ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫລີ

10/10/2024 22:01
Email Print 1175
KPL ຂປລ. ໃນວັນທີ 10 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ໃນໂອກາດເດີນທາງ ມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ ເກົາຫລີ ຄັ້ງທີ 25 ເພື່ອສະເຫລີມສະຫລອງ ຄົບຮອບ 35 ປີ



ຂປລ. ໃນວັນທີ
10 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ໃນໂອກາດເດີນທາງ ມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ ເກົາຫລີ ຄັ້ງທີ 25 ເພື່ອສະເຫລີມສະຫລອງ ຄົບຮອບ 35 ປີ ຂອງການພົວພັນ ອາຊຽນ-ສ ເກົາຫລີ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບ ຢູ່ນະຄອນຫລວງວຽງຈັນ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ໄດ້ຮັບການພັດທະນາສູງຂຶ້ນກວ່າເກົ່າ.


ໂອກາດດັ່ງກ່າວ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຕີລາຄາສູງຕໍ່ການພົວພັນຮ່ວມມື ທີ່ເຕັມໄປດ້ວຍໝາກຜົນສູງ ຕະຫລອດໄລຍະເກືອບ 3 ທົດສະວັດ ຜ່ານມາ, ການນຳຂັ້ນສູງສອງປະເທດ ໄດ້ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ບັນດາໂຄງການ ຊ່ວຍເຫລືອ-ໂຄງການຮ່ວມມື ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເຊິ່ງໃນປີ 2025 ທີ່ຈະມາເຖິງນີ້, ສອງຝ່າຍ ເຫັນດີຈະຮ່ວມກັນສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສ ເກົາຫລີ ໃຫ້ມີບັນຍາກາດຄືກຄື້ນ ແລະ ມີຄວາມໝາຍສຳຄັນ. ພ້ອມນີ້, ສອງຝ່າຍ ຍັງໄດ້ຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະຍົກລະດັບການພົວພັນຮ່ວມມື ຂຶ້ນສູ່ລະດັບໃໝ່ໃນອະນາຄົດອັນໃກ້ ເຊິ່ງຈະເປັນການເປີດສັງກາດໃໝ່ ແຫ່ງການພົວພັນຮ່ວມມື ລະຫວ່າງສອງປະເທດ ສປປ ລາວ-ສ ເກົາຫລີ ໃຫ້ສູງເດັ່ນຂຶ້ນກວ່າເກົ່າ. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ດ້ານເສດຖະກິດ-ການຄ້າ ທີ່ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ເຫັນດີຊຸກຍູ້ການແລກປ່ຽນຂໍ້ມູນ ລະຫວ່າງ ນັກທຸລະກິດສອງປະເທດ ເພື່ອດຶງດູດນັກລົງທຶນ ສ ເກົາຫລີ ໃຫ້ມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ, ຊຸກຍູ້ການຂົນສົ່ງສິນຄ້າ ຂອງລາວໄປຍັງຕະຫລາດຂອງ ສ ເກົາຫລີ ໃຫ້ຫລາຍຂຶ້ນ ໂດຍສະເພາະໃນຂົງເຂດອຸດສາຫະກຳການຜະລິດ, ອຸດສາຫະກໍາຍານຍົ), ເຄື່ອງໃຊ້ໄຟຟ້າ, ການຜະລິດ Semi-Conductor, ອຸດສາຫະກໍາໜັກ, ອຸດສາຫະກໍາປຸງແຕ່ງຜົນຜະລິດກະສິກໍາ ແລະ ອື່ນໆ. ຝ່າຍລາວ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມ ການຮ່ວມມືດ້ານສິ່ງແວດລ້ອມ ພາຍໃຕ້ເປົ້າໝາຍ ການຫລຸດຜ່ອນທາດອາຍເຮືອນແກ້ວ ເພື່ອຍົກລະດັບຂີດຄວາມສາມາດໃນການປັບຕົວ ແລະ ຮັບມືກັບການປ່ຽນ ແປງຂອງດິນຟ້າອາກາດ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ໂຄງການສ້າງສວນ ອຸທະຍານດີຈິຕອນ ຂອງ ສປປ ລາວ (Lao Digital Park) ໃຫ້ເປັນເຂດນິຄົມອຸດສາຫະກໍາດີຈິຕອນ ແນໃສ່ດຶງດູດບັນດາບໍລິສັດເຕັກໂນໂລຊີຈາກຕ່າງປະເທດ ເຂົ້າມາລົງທຶນໃນ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະ ການສ້າງຄວາມພ້ອມໃຫ້ສັງຄົມລາວ ກ້າວເຂົ້າສູ່ຍຸກດີຈິຕອນ, ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ໃນການພັດທະນາ ຊັບພະຍາກອນມະນຸດ, ການສະໜອງທຶນການສຶກສາ, ການສະໜັບສະໜູນ ດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍ ເຫັນດີສືບຕໍ່ການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເປັນຕົ້ນ ການຮ່ວມມື ໃນຂອບ ອາຊຽນ-ສ ເກົາຫລີ, ແມ່ນ້ຳຂອງ-ສ ເກົາຫລີ, ອົງການ ສປຊ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ ຊ່ວຍເຫລືອອັນລ້ຳຄ່າຈາກ ລັດຖະບານ ແລະ ປະ ຊາຊົນ ສ ເກົາຫລີ ໃນໄລຍະຜ່ານມາ ເຊິ່ງໄດ້ສຸມໃສ່ຂະແໜງການ ບູລິມະສິດຂອງ ສປປ ລາວ ເປັນຕົ້ນ ການພັດທະ ນາຂະແໜງສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ການພັດທະນາຊົນນະບົດ, ການພັດ ທະນາຊັບພະຍາກອນມະນຸດ, ການຊ່ວຍເຫລືອດ້ານແຮງງານ ແລະ ອື່ນໆ. ພິເສດ ແມ່ນການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2024, ໂຄງການສ້າງແຜນແມ່ບົດການພັດທະນາ ເຂດອ້ອມຮອບສະໜາມບິນສາກົນຫລວງພະບາງ ແລະ ປະກອບສ່ວນຊ່ວຍເຫລືອທາງດ້ານມະນຸດສະທໍາ ໃຫ້ແກ່ ສປປ ລາວ ໂດຍສະເພາະປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທໍາມະຊາດ.

