ຍີ່ປຸ່ນ ຢືດຢາເສບຕິດ ບັນລຸ 3 ໂຕນ ໃນປີ 2025

24/02/2026 19:59
Email Print 376
KPL ສຳນັກງານ ພາສີ ສັງກັດ ກະຊວງ ການເງິນ ຂອງ ຍີ່ປຸ່ນ ລາຍງານ ການຢືດຢາເສບຕິດ ທີ່ຜິດກົດໝາຍ ຢູ່ສະໜາມບິນ ແລະ ທ່າກຳປັ່ນທະເລ ທົ່ວປະເທດ ໄດ້ປະມານ 3.211 ກິໂລກຣາມ ເມື່ອປີ 2025, ເພີ່ມຂຶ້ນ 15%

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນວ່າ: ສຳນັກງານ ພາສີ ສັງກັດ ກະຊວງ ການເງິນ ຂອງ ຍີ່ປຸ່ນ ລາຍງານ ການຢືດຢາເສບຕິດ ທີ່ຜິດກົດໝາຍ ຢູ່ສະໜາມບິນ ແລະ ທ່າກຳປັ່ນທະເລ ທົ່ວປະເທດ ໄດ້ປະມານ 3.211 ກິໂລກຣາມ  ເມື່ອປີ 2025, ເພີ່ມຂຶ້ນ 15% ເມື່ອທຽບໃສ່ ປີຜ່ານມາ ແລະ ສູງກວ່າ 3 ໂຕນ ເປັນຄັ້ງທຳອິດ ໃນຮອບ 6 ປີ , ນັບຕັ້ງແຕ່ ປີ 2019.

ຢາເສບຕິດ ດັ່ງກ່າວນີ້ ແມ່ນຫລາຍທີ່ສຸດ ເປັນອັນດັບສອງ ໃນປະຫວັດສາດ, ໃນນັ້ນ ກັນຊາ ລວມມີ 1.531 ກິໂລກຣາມ, ເພີ່ມຂຶ້ນຈາກ ກ່ອນໜ້າ ປະມານ 3,5 ເທົ່າ ແລະ ຕົ້ນທາງ ການຂົນສົ່ງ ຂອງ ກັນຊາ ທີ່ກວດຢຶດນີ້ ມາຈາກ ສ.ອາເມລິກາ ປະມານ 43%, ຖັດມາແມ່ນ ໄທ 27% ແລະ ຫວຽດນາມ 8%. ສ່ວນອື່ນໆແມ່ນ ສານກະຕຸ້ນ 840 ກິໂລກຣາມ, ຫລຸດລົງ 53% ແລະ ຢາເສບຕິດເປັນຕົ້ນ: ໂຄເຄນ ແລະ ເອັມດີເອັມເອ 798 ກິໂລກຣາມ, ເພີ່ມຂື້ນ 49%. ການໄຫລເຂົ້າມາ ຂອງ ຢາເສບຕິດ ທີ່ ຜິດກົດໝາຍນີ້ ຖືເປັນ ບັນຫາຮ້າຍແຮງ ຢ່າງຍິ່ງ ແລະ ລັດຖະບານ ຍີ່ປຸ່ນ ຍັງບັງຄັບໃຊ້ ມາດຕະການ ຄວບຄຸມ ຊາຍແດນ ຢ່າງເຂັ້ມງວດ ຕໍ່ໄປ./

KPL

ຂ່າວອື່ນໆ


Top