລາວ ໄດ້ພົບປະສອງ ຝ່າຍກັບຄະນະຜູ້ແທນລັດຖະສະພາ ເພື່ອນມິດ ແລະ ລັດຖະສະພາສັງ ເກດການອື່ນໆ ເປັນຕົ້ນ ລະດັບປະ ທານສະພາແຫ່ງຊາດ ມີ ຫວຽດ ນາມ, ກຳປູເຈຍ, ມາເລເຊຍ ແລະ ສິງກະໂປ ລະດັບຮອງປະທານ ສະພາແຫ່ງຊາດ ມີ ລັດຖະສະພາ ແຫ່ງ ຣາຊະອານາຈັກໄທ, ສະພາ ດູມາ ແຫ່ງ ສະຫະພັນຣັດເຊຍ ແລະ ລະດັບກໍາມາທິການ ມີ ສປ ຈີນ, ຢີ່ປຸ່ນ, ອົດສະຕຣາລີ ແລະ ລັດຖະ ສະພາເອີຣົບ. ໃນຕອນທ້າຍຂອງກອງປະຊຸມ, ຫົວໜ້າຄະນະຜູ້ແທນຂອງລັດຖະ ສະພາສະມາຊິກ ໄອປາ ໄດ້ຮັບ ຮອງເອົາບົດລາຍງານຜົນຂອງ ກອງປະຊຸມກຳມາທິການຕ່າງໆ ແລະຮ່ວມກັນລົງນາມໃນຖະແຫລງ ການຮ່ວມກອງປະຊຸມສະມັດຊາ ໃຫຍ່ ໄອປາ ຄັ້ງທີ 46, ຮັບເອົາ ປະເທດອານເຊຣີ ເຂົ້າເປັນລັດຖະ ສະພາສັງເກດການໃໝ່ຂອງ ໄອປາ ເປັນປະເທດທີ 26 ມອບລາງວັນ ກຽດຕິຄຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນວຽກ ງານໄອປາ. ໃນນັ້ນ, ມີ ທ່ານ ໂຈເຊ ຊິດີ ເວນີເຊຍ ຈູເນຍ ອະດີດປະທານ ລັດຖະສະພາຟີລິບປິນ ແລະ ທ່ານ ລິມ ບາວ ຈວນ ອະດີດຮອງປະ ທານລັດຖະສະພາສິງກະໂປ ມີ ການມອບ-ຮັບໜ້າທີ່ເລຂາທິການ ໃຫຍ່ໄອປາ ລະຫວ່າງຜູ້ເກົ່າທີ່ມາ ຈາກບຣູໄນ ດາຣູຊາລາມ ແລະ ຜູ້ ໃໝ່ທີ່ມາຈາກກຳປູເຈຍ ມອບ-ຮັບ ໜ້າທີ່ການເປັນປະທານໄອປາ ລະ ຫວ່າງ ມາເລເຊຍ ແລະ ຟີລິບປິນ, ເຊິ່ງກອງປະຊຸມສະມັດຊາໃຫຍ່ໄອ ປາ ຄັ້ງທີ 47 ຈະຈັດຂຶ້ນທີ່ນະຄອນ ຫລວງມະນິລາ, ປະເທດຟີລິບປິນ. ຂ່າວ-ພາບ: ສພຊ ແລະ ໝັ້ນຄົງ ປະກອບສ່ວນໃນ ການພັດທະນາເສດຖະກິດ-ສັງຄົມ ເພື່ອຍົກລະດັບສະພາບແວດລ້ອມ ການໃຊ້ຊີວິດ ຂອງປະຊາຊົນໃນ ພາກພື້ນ. ໂອກາດນີ້, ທ່ານ ບໍ່ວຽງຄໍາ ວົງ ດາລາ ໄດ້ປະກອບຄຳເຫັນໃນກອງ ປະຊຸມວ່າ: ປັນຍາປະດິດ ຖືເປັນ ເຕັກນິກໃໝ່ ແລະ ສໍາຄັນໃນການ ຂັບເຄື່ອນ ທີ່ມີອິດທິພົນສູງຂອງ ຍຸກສະໄໝ, ສາມາດເພີ່ມອັດຕາເລັ່ງ ໃຫ້ແກ່ການພັດທະນານັບແຕ່ເຕັກ ໂນໂລຊີ, ວິທະຍາສາດ ໄປເຖິງດ້ານ ເສດຖະກິດ ແລະ ສັງຄົມ. ສຳລັບ ສປປ ລາວ ປັນຍາປະດິດ ແມ່ນໂອ ກາດໃນການຊຸກຍູ້ການເຕີບໂຕ ທາງດ້ານເສດຖະກິດ, ການພັດທະ ນາການບໍລິການ, ການສຶກສາ, ສາ ທາລະນະສຸກ ແລະ ອື່ນໆ ເພື່ອຊ່ວຍ ໃຫ້ພວກເຮົາ ສາມາດກ້າວຂ້າມຂໍ້ ຈຳກັດທີ່ເຄີຍມີ ແລະ ສົ່ງເສີມການ ເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ ໄດ້ຢ່າງໃກ້ຊິດກວ່າເກົ່າ. ໃນວາລະກອງປະຊຸມ, ສປປ ລາວ ໄດ້ຮັບຮອງເອົາການລົງນາມ 3 ເອກະສານ ບົດບັນທຶກຄວາມ ເຂົ້າໃຈ ການຮ່ວມມືດ້ານປັນຍາປະ ດິດ ຄື: ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການເພີ່ມທະວີ ການຮ່ວມມື ດ້ານປັນຍາປະດິດ, ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມ ສ້າງສູນຮ່ວມມືດ້ານການນໍາໃຊ້ ປັນຍາປະດິດ ຈີນ-ລາວ ແລະ ບົດ ບັນທຶກຄວາມເຂົ້າໃຈ ວ່າດ້ວຍການ ຮ່ວມກັນສ້າງແຜນພັດທະນາປັນ ຍາປະດິດ ໃຫ້ໄດ້ຮັບການຈັດຕັ້ງ ປະຕິບັດ, ພ້ອມທັງພິທີກົດປຸ່ມເປີດ ສູນການຮ່ວມມືປັນຍາປະດິດ ຈີນອາຊຽນ. ນອກຈາກນີ້, ທ່ານລັດຖະມົນຕີ ກຕສ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ເສີນກາງ ເລຂາຄະນະພັກ ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ໂດຍໄດ້ສະແດງຄວາມ ຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ການຮ່ວມມືໄລຍະຜ່ານມາ ເຊິ່ງສອງຝ່າຍຈະຮ່ວມກັນຜັກດັນ ການຮ່ວມມືໃນຕໍ່ໜ້າ ທາງດ້ານ ວຽກງານປັນຍາປະດິດ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ແລະ ແຂວງກວາງຊີ ສປ ຈີນ ໃຫ້ໄດ້ຮັບຜົນສໍາເລັດສູງສຸດ. ຂ່າວ: ກະຊວງເຕັກໂນໂລຊີ ແລະ ການສື່ສານ ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ໂດຍກຳນົດແຈ້ງໄວ້ໃນ ມາດຕາ 10 ຂອງລັດຖະທໍາມະນູນ ຂອງ ສປປ ລາວ ສະບັບປັບປຸງປີ 2025 ເຊິ່ງໄດ້ຮັບການຈັດຕັ້ງປະຕິ ບັດໃນທົ່ວສັງຄົມ ແລະ ຮັບປະກັນ ການປົກປ້ອງອະທິປະໄຕ ແລະ ລັດ ຖະທຳມະນູນ ຢ່າງສັກສິດ. ນັບແຕ່ ລັດຖະທຳມະນູນ ຂອງ ສປປ ລາວ ສະບັບທຳອິດ ໄດ້ຮັບການຮັບຮອງ ເອົາໃນວັນທີ 15 ສິງຫາ 1991 ເປັນຕົ້ນມາ, ກໍໄດ້ເປັນພື້ນຖານອັນ ສຳຄັນໃຫ້ແກ່ການປົກຄອງດ້ວຍ ກົດໝາຍ ຢູ່ ສປປ ລາວ, ສະຕິເຄົາ ລົບ ແລະ ປະຕິບັດກົດໝາຍຂອງທົ່ວ ສັງຄົມ ນັບມື້ນັບໄດ້ຮັບການເຊີດ ຊູສູງຂຶ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ. ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ໃນການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່, ລັດຖະທຳມະນູນ ສະບັບທຳອິດ ຈຶ່ງ ໄດ້ຮັບການປັບປຸງ ໃນປີ 2003, ປີ 2015 ແລະ ປີ 2025 ເພື່ອໃຫ້ ອຳນາດລັດ ມີຄວາມເຂັ້ມແຂງ, ສ້າງບາດກ້າວໃໝ່ໃຫ້ແກ່ການປົກ ປັກຮັກສາ ແລະ ພັດທະນາປະເທດ ຊາດ, ເຊື່ອມໂຍງເສດຖະກິດ ກັບ ພາກພື້ນ ແລະ ສາກົນ ໃນຍຸກໃໝ່. ໃນການປັບປຸງລັດຖະທຳມະນູນ ປີ 2025 ທີ່ຕັ້ງ, ພາລະບົດບາດ ຂອງອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງຄືນໃໝ່ ຢ່າງ ກົມກຽວ. ໂດຍອີງຕາມມາດຕາ 