KPL
ຂປລ. ພິທີມອບ-ຮັບ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ລາວ ຈັດຂຶ້ນໃນວັນທີ 2 ມິຖຸນາ 2025 ຢູ່ສະໜາມບິນສາກົນປາກເຊ ນະຄອນປາກເຊ ແຂວງຈໍາປາສັກ, ຕາງໜ້າໃຫ້ລັດຖະບານລາວ ມອບໂດຍ ທ່ານ ເອກະພາບ ພັນທະວົງ ຫົວໜ້າກົມເອີຣົບ-ອາເມລິ ກາ ກະຊວງການຕ່າງປະເທດ ແລະ ຮັບໂດຍ ທ່ານ ນາງ ມິດແຊວ ເອົ້າລໍ (Michelle Outlaw), ຮອງທູດ, ອຸປະທູດຊົ່ວຄາວ, ສະຖານທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ລາວ ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການ ລາວ-ອາເມລິກາ ໃນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 4 ປະຈໍາສົກປີ 2024-2025 ຢູ່ເຂດເມືອງດາກຈຶງ ແຂວງເຊກອງ. ບົນຈິດໃຈແຫ່ງການປະຕິບັດນະໂຍບາຍມະນຸດສະທໍາ ອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສປປ ລາວ ທີ່ມີຕໍ່ລັດຖະບານສະຫະລັດ ອາເມລິກາ ກໍຄື ຄອບຄົວ ແລະ ຍາດພີ່ນ້ອງຂອງທະຫານອາເມລິກາ ຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຕະຫລອດໄລຍະ 40 ປີ ແຫ່ງການຮ່ວມມືລະຫວ່າງ ຄະນະວິຊາການຝ່າຍລາວ ແລະ ຄະນະວິຊາການຝ່າຍອາເມລິກາ ດໍາເນີນການສໍາຫລວດ ແລະ ຂຸດຄົ້ນເພື່ອຊອກຄົ້ນຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແຕ່ເໜືອເຖິງໃຕ້ ໃນຂອບເຂດທົ່ວປະເທດ ແມ່ນໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເຈົ້າໜ້າທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ກໍຄື ພໍ່ແມ່ປະຊາຊົນໃນຂົງເຂດ ທີ່ດໍາເນີນການສໍາຫລວດ ແລະ ຂຸດຄົ້ນຢ່າງຕັ້ງໜ້າ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຮ່ວມມື ສອງຝ່າຍດ້ານວຽກງານດັ່ງກ່າວ ໄດ້ຮັບຜົນສໍາເລັດຢ່າງໜ້າເພິ່ງພໍໃຈຕະຫລອດມາ ແລະ ເປັນອີກປັດໃຈສໍາຄັນໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ຜ່ານການປະຕິບັດງານຮ່ວມ ສອງຝ່າຍ ລາວ-ອາເມລິກາ ໃນໄລຍະຜ່ານມາ ສາມາດຄົ້ນພົບສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມລິກາແລ້ວ 290 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 576 ຄົນ ຫລື ຫລາຍກວ່າ 50% ເຊິ່ງຍັງອີກ 286 ຄົນ ທີ່ຈໍາເປັນຈະຕ້ອງໄດ້ສືບຕໍ່ມີການສໍາຫລວດ ແລະ ຂຸດຄົ້ນຕໍ່ໄປ.
ຂ່າວ-ພາບ: ກຕທ
KPL