ຄວາມຂັດແຍ່ງຕາເວັນອອກກາງ ສົ່ງຜົນໃຫ້ເສດຖະກິດໂລກ ເຕີບໂຕຊ້າລົງ-ອັດຕາເງິນເຟີ້ເພີ່ມຂຶ້ນ

08/04/2026 15:09
KPL ທ່ານນາງ ຄຣິສຕາລິນາ ຈໍຈີວາ ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາ ສາກົນ ຫລື IMF ຢືນຢັນວ່າ: ສົງຄາມ ຢູ່ພາກພື້ນ ຕາເວັນອອກກາງ ຈະເຮັດໃຫ້ສະພາບໄພເງິນເຟີ້ ໜັກໜ່ວງຂຶ້ນຕື່ມ ແລະ ຈັງຫວະ ການເຕີບໂຕ ຂອງ ເສດຖະກິດໂລກ ຊັກຊ້າລົງ.

ຂປລ. ວິທະຍຸໂທລະພາບ ສູນກາງ ຈີນ (CMG): ເມື່ອບໍ່ດົນມານີ້, ທ່ານ​ນາງ ​ຄ​ຣິ​ສ​ຕາ​ລິ​ນາ ​ຈໍ​ຈີ​ວາ ຜູ້​ອຳ​ນວຍ​ການ​ໃຫຍ່​ ກອງ​ທຶນ​ເງິນ​ຕາ ​ສາ​ກົນ ຫລື IMF ​ຢືນ​ຢັນ​ວ່າ: ສົງ​ຄາມ​ ຢູ່​ພາກພື້ນ​ ຕາ​ເວັນ​ອອກ​ກາງ​ ຈະ​ເຮັດ​ໃຫ້ສະ​ພາບ​ໄພ​ເງິນ​ເຟີ້​ ໜັກ​ໜ່ວງ​ຂຶ້ນ​ຕື່ມ ແລະ ​ຈັງ​ຫວະ ການ​ເຕີບ​ໂຕ ​ຂອງ ​ເສ​ດ​ຖະ​ກິດ​ໂລກ ຊັກຊ້າ​ລົງ.

ຖ້າ​ຫາກ ບໍ່​ມີ​ສົງ​ຄາມໃນ​ຄັ້ງ​ນີ້, ​ການ​ຄາດ​ຄະ​ເນ ​ຕໍ່ການ​ເຕີບ​ໂຕ​ ຂອງ ​ເສ​ດ​ຖະ​ກິດ​ ອາດ​ຈະ​ປັບ​ຕົວສູງ​ຂຶ້ນ. ແຕ່​​ທຸກ​ສັນ​ຍານ ​ໃນປັດ​ຈຸ​ບັນ ລ້ວນ​ແຕ່ ​ສະ​ແດງ​ໃຫ້​ເຫັນ​ວ່າ ລາ​ຄາ​ ສິນ​ຄ້າ ​ເພີ່ມ​ສູງ​ຂຶ້ນ ແລະ ການ​ເຕີບ​ໂຕ ຂອງ​ ເສດ​ຖະ​ກິດ ຊັກຊ້າ​ລົງ. ​​ຖ້າຫາກ ສົງ​ຄາມ​ ໃນຄັ້ງ​ນີ້ ສືບ​ຕໍ່​ແກ່ຍາວ ເປັນເວລາ ດົນນານ, ຈະ​ສົ່ງ​ຜົນ​ກະ​ທົບ ​ຢ່າງໜັກ​ໜ່ວງ ກວ່າ​ເກົ່າ​ ຕໍ່ອັດຕາໄພ​ເງິນ​ເ​ຟີ້ ແລະ ການ​ເຕີບ​ໂຕ ​ຂອງ​ ເສດ​ຖະ​ກິດໂລກ.     

ນອກຈາກນັ້ນ, ທ່ານ​ນາງ ​ຈໍ​ຈີ​ວາ ຍັງກ່າວ​ຕື່ມ​ວ່າ: ກອງ​ທຶນ ​ເງິນ​ຕາ ​ສາ​ກົນ ​ໄດ້​ຮັບ​ຄຳ​ຮ້ອງ​ຂໍ ​​ການ​ຊ່ວຍ​ເຫລືອ​ ດ້ານ​ການ​ເງິນ ຈາກຫລາຍປະ​ເທດ ແລະ ກອງ​ທຶນ​ນີ້ ສາ​ມາດ​ ເພີ່ມ​ໂຄງ​ການ​ ກູ້​ຢືມ ຈຳ​ນວນ​ໜຶ່ງ​ ທີ່​ມີ​ຢູ່ ​ໃນ​ປັດ​ຈຸ​ບັນ ເພື່ອ​ຕອບ​ສະ​ໜອງ ​ຄວາມ​ຕ້ອງ​ການ​ ຂອງ​ປະ​ເທດ​ເຫລົ່າ​ນີ້./

KPL

Communiqué de presse


Top