9 ຂອງ ລັດຖະທຳມະນູນ “ອົງການໄອຍະ ການປະຊາຊົນ ແມ່ນອົງການສັ່ງ ຟ້ອງຜູ້ຖືກຫາຂຶ້ນສານ ແລະ ຕິດ ຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ໃນການດໍາເນີນ ຄະດີຕາມຂະບວນຍຸຕິທໍາ”, ເປັນ ການກໍານົດທີ່ຕັ້ງຂອງອົງການໄອ ຍະການປະຊາຊົນ ເປັນອົງການ ສັ່ງຟ້ອງຢ່າງຊັດເຈນ, ພ້ອມທັງ ເຮັດໜ້າທີ່ໃນການຕິດຕາມກວດກາ ການດຳເນີນຄະດີ ຕາມຂະບວນ ຍຸຕິທຳຢ່າງມີປະສິດທິຜົນ, ເຫັນ ໄດ້ຄວາມສຳຄັນຂອງຄວາມເປັນ ເອກະລາດ ຂອງອົງການໄອຍະ ການປະຊາຊົນ ແລະ ການປົກປ້ອງ ສິດທິມະນຸດ, ພ້ອມທັງແລກປ່ຽນ ບາງບົດຮຽນຂອງອົງການໄອຍະ ການປະຊາຊົນ ກ່ຽວກັບການແຕ່ງ ຕັ້ງພະນັກງານໄອຍະການ ໄປປະ ຈຳຢູ່ຄ້າຍຄຸມຂັງ-ດັດສ້າງ, ການ ໃຫ້ຄຳປຶກສາທາງດ້ານກົດໝາຍ ໃຫ້ແກ່ປະຊາຊົນ, ການພົບປະປະ ຊາຊົນ, ການແຈ້ງຕອບປະຊາຊົນ ແລະ ຕູ້ຮັບຄຳເຫັນຂອງປະຊາຊົນ, ເຮັດໃຫ້ກອງປະຊຸມດັ່ງກ່າວ, ມີເນື້ອ ໃນອຸດົມສົມບູນ, ປະກອບສ່ວນສຳ ຄັນເຂົ້າໃນການພັດທະນາວຽກ ງານໄອຍະການ, ການພົວພັນຮ່ວມ ມືລະຫວ່າງ ອົງການໄອຍະການປະ ຊາຊົນສູງສູດ ແຫ່ງ ສປປ ລາວ ກັບ ອົງການໄອຍະການ ສາທາລະນະ ລັດອາແຊກໄບຊານ ແລະ ບັນດາ ປະເທດທີ່ເຂົ້າຮ່ວມກອງປະຊຸມ ເປັນຢ່າງດີ, ຕ້ານ ແລະ ສະກັດກັ້ນ ອາຊະຍາກຳຂ້າມຊາດ ຢ່າງມີປະ ສິດທິຜົນ, ເຮັດໃຫ້ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍ, ມີຄວາມສີວິໄລຢ່າງບໍ່ ຢຸດຢັ້ງ. ຂ່າວ: ອອປສ ແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງ ນາມຂອງ ປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດ ແໜ້ນ ຕະຫລອດໄລຍະແຫ່ງການ ນຳພາ ພາລະກິດປະຕິວັດອັນຍິ່ງ ໃຫຍ່ຂອງພັກ ແລະ ຂອງປະເທດ ເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ-ສ້າງສາ ປະເທດຊາດ, ລິເລີ່ມ ແລະ ນຳພາ ພາລະກິດປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກ, ຍາດໄດ້ໄຊ ຊະນະ ສະຫງ່າງາມຕະຫລອດມາ. ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດ ແລະ ເປັນແບບຢ່າງອັນໃສແຈ້ງ ໃຫ້ແກ່ ທົ່ວພັກ ແລະ ທົ່ວປວງຊົນລາວ ທັງຊາດ. ຂ່າວ: ກິດຕາ ພາບ: ຂັນໄຊ ອົງຄະນະພັກ... ຮັກ, ຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາ ລົບຮັກຂອງພັກ-ລັດ ແລະ ປວງ ຊົນລາວບັນດາເຜົ່າທັງຊາດ, ຜູ້ ນໍາພາສ້າງຕັ້ງ, ທະນຸບຳລຸງ, ຝຶກຝົນຫລໍ່ຫລອມ, ກໍ່ສ້າງ ແລະ ປັບປຸງພັກ ໃຫ້ໜັກແໜ້ນ, ເຂັ້ມ ຄະນະຜູ້ແທນ ອອປສ...