ໃນຂະນະດຽວກັນ, ທ່ານ ປະທານາທິບໍດີ ຢຸນ ຊອກ ຢອນ ກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ສ ເກົາຫລີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ, ພ້ອມທັງ ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການຮ່ວມມືສອງປະເທດ ໃຫ້ຈະເລີນງອກງາມຍິ່ງຂຶ້ນ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາຂໍ້ຕົກ ລົງທີ່ຜູ້ນຳສອງປະເທດ ໄດ້ເຫັນດີເປັນເອກະພາບແລ້ວນັ້ນ ໃຫ້ມີປະສິດທິພາບ ແລະ ປະກົດຜົນເປັນຈິງ, ຈະສືບຕໍ່ໃຫ້ການຮ່ວມມື ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ-ສາກົນ ໂດຍສະເພາະ ວຽກງານການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ປະສົບຜົນສໍາເລັດອັນງົດງາມ, ນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ສ ເກົາຫລີ-ສປປ ລາວ. ພ້ອມນີ້, ທ່ານ ປະທານາທິບໍດີ ຢຸນ ຊອກ ຢອນ ຍັງໄດ້ເຊື້ອເຊີນ ທ່ານປະທານປະເທດ ທອງລຸນ ສີສຸລິດ ໄປຢ້ຽມຢາມທາງລັດຖະກິດ ທີ່ ສ ເກົາຫລີ ເພື່ອສະເຫລີມ ສະຫລອງສາຍພົວພັນຮ່ວມມື ສປປ ລາວ ແລະ ສ ເກົາຫລີ ຄົບຮອບ 30 ປີ ໃນປີ 2025 ເຊິ່ງ ທ່ານປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍິນດີ ແລະ ຕອບຮັບການເຊື້ອເຊີນດັ່ງກ່າວ.

ພາຍຫລັງສຳເລັດການພົບປະ, ຜູ້ນຳທັງສອງປະເທດ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມສັນຍາ ຈຳນວນ 3 ສະບັບ ຄື: ສັນຍາ ວ່າດ້ວຍການຮ່ວມມືກ່ຽວກັບ ການປ່ຽນແປງດິນຟ້າອາກາດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ; ສັນຍາຂອບການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສ ເກົາຫລີ ກ່ຽວກັບ ບັນດາໂຄງການຮ່ວມມືກັບ ກອງທຶນຮ່ວມມືເພື່ອ ການພັດທະນາເສດຖະກິດ (EDCF) ຂອງ ສ ເກົາຫລີ ໃນໄລຍະ 2024-2027 ແລະ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ດ້ານວຽກງານ ການຫລຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ ເຊິ່ງເປັນການຈັດຕັ້ງປະຕິບັດ ມາດຕາ 6 ຂອງສົນທິສັນຍາປາຣີ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງປ່າໄມ້ ແຫ່ງ ສ ເກົາຫລີ.

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

    • ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XXການເມືອງ

      ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

      11/18/2026 9:42:26 AM

      ໃນຕອນເຊົ້າວັນທີ 15 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາ ປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

    • 8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານການເມືອງ

      8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານ

      11/17/2026 4:13:54 PM

      ເຜີຍແຜ່ 2 ດຳລັດສຳຄັນ ວ່າດ້ວຍການຄຸ້ມຄອງອົງການຕ່າງປະເທດ ແລະ ພະນັກງານທ້ອງຖິ່ນ ແນໃສ່ຍົກລະດັບການຮ່ວມມືຢູ່ 8 ແຂວງພາກເໜືອ


Top