ທ່ານ ໂຕເລິມ ສາບານຕົນຮັບດຳລົງຕຳແໜ່ງປະທານປະເທດ ສສ.ຫວຽດນາມ

08/04/2026 15:09
KPL ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ສະມາຊິກສະພາ ແຫ່ງຊາດຊຸດທີ XVI ເປັນປະທານປະເທດ ສສ.ຫວຽດນາມ ອາຍຸການ 2026-2031.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ​ວັນ​ທີ 7 ເມ​ສາ, ຢູ່​ນະ​ຄອນຫລວງ​ຮ່າ​ໂນ້ຍ, ດ້ວຍ​ບັດ​ເຫັນ​ດີ 495/495 ສະ​ມາ​ຊິກ​ ເຂົ້າ​ຮ່ວມ ​ການ​ລົງຄະ​ແນນ​ສຽງ​ ຮັບ​ຮອງ​ເອົາ, ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ XVI ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າດ້ວຍການ​ເລືອກ​ຕັ້ງ​ ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ ກອມ​ມູ​ນິ​ດ ຫວຽດ​ນາມ, ສະ​ມາ​ຊິກ​ສະ​ພາ​ ແຫ່ງ​ຊາດ​ຊຸດ​ທີ XVI ເປັນ​ປະ​ທານ​ປະ​ເທດ ສ​ສ.ຫວຽດ​ນາມ ອາ​ຍຸ​ການ 2026-2031.

ພາຍຫລັງ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ ຈາກ​ສະ​ພາ​ແຫ່ງ​ຊາດ, ທ່ານ ​ໂຕ​ເລິມ ສາ​ບານ​ຕົນວ່າ: ພາຍ​ໃຕ້​ທຸງ​ແດງ​ດາວ​ຄຳ​ອັນສັກກະ​ລະ​ບູ​ຊາ​ ຂອງ​ ປະ​ເທດ​ຊາດ, ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ, ພໍ່​ແມ່​ປະ​ຊາ​ຊົນ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂ້າ​ພະ​ເຈົ້າ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຂໍ​ສະ​ບານ​ຕົນ ​ຈົ່ງ​ຮັກ​ພັກ​ດີ ​ຕໍ່​ປະ​ເທດ​ຊາດ, ຕໍ່ປະ​ຊ​າ​ຊົນ, ຕໍ່​ລັດ​ຖະ​ທຳ​ມະ​ນູນ ສ​າ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ. ມາ​ນະ​ພະ​ຍາ​ຍາມ ​ປະ​ຕິ​ບັດ​ສຳ​ເລັດ​ ທຸກ​ໜ້າ​ທີ່​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້.

ທ່ານ ໂຕ​ເລິມ ​ກ່າວວ່າ​ ການເປັນ​ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກກະ​ລະ​ບູ​ຊາ ສູງ​ສົ່ງ ແລະ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຄາດ​ຫວັງ ​ຂອ​ງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ຕໍ່​ຜູ້​ນຳ​ໜ້າ​ພັກ ແລະ ລັດ.

ຂ້າ​ພະ​ເຈົ້າ​ ໃນ​ຖາ​ນະ​ເປັນ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ​ ແມ່ນການ​ຮັກ​ສາ ​ສະ​ພາບ​ແວດ​ລ້ອມ​ ແຫ່ງ​ສັ​ນ​ຕິ​ພາບ, ມີ​ສະ​ຖຽນ​ລະ​ພາບ, ຊຸກ​ຍູ້ປະ​ເທດ​ຊາດ​ ໃຫ້ພັດທ​ະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ການ​ດຳ​ລົງ​ຊີ​ວິດ ​ທຸກ​ດ້ານຂອງ​ປະ​ຊາ​ຊົນ, ເພື່ອ​ໃຫ້​ປະ​ຊາ​ຊົນ ​ໄດ້​ຊົມ​ໃຊ້​ທຸກ​ໝາກ​ຜົນ ​ຂອງ​ ການ​ພັດ​ທະ​ນາ, ເພີ່ມ​ທະ​ວີ​ ການ​ປະ​ກອບ​ສ່ວນ​ ຂອງ​ ຫວຽດ​ນາມ ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ຄວາມ​ກ້າວ​ໜ້າ​ ໃນ​ພາກ​ພື້ນ ແລະ ໂລກ.

ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ ຈະສຸມ​ໃສ່ ​ກໍ່​ສ້າງ​ລັດ​ ແຫ່ງ​ກົດ​ໝາຍ ສັງ​ຄົມ​ນິ​ຍົມ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫ້​ເປັນ​ເຈົ້າ, ສ້າງ​ຄວາມ​ເຂັ້ມ​ແຂງ ​ດ້ວຍ​ຕົນ​ເອງ, ສ້າງ​ພື້ນ​ຖານ​ປ້ອງ​ກັນ​ຊາດ​ ປ້ອງ​ກັນ​ຄວາມ​ສະ​ຫງົບ​ ທົ່ວ​ປວງ​ຊົນ ຢ່າງຮອບ​ດ້ານ ແລະ ທັນ​ສະ​ໄໝ, ລະ​ບົບ​ການ​ເມືອງ ​ກະ​ທັດ​ລັດ, ມີ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ພາບ, ສັງ​ຄົມ​ພັດ​ທະ​ນາ, ສາ​ມັກ​ຄີ, ວັດ​ທະ​ນະ​ທຳ ແລະ ມະ​ນຸດ​ສະ​ທຳ. ນອກຈາກນີ້, ສະ​ພາ​ແຫ່​ງ​ຊາດ ​ໄດ້​ລົງຄະ​ແນນ​ສຽງ ຮັບ​ຮອງ​ເອົາ​ມະ​ຕິ​ ກ່ຽວ​ກັບ ​ໂຄງ​ປະ​ກອບ​ ການ​ຈັດ​ຕັ້ງ​ ລັດ​ຖະ​ບານ ໂດຍມີ​ອາ​ຍຸ​ການ 2026-2031./

KPL

Communiqué de presse


Top