rkp.8h dkooerk0v'ra d c0;'g-dv' pkfwfh zq o'korQ ogfaj os]kpfh ko 24/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ©ດຍ ສ ແກ້ວໄຊຍະວົງ ©ດຍ ແດງສະຫວັດ ແສນພານິດ ບົດສະເໜີ 7e,j ;o gvq k.9.lj 9a f8A 'xt8y [a f;k]tcsj '-kf ;j kfh ;pdkocdh w0[a osk1kgl[8y f1j k'g0A ,';f ຂປລ. ໃນໄລຍະ 5 ປີຜ່ານມາ (2021-2025) ພາຍໃຕ້ການ ນຳພາອັນສະຫລາດສ່ອງໃສຂອງ ພັກ ກໍຄື ຂອງອົງຄະນະພັກ ແຂວງ ເຊກອງ ສະໄໝທີ X ເຮັດໃຫ້ການ ຈັດຕັ້ງພັກຂັ້ນຕ່າງໆຮັກສາໄດ້ມູນ ເຊື້ອສາມັກຄີປອງດອງ, ມູນເຊື້ອ ວິລະຊົນຄົນອາດຫານ, ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມ ໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ແຂວງ ສາມາດຍາດໄດ້ຜົນສຳເລັດ ຫລາຍດ້ານພົ້ນເດັ່ນອັນສໍາຄັນເຮັດ ໃຫ້ແຂວງເຊກອງ ສືບຕໍ່ມີສະຖຽນ ລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ບັນດາພື້ນຖານໂຄງລ່າງດ້ານເສດ ຖະກິດ-ສັງຄົມ ລວມເຖິງຊີວິດ ການເປັນຢູ່ຂອງປະຊາຊົນພາຍໃນ ແຂວງໄດ້ຮັບການເອົາໃຈໃສ່ ແລະ ພັດທະນາດີຂຶ້ນເປັນກ້າວໆ. ສະຫາຍ ດົງເພັດ ພະຍົນ ຮອງ ເລຂາຄະນະບໍລິຫານງານພັກ ແຂວງເຊກອງ ສະໄໝທີ X ໄດ້ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງເຊກອງ ຄັ້ງທີ XI ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ X ຂອງອົງຄະນະພັກແຂວງ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະ 5 ປີ (2021-2025) ພາຍໃຕ້ການ ນຳພາຂອງອົງຄະນະພັກ ແຂວງເຊ ກອງ ສະໄໝທີX ເຮັດໃຫ້ທົ່ວແຂວງ ເຊກອງ ມີການຫັນປ່ຽນທີ່ຕັ້ງໜ້າ, ອົງການປົກຄອງແຂວງ, ສະມາຊິກ ພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ຂປລ. ແຂວງຄຳມ່ວນ ໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດວາລະ ແຫ່ງຊາດວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດຢ່າງເປັນເຈົ້າ ດ້ວຍການໂຄສະນາ ແລະ ເຊື່ອມ ຊຶມບັນດາຄຳສັ່ງ, ມະຕິຕ່າງໆ ໃຫ້ ແກ່ພະນັກງານ-ລັດຖະກອນ, ພໍ່ແມ່ ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ອັນເຮັດໃຫ້ພາຍໃນແຂວງນັບມື້ມີ ຄວາມເປັນລະບຽບຮຽບຮ້ອຍເທື່ອ ລະກ້າວ. ຕ າ ມກ າ ນ ໃ ຫ້ຮູ້ຂອງທ່າ ນ ພັນເອກ ຈັນໄຊ ນັນທະວົງ ຫົວໜ້າ ກອງບັນຊາການ ປກສ ແຂວງຄໍາ ມ່ວນວ່າ: ພາຍຫລັງທີ່ສະພາແຫ່ງ ຊາດໄດ້ມີມະຕິເລກທີ 04 ສພຊ ຮັບຮອງເອົາການແກ້ໄຂບັນຫາຢາ ເສບຕິດເປັນວາລະແຫ່ງຊາດແຕ່ປີ 2021-2023 ເພື່ອຍົກລະດັບໃນ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງ ພັກ, ມີຄວາມເປັນເອກະພາບສູງຕໍ່ ແນວທາງປ່ຽນແປງໃໝ່ທີ່ມີຫລັກ ການຂອງພັກ, ບັນດາຄາດໝາຍ ຕ່າງໆທີ່ໄດ້ກຳນົດໄວ້ໃນມະຕິ X ຂອງອົງຄະນະພັກແຂວງ ໄດ້ຮັບ ການຈັດຕັ້ງປະຕິບັດ ແລະ ມີຜົນ ສໍາເລັດໃນນີ້, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໄດ້ ເປັນເຈົ້າການນໍາພາ-ຊີ້ນໍາການ ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ລົບ ຕິດລຽນ, ບ້ານປ້ອງກັນຄວາມສະ ຫງົບດີ, ບ້ານປ້ອງກັນຊາດເຂັ້ມ ແຂງ. ພ້ອມນີ້, ກໍໄດ້ຫັນກໍາລັງ ປກຊ-ປກສ ຂັ້ນແຂວງ ລົງກໍ່ສ້າງ ຮາກຖານການເມືອງຢູ່ເມືອງ ແລະ ຫັນກຳລັງ ປກຊ-ປກສ ເມືອງ ລົງກໍ່ສ້າງຮາກຖານການເມືອງຢູ່ ຈຸດສຸມພັດທະນາຕິດພັນກັບການ ປັບປຸງກໍາລັງກອງຫລອນ, ປກສ ບ້ານ, ກຳລັງປ້ອງກັນຕົວ ແລະ ກຳລັງສຳຮອງ ເຊິ່ງສາມາດເປັນ ກໍາລັງແຮງໃນການແກ້ໄຂປາກົດ ການຫຍໍ້ທໍ້ຢູ່ຮາກຖານບ້ານເປັນ ຕົ້ນບັນຫາຢາເສບຕິດ, ການຄ້າ ມະນຸດ, ການທ້ອນໂຮມອາວຸດ ເສິກ ເເລະ ການລັກລອບຂຸດຄົ້ນ ຊັບພະຍາກອນທໍາມະຊາດໄດ້ຈໍາ ນວນໜຶ່ງ. ອັນພົ້ນເດັ່ນແມ່ນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດເລີກຮື້ມ້າງຄະດີຄ້າ-ຂາຍ ຢາເສບຕິດໄດ້ 246 ລາຍ, ກັກຜູ້ ຖືກຫາໄດ້ 247 ຄົນ ຍິງ 16 ຄົນ ແລະ ຢຶດຂອງກາງປະເພດຢາບ້າໄດ້ 91. 35 ເມັດ ສ້າງຄອບຄົວປອດ ຢາເສບຕິດໄດ້ .456 ຄອບຄົວ, ສ້າງບ້ານປອດຢາເສບຕິດໄດ້ 63 ບ້ານ ແລະ ສ້າງກົມກອງປອດຢາ ເສບຕິດ 2 ກົມກອງ. ພ້ອມນີ້, ໄດ້ ເອົາໃຈໃສ່ເປັນເຈົ້າການນໍາພາ-ຊີ້ ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ ຂອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານເຮັດໃຫ້ລວມຍອດ ຜະລິດຕະພັນພາຍໃນ 5 ປີ ບັນລຸໄດ້ 4,9 ລະບົບການເງິນຫັນໄປສູ່ ທັນສະໄໝເທື່ອລະກ້າວ, ການເກັບ ລາຍຮັບເຂົ້າງົບປະມານບັນລຸໄດ້ 1.732,74 ຕຶ້ກີບ ລື່ນແຜນເກືອບ 3 ເທົ່າຕົວ (ແຜນ 5 ປີຕັ້ງໄວ້ 4 0,7 ຕື້ກີບ) ດ້ານລາຍຈ່າຍປະຕິບັດໄດ້ 2.204,74 ຕື້ກີບ ທຽບໃສ່ແຜນ ປະຕິບັດລື່ນແຜນ 23 (ແຜນ 5 ປີ 1.77 ,92 ຕື້ກີບ) ຂະບວນການ ຜະລິດ (ປູກຝັງ-ລ້ຽງສັດ) ເປັນ ສິນຄ້າຂອງປະຊາຊົນໄດ້ຮັບການ ສົ່ງເສີມຢ່າງກວ້າງຂວາງ ແລະ ຟົດຟື້ນ, ເນື້ອທີ່ການຜະລິດເພີ່ມຂຶ້ນ, ການລ້ຽງສັດໃຫຍ່ເປັນຟາມຂະ ຫຍາຍຕົວ, ມີບາງປະເພດຜົນຜະລິດ ກະສິກຳແຂວງສາມາດກຸ້ມຕົນເອງ ບໍ່ໄດ້ນຳເຂົ້າຈາກພາຍນອກ ການ ຕິດຕາມ, ກວດກາ, ຄຸ້ມຄອງ ແລະ ຂຸດຄົ້ນ-ນໍາໃຊ້ຊັບພະຍາກອນທໍາ ມະຊາດຈາກບັນດາໂຄງການພັດ ທະນາຕ່າງໆຢ່າງເຂັ້ມງວດ ການ ອອກໃບຕາດິນໄດ້ປະຕິບັດເປັນປົກ ກະຕິ ແລະ ສາມາດອອກໃບຕາ ດິນຖາວອນໄດ້ 19.002 ຕອນ. ພ້ອມນີ້, ຍັງໄດ້ສຸມທຶນຮອນກໍ່ສ້າງ ພື້ນຖານໂຄງລ່າງ ເປັນຕົ້ນການ ປັບປຸງສ້ອມແປງເສັ້ນທາງແຕ່ ແຂວງ-ເມືອງ, ເມືອງ-ບ້ານ ແລະ ບ້ານຕໍ່ບ້ານ ເຊິ່ງປັດຈຸບັນມີບ້ານທີ່ ມີເສັ້ນທາງສາມາດທຽວໄດ້ 2 ລະດູ 170 ບ້ານ ກວມ 3,75 ມີບ້ານ ທີ່ໄດ້ຊົມໃຊ້ນໍ້າປະປາໃນລະບົບ 37 ບ້ານ ກວມເອົາ 1 ການ ຂະຫຍາຍນໍ້າລິນໄດ້ອອກສູ່ເຂດ ຊົນນະບົດຫ່າງໄກສອກຫລີກເຮັດ ໃຫ້ອັດຕາຊົມໃຊ້ນໍ້າສະອາດຂອງ ປະຊາກອນກວມເອົາ 97,4 ມີບ້ານໄດ້ຊົມໃຊ້ກະແສໄຟຟ້າໃນ ລະບົບ ແລະ ນອກລະບົບກວມເອົາ 0,7 ແລະ ມີຫລັງຄາເຮືອນໄດ້ ຊົມໃຊ້ກະແສໄຟຟ້າໃນລະບົບ ແລະ ນອກລະບົບກວມ 9, 1 ຂອງ ຫລັງຄາເຮືອນທັງໝົດທົ່ວແຂວງ ການຈັດຕັ້ງປະຕິບັດເປົ້າໝາຍພັດ ທະນາແບບຍືນຍົງ (S%(T) ຂົງເຂດການສຶກສາບັນລຸໄດ້ 9 ຕົວ ຊີ້ວັດ (ໃນຈໍານວນ 15 ຕົວຊີ້ວັດ) ຄຸນນະພາບການສຶກສາໄດ້ຮັບການ ປັບປຸງຍົກລະດັບ, ບັນຫາການຂາດ ຄູສອນ, ການປະລະການຮຽນຂອງ ນັກຮຽນໄດ້ຮັບການແກ້ໄຂດີຂຶ້ນ ເປັນລໍາດັບ, ພື້ນຖານໂຄງລ່າງການ ສຶກສາລະດັບສາມັນ ແລະ ວິຊາຊີບ ໄດ້ຮັບການປັບປຸງຂະຫຍາຍໄປສູ່ ເຂດຊົນນະບົດຢ່າງມີຈຸດສຸມ, ຮັບ ປະກັນການເຂົ້າເຖິງການສຶກສາ ຂອງລູກຫລານປະຊາຊົນບັນດາ ເຜົ່າໃນເກນອາຍຸເຂົ້າຮຽນຢ່າງເທົ່າ ທຽມ ດ້ານສາທາລະນະສຸກ ການ ຈັດຕັ້ງປະຕິບັດເປົ້າໝາຍພັດທະນາ ແບບຍືນຍົງ (S%(S) ບັນລຸໄດ້ 9 ຕົວຊີ້ວັດ (ໃນຈໍານວນ 11 ຕົວ ຊີ້ວັດ) ການບໍລິການປິ່ນປົວ ແລະ ການສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດເປັນວາລະແຫ່ງຊາດ ເຊິ່ງທຸກພາກສ່ວນ ແລະ ອົງການ ຈັດຕັ້ງສັງຄົມ ກໍ່ໄດ້ມີສ່ວນຮ່ວມໃນ ການແກ້ໄຂບັນຫາຢາເສບຕິດແຕ່ ສູນກາງລົງຮອດທ້ອງຖິ່ນ. ສຳລັບ ຢູ່ແຂວງຄໍາມ່ວນ ກໍ່ໄດ້ຈັດກອງປະ ຊຸມເຜີຍແຜ່ເຊື່ອມຊຶມຄໍາສັ່ງຂອງ ກົມການເມືອງສູນກາງພັກ ສະບັບ ເລກທີ 02 ກມສພ, ຄຳສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 19 ນຍ ວ່າດ້ວຍການປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ. ຈາກນັ້ນ ແຂວງຄໍາມ່ວນ ກໍ່ໄດ້ມີຄໍາສັ່ງ ເລກທີ 15 ຄປຈ.ຄມ, ຄໍາແນະນໍາ ເລກທີ 03 ຈຂ.ຄມ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ. ຕໍ່ມາທາງ ກອງບັນຊາການ ປກສ ກໍ່ໄດ້ສ້າງ ແຜນການສະບັບເລກທີ102 ປກສ. ຄມ ແລະ ຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງຄະນະຮັບຜິດຊອບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ເລກທີ 20 ປກສ.ຄມ ໃນນັ້ນ ພວກ ເຮົາໄດ້ແຕ່ງຕັ້ງກອງເລຂາຄະນະ ຮັບຜິດຊອບຂັ້ນແຂວງ ແລະ ຂັ້ນ ເມືອງເປັນເສນາທິການ, ເປັນຜູ້ ສ້າງແຜນ ພ້ອມທັງຕິດຕາມກວດ ກາຊຸກຍູ້ ແລະ ສະຫລຸບຖອດຖອນ ບົດຮຽນ ເພື່ອໃຫ້ຂັ້ນເທິງຮັບຊາບ ຢ່າງເປັນປົກກະຕິ. ແນວໃດກໍ່ດີ, ຜ່ານການຈັດຕັ້ງ ປະຕິບັດໃນໄລຍະຜ່ານມາວຽກ ງານໂຄສະນາເຜີຍແຜ່ລະບຽບກົດ ໝາຍ ແລະ ຜົນຮ້າຍຂອງຢາເສບ ຕິດທັງໄດ້ສົມທົບກັບພາກສ່ວນ ກ່ຽວຂ້ອງເຄື່ອນໄຫວໂຄສະນາ ເຜີຍແຜ່ກົດໝາຍ ແລະ ຜົນຮ້າຍ ຂອງຢາເສບຕິດໃຫ້ພະນັກງານລັດຖະກອນ, ທະຫານ-ຕຳຫລວດ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນ ບັນດາເຜົ່າໄດ້ 213 ຄັ້ງ ມີຜູ້ເຂົ້າ ຮ່ວມທັງໝົດ 515.799 ເທື່ອຄົນ ໄດ້ນໍາເອົາຜູ້ຖືກເຄາະຮ້າຍຈາກຢາ ເສບຕິດເຂົ້າສູນສຶກສາອົບຮົມ 69 ສູນ ຈໍານວນ 12. 35 ຄົນ ຍິງ 312 ຄົນ. ໃນນັ້ນ, ສຶກສາອົບຮົມ ຢຸດເຊົາ 6.102 ຄົນ, ຍິງ 74 ຄົນ ໄດ້ໂຄສະນາເຜີຍແຜ່ອອກຜ່ານສື່ ມວນຊົນວິທະຍຸ-ໂທລະພາບ, ໜັງສື ພີມ, ເວບໄຊ ແລະ ສື່ອອນລາຍ ຕ່າງໆ, ໂປດສະເຕີ ແລະ ປ້າຍໂຄ ສະນາດ້ວຍຫລາຍຮູບແບບ ໄດ້ ປັບປຸງກໍ່ສ້າງພື້ນຖານໂຄງລ່າງສູນ ບໍາບັດ ແລະ ເຮືອນພັກຊາຍ-ຍິງ 1 ຫລັງ, ສະໂມສອນກາງແຈ້ງ 1 ຫລັງ, ເຮືອນແຕ່ງກິນ 1 ຫລັງ ມີຜູ້ ບໍາບັດທັງໝົດ 246 ຄົນ, ຍິງ 3 ຄົນ ໄດ້ສຶກສາອົບຮົມ, ປິ່ນປົວດີຂຶ້ນ ແລະ ມອບຄືນໃຫ້ຄອບຄົວ 124 ຄົນ, ຍິງ 3 ຄົນ, ຍັງສືບຕໍ່ປິ່ນປົວຈຳນວນ ໜຶ່ງ. ຄະນະຮັບຜິດຊອບກອງເລຂາ ແຂວງ, ເມືອງ ໄດ້ສະຫລຸບເກັບ ກໍາຂຶ້ນບັນຊີສະຖິຕິເປົ້າໝາຍລາຍ ນ້ອຍ, ລາຍກາງ, ລາຍໃຫຍ່ ຂຶ້ນ ບັນຊີເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ທັງໝົດ 1.029 ຄົນ, ຍິງ 159 ຄົນ, ລາຍໃຫຍ່ 60 ຄົນ, ຍິງ 5 ຄົນ, ລາຍກາງ 220 ຄົນ, ຍິງ 2 ຄົນ, ລາຍນ້ອຍ 749 ຄົນ, ຍິງ 126 ຄົນ. ໃນໄລຍະ 2021-2025 ສາມາດ ມ້າງຫລາຍຄະດີຢາເສບຕິດໄດ້ ທັງໝົດ 1.595 ລາຍ, ຜູ້ຖືກຫາ 2.2 ຄົນ, ຍິງ 24 ຄົນ (ຕ່າງ ປະເທດ 21 ຄົນ, ຍິງ 3 ຄົນ. ໃນ ນັ້ນ, ສັນຊາດໄທ 2 ຄົນ, ຍິງ 1 ຄົນ ຫວຽດນາມ 16 ຄົນ, ຍິງ 1 ຄົນ ມຽນມາ 1 ຄົນ, ຍິງ 1 ຄົນ ຈີນ 2 ຄົນ). ຕໍ່ກັບເປົ້າໝາຍເຄື່ອນໄຫວ ຄ້າຂາຍ, ຂົນສົ່ງຢາເສບຕິດ ກອງ ບັນຊາການ ປກສ ໄດ້ຂຶ້ນແຜນມ້າງ ຫລາຍຄະດີລາຍໃຫຍ່ໄດ້ 36 ລາຍ, ຜູ້ຖືກຫາ 69 ຄົນ, ຍິງ 11 ຄົນ, ລາຍກາງໄດ້ 54 ລາຍ, ຜູ້ຖືກຫາ 106 ຄົນ, ຍິງ 14 ຄົນ, ລາຍນ້ອຍ ໄດ້ 1.505 ລາຍ, ຜູ້ຖືກຫາ 2.113 ຄົນ, ຍິງ 223 ຄົນ (ໃນນັ້ນ ຄົນຈີນ 2 ຄົນ, ໄທ 1 ຄົນ). ອ່ານຕໍ່ສະບັບໜ້າ ຕາໜ່າງສາທາລະນະສຸກ ນັບມື້ ຂະຫຍາຍຕົວໄປສູ່ຮາກຖານບ້ານ ເຂດຫ່າງໄກສອກຫລີກ. ອັນພົ້ນ ເດັ່ນແມ່ນສາມາດປະກາດແຂວງ ຊຸມຊົນເປັນເຈົ້າການໃນດ້ານສຸ ຂະອະນາໄມ ແລະ ສາມາດສະກັດ ກັ້ນ-ຕ້ານຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ແຕ່ຫົວທີ ດ້ານວັດທະນະທຳອັນດີງາມ ໄດ້ ຮັບການອະນຸລັກ, ບູລະນະ ແລະ ເສີມຂະຫຍາຍ, ການສ້າງຄອບ ຄົວ-ບ້ານວັດທະນະທໍາເພີ່ມຂຶ້ນ ທາງປະລິມານ ແລະ ຄຸນນະພາບ ດ້ານການທ່ອງທ່ຽວ, ສະຖານທີ່ ທ່ອງທ່ຽວ ໄດ້ຮັບການປັບປຸງ ແລະ ພັດທະນາສາມາດດຶງດູດນັກ ທ່ອງທ່ຽວເຂົ້າມາທ່ຽວຊົມແຂວງ ໄດ້ 2 5.602 ເທື່ອຄົນ ສາມາດ ສ້າງລາຍຮັບໄດ້ 19.917.252 ໂດ ລາສະຫະລັດ. ສະຫາຍ ດົງເພັດ ພະຍົນ ໃຫ້ຮູ້ ຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດກໍຍັງ ມີດ້ານອ່ອນທີ່ຈະຕ້ອງສືບຕໍ່ແກ້ໄຂ ໂດຍສະເພາະການປະຕິບັດຕົວເລກ ຄາດໝາຍຂອງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີວາງໄວ້ ເຫັນວ່າມີບາງຕົວເລກຄາດໝາຍ ບໍ່ທັນບັນລຸ, ການຈັດຕັ້ງປະຕິບັດ ເປົ້າໝາຍພັດທະນາແບບຍືນຍົງ ຂົງເຂດສຶກສາ ແລະ ສາທາລະນະ ສຸກ, ການປະລະການຮຽນຂອງ ນັກຮຽນ, ການສ້າງຄອບຄົວ-ບ້ານ ວັດທະນະທໍາມີລັກສະນະເພີ່ມຂຶ້ນ ແຕ່ຄຸນນະພາບຍັງບໍ່ທັນສົມຄູ່ກັບ ນາມມະຍົດ ການຂຸດຄົ້ນ-ນໍາໃຊ້ ທ່າແຮງບົ່ມຊ້ອນເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ຍັງບໍ່ທັນແຂງແຮງ ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ, ການ ແກ້ໄຂບັນຫາຢາເສບຕິດ, ການ ແກ້ໄຂຄວາມທຸກຍາກທາງດ້ານ ເສດຖະກິດ-ການເງິນ ຍັງບໍ່ທັນ ເປັນຮູບປະທໍາຕົວຈິງຫລາຍຂຶ້ນ ເຊິ່ງເຫັນໄດ້ການນໍາເຂົ້າສິນຄ້າເຄື່ອງອຸປະໂພກ-ບໍລິໂພກ, ການ ສ້າງຖານການຜະລິດເພື່ອທົດແທນ ການນໍາເຂົ້າ ແລະ ເປັນສິນຄ້າສົ່ງ ອອກຍັງຈໍາກັດ ການແກ້ໄຂບັນຫາ ປາກົດການຫຍໍ້ທໍ້ໃນສັງຄົມ, ບັນຫາ ການເສບ, ການຄ້າຂາຍຢາເສບຕິດ ແລະ ບັນຫາອື່ນໆຍັງເຮັດບໍ່ທັນໄດ້ດີ ເທົ່າທີ່ຄວນ.
RkJQdWJsaXNoZXIy MTc3MTYxMQ==